ແຂວງໄຊຍະບູລີ ປາຖະກະຖາ 5 ວັນປະຫວັດສາດສໍາຄັນຂອງຊາດຂອງພັກ.

ໃນຕອນເຊົ້າວັນທີ 19 ສິງຫາ 2025 ນີ້ ຢູ່ທີ່ສະໂມສອນໃຫຍ່ຂອງແຂວງໄຊຍະບູລີ ໄດ້ປາຖະກະຖາ 5 ວັນປະຫວັດສາດສໍາຄັນຂອງຊາດ, ຂອງພັກ ເປັນກຽດເຂົ້າຮ່ວມປາຖະກະຖາຂອງທ່ານ ເພັງນິລັນ ຄໍາພັນເພັງ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ, ມີບັນດາທ່ານກໍາມະການປະຈໍາພັກແຂວງ, ກໍາມະການພັກແຂວງ, ສະມາຊິກສະພາປະຊາຊົນແຂວງ, ຫົວໜ້າ, ຮອງຫົວໜ້າພະແນກການ, ອົງການ, ກົມກອງ ພ້ອມດ້ວຍພະນັກງານ-ລັດຖະກອນອ້ອມຂ້າງແຂວງເຂົ້າຮ່ວມ.

ທ່ານ ເພັງນິລັນ ຄໍາພັນເພັງ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ໄດ້ໃຫ້ກຽດຂຶ້ນປາຖະກະຖາ 5 ວັນປະຫວັດສາດສໍາຄັນຂອງຊາດ, ຂອງພັກ ຄື: ວັນສ້າງຕັ້ງແນວ ລາວສ້າງຊາດ ຄົບຮອບ 75 ປີ (13/8/1950 – 13/8/2025), ວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 34 ປີ (15/8/1991-15/8/2025), ວັນສ້າງຕັ້ງສື່ມວນຊົນ ແລະ ວັນພິມຈຳໜ່າຍ ຄົບຮອບ 75 ປີ (13/8/1950-13/8/2025), ວັນສ້າງຕັ້ງສານປະຊາຊົນ ຄົບຮອບ 43 ປີ (15/8/1982-15/8/2025) ແລະ ວັນຍຶດອໍານາດທົ່ວປະເທດ ຄົບຮອບ 50 ປີ (23/8/1975-23/8/2025) ແລະ ແຂວງໄຊຍະບູລີ ຄົບຮອບ 50 ປີ (6/8/1975 – 6/8/2025). ຈຸດປະສົງ ກໍເພື່ອເປັນການໂຄສະນາສືກສາອົບຮົມການເມືອງແນວຄິດ ໃຫ້ສະມາຊິກພັກ-ພະນັກງານ ເຂົ້າໃຈກ່ຽວກັບບົດບາດການນໍາພາຂອງພັກ, ສ້າງຄວາມຮັບຮູ້-ເຂົ້າໃຈ ຕໍ່ມູນເຊື້ອໃນການຕໍ່ສູ້ອັນພິລະອາດ ຫານ ຂອງແນວລາວສ້າງຊາດ ເຫັນໄດ້ຄວາມປີຊາສາມາດໃນການໂຄສະນາຂົນຂວາຍ ແລະ ເຕົ້າໂຮມຄວາມສາມັກຄີ ປະຊາຊົນລາວບັນດາເຜົ່າ ໃນການຕໍ່ສູ້ກູ້ຊາດຈົນໄດ້ຮັບໄຊຊະນະ, ສາມາດຍຶດອໍານາດຂອງການປະຕິວັດລາວ ມາໄວ້ໃນກຳມື, ເຫັນໄດ້ມູນເຊື້ອ, ການເຄື່ອນໄຫວຂອງວຽກງານສື່ມວນຊົນ ແລະ ພິມຈຳໜ່າຍ ໃນການໂຄສະນາເຜີຍແຜ່ ແລະ ເຮັດໜ້າທີ່ເປັນກະບອກສຽງຂອງຊາດ, ຂອງພັກ, ທົບທວນຫວນຄືນຄວາມເປັນມາໃນການສ້າງ ແລະ ປັບປຸງລັດຖະທຳມະນູນ ແລະ ກົດໝາຍ ກໍຄື ການສ້າງລະບອບປະຊາທິປະໄຕ ປະຊາຊົນ ໃນການຄຸ້ມຄອງລັດດ້ວຍກົດໝາຍ ໃຫ້ມີຄວາມໂປ່ງໃສ, ຖືກຕ້ອງ ແລະ ຮັບປະກັນຄວາມຍຸຕິທໍາໃນສັງຄົມ, ຍົກໃຫ້ເຫັນໄດ້ມູນເຊື້ອການກຳເນີດ, ວິວັດທະນາການ ແລະ ການເຕີບໃຫຍ່ຂອງສານປະຊາຊົນ ແຫ່ງ ສປປ ລາວ ທີ່ເຮັດໜ້າທີ່ໃນການດໍາເນີນພິຈາລະນາຕັດສິນຄະດີ ເພື່ອປະກອບສ່ວນເຂົ້າໃນການສ້າງສາ ແລະ ພັດທະນາປະເທດຊາດ ໃຫ້ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ. ເພື່ອສືບຕໍ່ເສີມຂະຫຍາຍມູນເຊື້ອ ຍົກສູງນໍ້າໃຈຮັກຊາດຮັກລະບອບໃໝ່, ເປັນເຈົ້າການໃນການປົກປັກຮັກສາໝາກຜົນ ຂອງການປະຕິວັດໄວ້ໃຫ້ໝັ້ນຄົງ ຕັ້ງໜ້າຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ທີ່ໄດ້ວາງອອກໃນແຕ່ລະໄລຍະ.

ຂ່າວ+ພາບ: ຄໍາໝັ້ນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa