ເມືອງເງິນ ແຂວງໄຊຍະບູລີ ປິດການແຂ່ງຂັນຊ່ວງເຮືອປະຈຳປີ 2025

ວັນທີ 14 ພະຈິກ 2025 ນີ້, ຢູ່ທີ່ຜາມໄຊອ່າງເກັບນໍ້າຫ້ວຍນານ້ອຍ ບ້ານຫຼວງມີໄຊ ເມືອງເງິນ ແຂວງໄຊຍະບູລີ ໄດ້ປິດການແຂ່ງຂັນກິລາຊ່ວງເຮືອປະຈຳປີ 2025 ຢ່າງເປັນທາງການ ພາຍໃຕ້ການເປັນປະທານຈັດການແຂ່ງຂັນຂອງ  ທ່ານ ທອງພັນ ສຸກສະຫວັດ ກໍາມະການພັກແຂວງ  ເລຂາຄະນະບໍລິຫານງານພັກເມືອງ, ເປັນກຽດເຂົ້າຮ່ວມຂອງ ທ່ານ ອາເມຊົງ ເຢ້ຍເລັງ ກໍາມະການປະຈໍາພັກແຂວງ ຫົວໜ້ຄະນະໂຄສະນາອົບຮົມ ແຂວງໄຊຍະບູລີ ຜູ້ຊີ້ນໍາອົງການປົກຄອງເມືອງເງິນ, ມີບັນດາການນຳຂັ້ນແຂວງ, ອົງການປົກຄອງເມືອງ, ເມືອງອ້ອມຂ້າງ, ອຳເພີສະເຫຼີມພະກຽດ, ອໍາເພີທຸງຊ້າງ,ອໍາເພີບໍ່ເກືອ ຈາກລາຊາອານາຈັກໄທ, ນັກທຸລະກິດ, ນັກກິລາ ແລະ ຕະຫຼອດຮອດມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.

ເຊິ່ງກິດຈະກຳດັ່ງກ່າວ ໄດ້ຈັດຂຶ້ນໃນທຸກໆປີ ໂດຍຕິດພັນກັບວັນສ້າງຕັ້ງເມືອງເງິນ, ຄື ວັນທີ 14 ພະຈິກ ປີ 1992- 14 ພະຈິກ 2025 ມາຮອດປະຈຸບັນໄດ້ໜູນວຽນມາບັນຈົບ ຄົບຮອບ 33 ປີ. ກິດຈະກຳພາຍໃນງານມີເປີດຕະຫຼາດນັດວາງສະແດງສິນຄ້າ, ປະກວດອາຫານພື້ນບ້ານ, ງານສະແດງສີລະປະວັນນະຄະດີ, ເຮືອທີ່ເຂົ້າຮ່ວມແຂ່ງຂັນໃນປີນີ້ປະກອບມີ ເຮືອໄວເພດຊາຍ 8 ທີມ, ເຮືອໄວເພດຍິງ 8 ທີມ, ຜ່ານການແຂ່ງຂັນຊ່ວງເຮືອຜົນການແຂ່ງຂັນປະກົດວ່າ: ເຮືອໄວເພດຊາຍ ອັນດັບທີ 1 ບ້ານນາງົວ ໄດ້ຮັບຂັນເງິນ 1 ໜ່ວຍ, ນໍ້າໜັກ 1 ກິໂລ, ເງິນສົດ 10.000.000 ກີບ. ອັນດັບທີ 2 ບ້ານ ນໍ້າເງິນ ໄດ້ຮັບເງິນສົດ 9.000.000 ກີບ. ອັນດັບທີ 3 ບ້ານຂອນ ໄດ້ຮັບເງິນສົດ 8.000.000 ກີບ ເຮືອໄວເພດຍິງ ອັນດັບທີ 1 ບ້ານ ນາງົວ ໄດ້ຮັບຂັນເງິນ 1 ໜ່ວຍ,ນໍ້າໜັກ 1 ກິໂລ, ເງິນສົດ 10.000.000 ກີບ. ອັນດັບທີ 2 ບ້ານ ນໍ້າເງິນ ໄດ້ຮັບເງິນສົດ 9.000.000 ກີບ, ອັນດັບທີ 3 ບ້ານບີໝີ ໄດ້ຮັບເງິນສົດ 8.000,000 ກີບ

    ປະກວດອາຫານພື້ນບ້ານ:

ອັນດັບທີ 1 ບ້ານ ຫຼວງມີໄຊ ໄດ້ຮັບເງິນສົດ 2.500,000 ກີບ.

ອັນດັບທີ 2 ບ້ານ ເພຍງາມ ໄດ້ຮັບເງິນສົດ 2,000,000 ກີບ.

ອັນດັບທີ 3 ບ້ານຂອນ ໄດ້ຮັບເງິນສົດ 1,500,000 ກີບ.

ເປັນກຽດຂື້ນມອບລາງວັນຊະນະເລີດ ທັງເພດຊາຍ ແລະ ເພດຍິງ ໂດຍແມ່ນ ທ່ານ ອາເມຊົງ ເຢ້ຍເລັງ ກໍາມະການປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມ ແຂວງ ໄຊຍະບູລີ

ຕອນທ້າຍພິທີ ທ່ານ ທອງພັນ ສຸກສະຫວັດ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ປະທານຈັດການແຂ່ງຂັນໄດ້ຂຶ້ນກ່າວປິດການແຂ່ງຂັນ ການຈັດກິດຈະກໍາຊ່ວງເຮືອ ກໍ່ເພື່ອເປັນການປົກປັກຮັກສາຮີດຄອງປະເພນີອັນດີງາມ ຂອງເມືອງໄວ້ໃຫ້ຍືນຍົງຕະຫຼອດໄປ ທັງເປັນການເສີມສ້າງບັນຍາກາດແຫ່ງຄວາມສາມັກຄີ ຂອງທົ່ວປວງຊົນພາຍໃນເມືອງ ກັບການນຳຂັ້ນແຂວງ, ເມືອງອ້ອມຂ້າງ ໃຫ້ມີຄວາມແໜ້ນແຟ້ນ, ເຕັມໄປດ້ວຍບັນຍາກາດເບີກບານມ່ວນຊື່ນ ແລະ ປະທານຈັດການແຂ່ງຂັນກໍ່ໄດ້ກ່າວປິດການແຂ່ງຂັນກິລາຊ່ວງເຮືອປະຈຳປີ 2025 ລົງຢ່າງເປັນທາງການ.

ພາບ-ຂ່າວ: ຄ.ອ.ມ ເມືອງເງິນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa