ໃນຕອນວັນທີ 04 ກຸມພາ 2025 ຄະນະໂຄສະນາອົບຮົມເມືອໄຊສະຖານ, ແຂວງໄຊຍະບູລີ ໄດ້ເປີດກອງປະຊຸມສະຫຼຸບຕີລາຄາວຽກງານໂຄສະນາອົບຮົມເມືອງ ປະຈຳປີ 2024 ແລະ ວາງທິດທາງແຜນການປີ 2025 ຂຶ້ນຢ່າງເປັນທາງການ ເປັນເວລາ 1 ວັນເຕັມ, ໂດຍການເປັນປະທານຂອງ ສະຫາຍ ສະຫວ່າງ ແສງທອງຄຳ ກຳມະການພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງ ແລະ ເປັນກຽດເຂົ້າຮ່ວມຂອງສະຫາຍ ພອນສະຫວັນ ວໍລະສັກ ວ່າການເລຂາຄະນະບໍລິຫານງານພັກເມືອງ, ວ່າການເຈົ້າເມືອງ, ມີທ່ານ ສົມລິດ ພົມມະແກ້ວ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີບັນດາສະຫາຍຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ , ຮອງຫົວໜ້າຫ້ອງການ,ນາຍບ້ານ ແລະ ພະນັກງານທີ່ເຮັດວຽກງານບໍລິຫານ ແລະ ຄົ້ນຄ້ວາສັງລວມພາຍໃນຫ້ອງການອ້ອມຂ້າງເມືອງເຂົ້າຮ່ວມທັງໜົດ 64 ສະຫາຍ, ຍິງ 10 ສະຫາຍ ແລະ ພະນັກງານພາຍໃນຄະນະໂຄສະນາອົບຮົມເມືອງຈຳນວນ 7 ສະຫາຍ, ຍິ 1 ສະຫາຍ, ໂດຍປະຕິບັດຕາມຂໍ້ຕົກລົງຂອງທ່ານເຈົ້າເມືອງ ສະບັບເລກທີ 33/ຈມ, ລົງວັນທີ 31 ມັງກອນ 2025 ວ່າດ້ວຍການອານຸມັດໃຫ້ຄະນະໂຄສະນາອົບຮົມເມືອງເປີດກອງປະຊຸມສະຫຼຸບວຽກງານໂຄສະນາອົບຮົມປະຈຳປີ 2024 ແລະ ທິດທາງແຜນ ການປີ 2025, ພາຍຫຼັງໄດ້ຮັບການສະເໜີຈຸດປະສົງແລ້ວປະຕິບັດຕາມວາລະກອງປະຊຸມສະຫາຍ ສະຫວ່າງ ແສງທອງຄຳ ກຳມະການພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງໃນນາມປະທານກອງປະຊຸມກໍ່ໄດ້ກ່າວເປີດກອງປະຊຸມ ແລະ ພ້ອມທັງຜ່ານບົດສະຫຼຸບວຽກງານຂອງຄະນະໂຄສະນາອົບຮົມປະຈຳປີ 2024 ແລະ ທິດທາງແຜນການປີ 2025, ແລະ ພ້ອມທັງມີກໍ່ໄດ້ມີຄຳເຫັນເຈາະຈີ້ມເພື່ອເຮັດໃຫ້ຜູ້ແທນກອງປະຊຸມປະກອບຄຳຄິດຄຳເຫັນການສ້າງຄວາມເຂັ້ມແຂງໃນການເຮັດວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ສະມາຊິກພັກ ພະນັກງານໃນຄວາມຮັບຜິດຊອບຂອງຕົນ, ຄວາມຫຍຸ້ງຍາກໃນການສຶກສາອົບຮົມການເມືອງ – ແນວຄິດໃຫ້ແກ່ສະມາຊິກພັກ-ພະນັກງານຢູ່ໃນຄວາມຮັບຜິດຊອບຂອງຕົນ, ການຕິດຕາມ ແລະ ການລາຍງານວຽກງານຫາງສຽງສັຄົມຍັງບໍ່ທັນລາຍງານ ຫຼື ບໍ່ທັນກັບສະພາບເວລາ, ມີຄວາມຫຍຸ້ງຍາກໃນການລາຍງານວຽກງານຫາງສຽງສັງຄົມ ແລະ ຄວາມຮັບຜິດຊອບໃນການຄຸ້ມຄອງດ້ານຂໍ້ມູນ ແລະ ນິຕິກຳຕ່າງໆຂອງເມືອງ, ໃນນາມເປັນເສນາທິການໃຫ້ແກ່ຄະນະປະຈຳພັກເມືອງ ໃຫ້ມີປະສິດຜົນສູງ ແລະ ກອງປະຊຸມດັ່ງກ່າວກໍ່ໄດ້ມີການເປີດກວ້າງໃຫ້ຜູ້ແທນໄດ້ມີການປະກອບຄຳຄິດຄຳເຫັນເຊິງ ການປະກອບຄຳຄິດຄຳເຫັນແມ່ນໄດ້ເຮັດໃຫ້ເນື້ອໃນບົດຕ່າງໆ, ກອງປະຊຸມໄດ້ມີບັນຍາກາດ ແລະ ມີຄວາມໝາຍຄວາມສຳຄັນຢ່າງເລິກເຊິ່ງ ແລະ ໄດ້ຮັບຟັງການເຊືອມຊືມເອກະສານ ສ້າງຈີດໃຈເອກະລາດເປັນເຈົ້າຕົນເອງ ວຽກງານໂຄສະນາອົບຮົມໃນໄລຍະໃໝ່ ໂດຍການເຜີຍແຜ່ເຊືອມຊືມຂອງ ທ່ານ ສົມລິດ ພົມມະແກ້ວ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ແລະ ໃນຕອນທ້າຍກອງປະຊຸມຍັງໄດ້ຮັບຟັງການມີຄຳເຫັນຊີ້ນຳ ແລະ ໂອ້ລົມຂອງ ສະຫາຍ ພອນສະຫັວນ ວໍລະສັກ ວ່າເລຂາຄະນະບໍລິຫານງານພັກເມືອງ ວ່າການເຈົ້າເມືອງ ເຊິ່ງສະຫາຍແມ່ນໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນ ງານຂອງຄະນະໂຄສະນາອົບຮົມເມືອງທີ່ຍາດມາໄດ້ເປັນບັນຫາສຳຄັນ ແລະ ສ່ອດຫອຍໄປທຸກຂົງເຂດວຽກງານ ແລະ ມອບໃຫ້ຄະນະພັກແຕ່ລະຂັ້ນຕ້ອງເປັນເຈົ້າການສຶກສາອົບຮົມການເມືອງ-ແນວຄິດໃຫ້ເຮັດເປັນປະຈຳ,ຖືກເປົ້າໝາຍ,ການເຄື່ອນໄຫວວຽກງານຕິດຕາມ, ເກັບກຳສະພາບແນວຄິດ- ຫາງສຽງສັງຄົມໃຫ້ຮູ້ຈຸດອ່ອນ, ບັນຫາສາເຫດເພື່ອຊອກຫາວິທີທາງແກ້ໄຂໃຫ້ທັນການ ແລະ ໃຫ້ມີຄວາມເຂັ້ມແຂງໃຫ້ເປັນກ້າວໆ ເຊິ່ງກອງປະຊຸມດັ່ງກ່າວລ້ວນແລ້ວແຕ່ມີຄວາມໝາຍຄວາມສຳຄັນເພື່ອເຮັດໃຫ້ວຽກງານການສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ຄະນະພັກ,ສະມາຊິກພັກ, ພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າພາຍໃນເມືອງໄດ້ເຂົ້າໃຈ, ຮູ້ວິເຄາະ, ວິໄຈ້ ບັນຫາຕ່າງໆທີ່ເກີດຂຶ້ນຕາມທ້ອງຖິ່ນຂອງຕົນໃຫ້ລະອຽດສັດເຈນ, ຮູ້ລາຍງານອັນໃດຖືກ, ອັນໃດຜິດ ແລະ ອັນໃດຄວນລາຍງານເປັນລາຍລັກອັກສອນ, ອັນໃດຄວນເປັນບັນຫາປິດລັບຕໍ່ການນຳພາຂອງພັກ-ຂອງລັດ, ກົດໝາຍຂອງລັດ, ລະບຽບກົດໝາຍຕ່າງໆໃຫ້ຖືກຕ້ອງສ່ອດຄ່ອງກັບຕົວຈິ່ງຮາກຖານຂອງຕົນ. ກອງປະຊຸມໃນຄັ້ງນີ້ ສະຫາຍ ສະຫວ່າງ ແສງທອງຄຳ ກຳມະການພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງ ແລະ ໃນນາມປະທານກອງປະຊຸມກໍ່ໄດ້ກ່າວປິດກອງປະຊຸມ ວຽການຄະນະໂຄສະນາອົບຮົມເມືອງ ຢ່າງເປັນທາງການ.
ຂ່າວ-ພາບ: ສະຫວ່າງ ແສງທອງຄຳ.