

ວັນທີ 26 ຕຸລາ 2025 ນີ້, ກອງບັນຊາການທະຫານເມືອງເງິນ ແລະ ກອງຮ້ອຍ ທະຫານຊາຍແດນ 152. ເມືອງເງິນ ແຂວງໄຊຍະບູລີ ໄດ້ຈັດພິທີປິດຊຸດອົບຮົມ-ຫັດແອບ ການທະຫານ, ການເມືອງ, ພະລາທິການ-ເຕັກນິກ ປະຈຳປີ 2025 ໂດຍການເປັນກຽດເຂົ້າຮ່ວມ ຂອງສະຫາຍ ທອງພັນ ສຸກສະຫວັດ ກໍາມະການພັກເເຂວງ ເລຂາຄະນະບໍລິຫານງານພັກເມືອງ ປະທານປ້ອງກັນຊາດ ປ້ອງກັນຄວາມສະຫງົບເມືອງ, ມີກໍາມະການປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າຫ້ອງການ, ດ່ານສາກົນນໍ້າເງິນ, ມີຕາງໜ້າພະແນກເສນາທິການ ກອງບັນຊາການທະຫານແຂວງ, ມີຄະນະພັກ-ຄະນະບັນຊາ, ນັກທຸລະກິດຜູ້ປະກອບການ, ນາຍບ້ານ ຕະຫຼອດຮອດພະນັກງານ-ນັກຮົບ ເຂົ້າຮ່ວມ.
ສະຫາຍ ພທ ບຸນທັນ ໄຊຍະລາດ ຮອງການທະຫານກອງບັນຊາການທະຫານເມືອງ ໄດ້ຂື້ນຜ່ານບົດສະຫຼຸບ ເຊິ່ງສະຫາຍໄດ້ກ່າວວ່າ: ການອົບຮົມ-ຫັດແອບ ການທະຫານ, ການເມືອງ, ພາລາທິການ-ເຕັກນິກ ປະຈຳປີ 2025 ຄັ້ງນີ້: ແມ່ນໄດ້ທົບທວນຫວນຄືນ ທາງດ້ານສິນລະປະຍຸດ, ຍຸດທະວິທີ ແລະ ການນໍາໃຊ້ອາວຸດ, ລູກກະສຸນ ໃຫ້ມີຄວາມຄ່ອງແຄ້ວວ່ອງໄວ ຂອງວິຊາການທະຫານ ແລະ ຈັດຕັ້ງຍິງເປົ້າໝາຍດ້ວຍລູກປືນແທ້ ເພື່ອຍົກສູງຄວາມຮູ້, ຄວາມສາມາດ ຂອງນາຍ ແລະ ພົນທະຫານ ເພື່ອຮັບປະກັນ ໃນການເຄື່ອນໄຫວ ປະຕິບັດໜ້າທີ່ວຽກງານ ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ຕາມບໍລິເວນຂອບເຂດຄວາມຮັບຜິດຊອບຂອງຕົນ ໃຫ້ມີຄວາມສະຫງົບປອດໄພ, ຊຸດຝຶກອົບຮົມ-ຫັດແອບ ການທະຫານ ການເມືອງ ພາລາທິການ-ເຕັກນິກ ໃນຄັ້ງນີ້, ໃຊ້ເວລາທັງໜົດ 150 ກວ່າວັນ.
ຈາກນັ້ນ, ສະຫາຍ ທອງພັນ ສຸກສະຫວັດ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ປະທານປ້ອງກັນຊາດ ປ້ອງກັນຄວາມສະຫງົບເມືອງ ໄດ້ໃຫ້ກຽດໂອ້ລົມ ເຊິ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກ-ຄະນະບັນຊາ ຕະຫຼອດຮອດພະນັກງານ-ນັກຮົບ ທີ່ມີຄວາມອົດທົນຜ່ານຜ່າອຸປະສັກຕ່າງໆ ເຮັດໃຫ້ການອົບຮົມສຳເລັດໄປດ້ວຍດີ ແລະ ຍັງໄດ້ຮຽກຮ້ອງມາຍັງນັກຝຶກອົບຮົມໃຫ້ພ້ອມກັນເອົາໃຈໃສ່ຍົກສູງສະຕິເພີ່ມທະວິຄວາມຮັບຜິດຊອບຕໍ່ໜ້າທີ່ວິຊາສະເພາະຂອງຕົນເອງ ແລະ ນຳເອົາຄວາມຮູ້ຄວາມສາມາດໃນການອົບຮົມຄັ້ງນີ້ ໄປໝູນໃຊ້ເຂົ້າໃນໜ້າທີ່ຕົວຈິງ ພ້ອມກັນປະຕິບັດ 7 ລະບອບ 18 ວຽກຂອງກອງທັບໃຫ້ເຂັ້ມງວດ, ຍົກສູງຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ ພ້ອມກັນປົກປັກຮັກສາເຂດນໍ້າແດນດິນໃຫ້ມີຄວາມສະຫງົບປອດໄພ.
ຂ່າວ-ພາບ: ຄອມ ເມືອງເງິນ