ພິທີປະກາດຍົກຍ້າຍແຕ່ງຕັ້ງມອບຫຼຽນກາ ແລະ ໃບຍ້ອງຍໍຂັ້ນກະຊວງປ້ອງກັນຄວາມສະຫງົບໃຫ້ນາຍຕໍາຫຼວດທີ່ຂື້ນກັບກອງບັນຊາການ ປກສ ເມືອງແກ່ນທ້າວ

ວັນທີ 14 ພະຈິກ 2025 ຜ່ານມານີ້, ຢູ່ທີສະໂມສອນກອງບັນຊາການ ປກສ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີປະກາດຍົກຍ້າຍແຕ່ງຕັ້ງມອບຫຼຽນກາ ແລະ ໃບຍ້ອງຍໍຂັ້ນກະຊວງປ້ອງກັນຄວາມສະຫງົບໃຫ້ນາຍຕໍາຫຼວດທີ່ຂື້ນກັບກອງບັນຊາການ ປກສ ແຂວງໄຊຍະບູລີ, ເປັນກຽດເຂົ້າຮ່ວມເປັນປະທານຂອງທ່ານ ພັອ ຄໍາສິນ ຜິວວັນນາ ກໍາມະການພັກແຂວງ, ເລຂາຄະນະພັກ, ຫົວໜ້າກອງບັນຊາກນ ປກສ ແຂວງໄຊຍະບູລີ, ທ່ານ ຄໍາປຸ່ນ ນວນສະບັບ ກໍາມະການພັກແຂວງ, ເລຂາພັກເມືອງ, ປະທານປ້ອງກັນຊາດ – ປ້ອງກັນຄວາມສະຫງົບເມືອງແກ່ນທ້າວ, ມີບັນດາ ຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າກ້ອງການ, ຄະນະພັກ – ຄະນະກອງບັນຊາການ ປກສ ເມືອງ, ຫົວໜ້າຄຸ້ມຄອງດ່ານ – ດ່ານ ຕມ  ສາກົນນໍ້າເຫືອງ, ທີມງານຂອງແຂວງຕະຫຼອດຮອດຫົວໜ້າພະແນກ, ຮອງພະແນກ, ຫົວໜ້າ ປກສ ກຸ່ມບ້ານ, ຮອງ ປກສ ກຸ່ມບ້ານ, ນາຍ ແລະ ພົນຕໍາຫຼວດທີ່ມີໜ້າເຂົ້າຮ່ວມ.

ທ່ານ ພັທ ນາງ ວົງວິໄລ ສຸຂະລິວົງ ຮອງຫົວໜ້າກອງບັນຊາການ ປກສ ເມືອງແກ່ນທ້າວໄດ້ຂື້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 1819/ປກສ, ລົງວັນທີ 23 ກໍລະກົດ 2025 ວ່າດ້ວຍການມອບຫຼຽນກາກະຊວງປ້ອງກັນຄວາສະຫງົບໃຫ້ນາຍ ແລະ ພົນຕໍາຫຼວດທີ່ໄດ້ເຂົ້າຮ່ວມປະຕິບັດໜ້າທີ່ວຽກງານວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ(2021-2025) ຈໍານວນ​​​​  31  ສະຫາຍ, ຂໍ້ຕົກລົງເລກທີ 1820/ປກສ, ລົງວັນທີ 23 ກໍລະກົດ 2025 ວ່າດ້ວຍການມອບໃບຍ້ອງຍໍກະຊວງປ້ອງກັນຄວາມສະຫງົບໃຫ້ນາຍ ແລະ ພົນຕໍາຫຼວດໄດ້ເຂົ້າຮ່ວມປະຕິບັດໜ້າທີ່ວຽກງານວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ(2021-2025) ຈໍານວນ​​​​  37  ສະຫາຍ ແລະ ຂໍ້ຕົກລົງຂອງກົມໃຫຍ່ການເມືອງ ປ້ອງກັນຄວາມສະຫງົບ ສະບັບເລກທີ 3677/ກມປສ, ລົງວັນທີ 16 ກລະກົດ 2025 ວ່າດ້ວຍການມອບໃບຍ້ອງຍໍກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບໃຫ້ນາຍ ແລະ ພົນຕໍາຫຼວດໄດ້ເຂົ້າຮ່ວມປະຕິບັດໜ້າທີ່ວຽກງານວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ(2021-2025) ຈໍານວນ​​​​  29  ສະຫາຍ, ພ້ອມທັງມອບ-ຮັບຢ່າງສົມກຽດ. ຈາກນັ້ນ, ທ່ານ ພັທ ທິບພະຈັນ ລາດມົນຕີ ຫົວໜ້າຫ້ອງການເມືອງ ປກສ ແຂວງໄຊຍະບູລີ ໄດ້ຂື້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 2834/ປກສ, ລົງວັນທີ 30 ກັນຍາ 2025 ວ່າດ້ວຍການຍົກຍ້າຍນາຍຕໍາຫຼວດທີ່ຂື້ນກັບກອງບັນຊາການ ປກສ ແຂວງໄຊຍະບູລີ ໃນນີ້ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບຕົກລົງຍົກຍ້າຍ ສະຫາຍ ພັທ ຄໍາປານ ມະນີວົງ ຈາກກອງບັນຊາການ ປກສ ເມືອງທົ່ງມີໄຊ ໄປຮັບໜ້າທີໃໝ່ຢູ່ກອງບັນຊາການ ປກສ ເມືອງແກ່ນທ້າວ ແລະ ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 2835/ປກສ ລົງວັນທີ 30 ກັນຍາ 2025 ວ່າດ້ວຍການແຕ່ງຕັ້ງນາຍຕໍາຫຼວດທີ່ຂື້ນກັບກອງບັນຊາການ ປກສ ແຂວງໄຊຍະບູລີ ໃນນີ້ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບຕົກລົງແຕ່ງຕັ້ງ ທ່ານ ພັທ ອຸ່ນເຮືອນ ກັນທະວົງ ເປັນຫົວໜ້າກອງບັນຊາການ ປກສ ເມືອງແກ່ນທ້າວ, ທ່ານ ພັທ ຄໍາປານ ມະນີວົງ ເປັນຮອງຫົວໜ້າກອງບັນຊາການ ປກສ ເມືອງແກ່ນທ້າວ, ໂອການດຽດກັນນີ້, ທ່ານ ພັທ ອຸ່ນເຮືອນ ກັນທະວົງ ຮອງເລຂາຄະນະພັກ ຫົວໜ້າກອງບັນຊາການ ປກສ ເມືອງແກ່ນທ້າວ ໄດ້ຂື້ນຜ່ານບົດສະຫຼູບວຽກງານການນໍາພາ – ຊີ້ນໍາຂອງກອງບັນຊາການ ປກສ ເມືອງແກ່ນທ້າວ ໃນໄລຍະຜ່ານມາ ໄດ້ຍົກໃຫ້ເຫັນຜົນງານ, ດ້ານດີ, ດ້ານອ່ອນ ແລະ ບາງບັນຫາທີຖອດຖອນໄດ້ໃນໄລຍະຜ່ານມາ. ຕ້ອນທ້າຍພິທີ ທ່ານ ພັອ ຄໍາສິນ ຜິວວັນນາ ກໍໄດ້ມີຄໍາເຫັນໂອ້ລົມ ເນັ້ນໜັກໃຫ້ບັນດາສະຫາຍຄະນະພັກ – ຄະນະບັນຊາແຕ່ລະຂັ້ນ, ພະນັກງານຫຼັກແຫຼ່ງຖືສໍາຄັນວຽກງານສຶກສາອົບຮົມການເມືອງ – ແນວຄິດ ໃຫ້ນາຍ ແລະ ພົນຕໍາຫຼວດໃຫ້ໜັກແໜ້ນ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີວຽກງານ, ເພີ່ມທະວີຄວາມສາມັກຄີເປັນເອກະພາບຢູ່ພາຍໃນໃຫ້ໜັກແໜ້ນ, ສຶບຕໍ່ປັບປຸງແບບແຜນວີທີເຮັດວຽກ, ແບບແຜນການນໍາພາ -ຊີ້ນາໍໃຫ້ສອດຄ່ອງກັບສະພາບໂຕຈິງຂອງແຕ່ລະກົມກອງ ພ້ອມທັງຮຽກຮ້ອງໃຫ້ບັນດາສະຫາຍຈົ່ງໄດ້ພາກັນຍົກສູງຄວາມຮັບຜິດຊອບ ສຸມທຸກສະຕິປັນຍາບຸກປືນເຮັດໜ້າທີຂອງຕົນໃຫ້ມີຄວາມສໍາເລັດທີ່ຍິ່ງໃຫຍ່ກວ່າເກົ່າ, ສາມາດຮັບປະກັນເຮັດໃຫ້ເມືອງມີຄວາມສະຫງົບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມຢ່າງແທ້ຈິງ.

                                                                       ຂ່າວ: ປກສ ເມືອງແກ່ນທ້າວ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa