ໄຂກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ເມືອງຫົງສາ ແຂວງ ໄຊຍະບູລີ ຄັ້ງທີ IX.

ໄຂກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ເມືອງຫົງສາ ແຂວງ ໄຊຍະບູລີ ຄັ້ງທີ IX.
………………..
ກອງປະຊຸມໃຫຍ່ຄັ້ງທີ IX ຂອງຜູ້ແທນອົງຄະນະພັກ ເມືອງຫົງສາ, ແຂວງ ໄຊຍະບູລີ ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 11 ມີນາ 2025 ນີ້, ທີ່ສະໂມສອນໃຫຍ່ຂອງເມືອງ, ໂດຍເປັນປະທານຂອງສະຫາຍ ພອນສະຫວັນ ໄຊສົມພັນ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງຫົງສາ, ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໄຊຍະບູລີ, ມີຮອງເລຂາພັກແຂວງ, ມີກໍາມະການປະຈຳພັກແຂວງ, ກຳມະການພັກແຂວງ, ຄະນະປະຈຳພັກເມືອງ, ກຳມະການພັກເມືອງ,ມີພະນັກງານອາວຸໂສບຳນານ, ມີນັກທຸລະກິດ, ຜູ້ປະກອບການ, ແຂກຮັບເຊີນຈາກເມືອງອ້ອມຂ້າງ, ມີຜູ້ແທນສົມບູນຈໍານວນ 117 ສະຫາຍ, ຍິງ 16 ສະຫາຍ, ທີ່ມາຈາກຄະນະພັກຮາກຖານ ແລະ ໜ່ວຍພັກທົ່ວເມືອງທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທັງໝົດ 1.636 ສະຫາຍ, ຍິງ 520 ສະຫາຍ.
ກອງປະຊຸມໃຫຍ່ຜູ້ແທນຄັ້ງນີ້ ຈະໄດ້ພ້ອມກັນທົບທວນຕີລາຄືນຜົນງານ ແລະ ໄຊຊະນະທີ່ຍາດມາໄດ້, ຈຸດອ່ອນ, ຂໍ້ຄົງຄ້າງ ແລະ ສະຫຼຸບຖອດຖອນບົດຮຽນໃນການຈັດຕັ້ງປະຕິບັດແນວທາງນະໂຍ ບາຍຂອງພັກ ແລະ ມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງ ຄັ້ງທີ VIII, ໄປພ້ອມກັບການກໍານົດທິດທາງຄາດໝາຍຍຸດທະສາດແຕ່ລະດ້ານໃນການປົກປັກຮັກສາ ແລະ ພັດທະນາເມືອງຫົງສາແຕ່ນີ້ຮອດ ປີ 2029. ໄລຍະຜ່ານມາລວມຍອດມູນຄ່າຜົນຜະລິດໄດ້ທັງໝົດ 905,45 ຕື້ກີບ, ສະເລ່ຍໃສ່ຫົວຄົນໜຶ່ງໄດ້ 28,35 ລ້ານກີບ ຫຼື ເທົ່າກັບ 1.418 ໂດລາສະຫະລັດຕໍ່ຄົນຕໍ່ປີ ທຽບໃສ່ແຜນການປະຕິບັດໄດ້ 90,95%; ຈັດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 39,45 ຕື້ກີບ ປະຕິບັດລື່ນແຜນການ 25,01%, ພົ້ນເດັ່ນແມ່ນພວກເຮົາສາມາດນໍາພາປະຕິບັດລາຍຮັບເຂົ້າງົບປະມານເກີນແຜນທີ່ສະພາອະນຸມັດ 5 ປີຕໍ່ເນື່ອງ; ຄຸ້ມຄອງລາຍຈ່າຍງົບປະມານປະຕິບັດໄດ້ 18,90 ຕື້ກີບ ເທົ່າກັບ 99,41% ຂອງແຜນການ, ສາມາດຊໍາລະໜີ້ໃນລະບົບຄັງເງິນໄດ້ທັງໝົດ 1,32 ຕື້ກີບ ເທົ່າກັບ 41,77% ຂອງໜີ້ສິນທັງໝົດ, ການສົ່ງອອກສິນຄ້າປະຕິບັດໄດ້ 336 ຕື້ກີບ ເທົ່າກັບ 168% ຂອງແຜນການ. ປຸກລະດົມການລົງທຶນທົ່ວສັງຄົມໄດ້ທັງໝົດ 78 ໂຄງການ ມູນຄ່າ 181,31 ຕື້ກີບ, ທຽບໃສ່ແຜນການປະຕິບັດໄດ້ 62,28% ໃນນີ້: ການລົງທຶນຂອງລັດ ກວມເອົາ 76,7%, ການສະໜັບສະໜູນຂອງບໍລິສັດໄຟຟ້າຫົງສາ ກວມເອົາ 14,8%, ທຶນຊ່ວຍເຫຼືອລ້າ ແລະ ກູ້ຢືມ(ODA) ກວມເອົາ 4,7%, ທຶນສົມທົບຂອງລັດ ແລະ ປະຊາຊົນ ກວມເອົາ 3,3%. ເສດຖະກິດໂດຍລວມຂອງເມືອງມີການຂະຫຍາຍຕົວຢ່າງຕໍ່ເນື່ອງໃນລະດັບສະເລ່ຍ 6,5% ຕໍ່ປີ ໃນນີ້: ຂະແໜງກະສິກໍາ ຂະຫຍາຍຕົວ 4,2%, ຂະແໜງອຸດສາຫະກໍາ ຂະຫຍາຍຕົວ 7,3%, ຂະແໜງບໍລິການຂະຫຍາຍຕົວ 7,9%. ການຜະລິດຕິດພັນກັບການປຸງແຕ່ງ ແລະ ການບໍລິການເຫັນ ວ່າມີການຂະຫຍາຍຕົວ ແລະ ສາມາດຕອບສະໜອງໃຫ້ແກ່ສັງຄົມໄດ້ໂດຍພື້ນຖານ, ກອງປະຊຸມຄັ້ງນີ້ຍັງຈະໄດ້ຮັບຟັງການປະກອບຄຳຄິດຄຳເຫັນ ຂອງບັນດາຂະແໜງການ, ຕົວແບບດ້ານຕ່າງໆຂອງເມືອງ ແລະ ກອງປະຊຸມໃຫຍ່ຍັງຈະໄດ້ປະຕິບັດໜ້າທີ່ອັນສຳຄັນ ໃນການໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກເມືອງຊຸດໃໝ່ ເພື່ອສືບຕໍ່ນຳພາ-ຊີ້ນໍາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງຄະນະພັກເມືອງ ຄັ້ງທີ IX ໃຫ້ບັນລຸຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້ ເພື່ອພ້ອມກັນນໍາພາເມືອງຫົງສາໃຫ້ພັດທະນາກ້າວຂຶ້ນ ດ້ວຍຜົນງານ ແລະ ໄຊຊະນະໃໝ່ຍິ່ງໃຫຍ່ກວ່າເກົ່າ, ພ້ອມທັງດໍາເນີນການປ່ອນບັດຄັດເລືອກເອົາຜູ້ແທນໄປຮ່ວມກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກແຂວງ ຈາກນັ້ນຈະໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໄຊຍະບູລີ ແລະ ກອງປະຊຸມຈະໄດ້ດຳເນີນໄປເປັນເວລາ 2 ວັນຈິ່ງສໍາເລັດ.
………………….
ຂ່າວ-ພາບ: ຖວທ ຫົງສາ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa