ຝຶກອົບຮົມ ສົ່ງເສີມການປະກອບອາຊີບອິດສະລະ ພາຍໃຕ້ໂຄງການ ສ້າງໂອກາດການມີວຽກເຮັດງານທຳ.

ໃນຕອນເຊົ້າຂອງວັນທີ 27 ຕຸລາ 2025ນີ້ທີ່ຫໍປະຊຸມບ້ານນາສະຫວ່າງ ເມືອງປາກລາຍ ແຂວງໄຊຍະບູລີໄດ້ຈັດຝຶກອົບຮົມສົ່ງເສີມການປະກອບອາຊີບອິດສະລະ ພາຍໃຕ້ໂຄງການສ້າງໂອກາດການມີວຽກເຮັດງານທຳ ໂດຍການເປັນປະທານຂອງທ່ານ ໜູພອນ ໄຊປັນຍາຈິດ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ,ເຂົ້າຮວ່ມມີຫົວໜ້າ-ຮອງຫົວໜ້າຫ້ອງການ,ຄະນະທິມມງານຈາກພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ,ມີຄູຝຶກຈາກຫ້ອງການກະສິກໍາ ແລະ ສິ່ງແວດ ລ້ອມເມືອງພ້ອມດ້ວຍນັກສໍາມະມາກອນເຂົ້າຮວ່ມ.

   ການຈັດຝຶກອົບຮົມສົ່ງເສີມການປະກອບອາຊີບອິດສະຫຼະໃຫ້ແກ່ແຮງງານອອກລະບົບ, ຜູ້ຕ້ອງການປ່ຽນອາຊີບ, ຜູ້ທີ່ຕ້ອງການມີວຽກເຮັດງານທຳ, ຊາວໜຸ່ມຜູ້ທຸກຍາກດ້ອຍໂອກາດ ເພື່ອໃຫ້ມີລາຍໄດ້ທີ່ໝັ້ນຄົງ ໂດຍສະເພາະແມ່ນການມີວຽກເຮັດງານທຳທີ່ແນ່ນອນ, ແມ່ນວຽກງານໜຶ່ງທີ່ເຫັນວ່າມີຄວາມສໍາຄັນ ແລະ ມີຄວາມຈໍາເປັນທີ່ສຸດໃນປັດຈຸບັນ ເຊິ່ງມັນໄດ້ຕິດພັນກັບການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ເລັ່ງໃສແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ການຝຶກອົບຮົມໃນຊຸດນີ້ ໂດຍເລັ່ງໃສ່ບາງເນື້ອໃນບົດຮຽນລົງເລິກທົດສອບຕົວຈິງຕາມຫຼັກສູດ ເປັນຕົ້ນ :ຫຼັກການພື້ນຖານການຮັກສາສຸຂະພາບໝູ,ສຸຂະອະນາໄມຟາມໝູ (ລະບົບການຜະລິດໝູ, ທີ່ຕັ້ງຟາມ ແລະ ອົງປະກອບຂອງຟາມ),ການຈັດການຟາມທົ່ວໄປ,ການຈັດການແມ່ພັນ ແລະ ລູກໝູນ້ອຍ,ພະຍາດກາລະໂລກທີ່ມັກເກີດກັບໝູ,ພະຍາດທີ່ເກີດຈາກເຊື້ອໂລກທີ່ມັກເກີດກັບໝູ ເຊິ່ງການຝຶກອົບຮົມ ແມ່ນຈະໄດ້ດໍາເນີນໄປເປັນເວລາ 5 ວັນຈຶ່ງຈະສໍາເລັດ.

ຂ່າວ: ໂຄສະນາອົບຮົມເມືອງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa