

ພິທີປະກາດການແຕ່ງຕັ້ງ ຫົວໜ້າການເມືອງ, ຮອງຫົວໜ້າການເມືອງ ແລະ ຄະນະຫ້ອງ ຂອງກອງບັນຊາການທະຫານ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນຕອຍບ່າຍວັນທີ 18 ພະຈິກ 2025 ນີ້, ທີ່ສະໂມສອນຂອງກົມກອງ, ໂດຍການເປັນປະທານຂອງ ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີສະຫາຍ ດວງຕາ ໄຊວຸດ ຮອງເລຂາພັກ ແຂວງໄຊຍະບູລີ, ມີສະຫາຍ ພົນຈັດຕະວາ ປອ ບຸນຍອງ ດວງດີ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງໄຊຍະບູລີ, ຜູ້ຕາງໜ້າຈາກກະຊວງປ້ອງກັນປະເທດ, ຄະນະພັກ-ຄະນະບັນຊາ ກອງບັນຊາການ, ອົງການ 5 ຫ້ອງ, ແຂກຖືກເຊີນ ຕະຫຼອດຮອດພະນັກງານຫຼັກແຫຼ່ງ ທະຫານແຂວງໄຊຍະບູລີເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ປອ ສອນໄຊ ຈັນຍາລາດ ຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານດຳລັດ ນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງຫົວໜ້າການເມືອງ ກອງບັນຊາການທະຫານແຂວງໄຊຍະບູລີ ແລະ ຜ່ານຂໍ້ຕົກລົງ ຂອງລັດຖະມົນຕີກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງຄະນະບັນຊາ ກອງບັນຊາການທະຫານແຂວງ ແລະ ຄະນະຫ້ອງ ຂຶ້ນກັບກອງບັນຊາການທະຫານແຂວງໄຊຍະບູລີ, ອີງຕາມ ກົດໝາຍນາຍທະຫານກອງທັບປະຊາຊົນລາວ ວ່າດ້ວຍການແຕ່ງຕັ້ງ, ຍົກຍ້າຍນາຍທະຫານ, ອີງຕາມ ທິດທາງກ່ຽວກັບການປັບປຸງບູລະນະກົງຈັກການຈັດຕັ້ງນຳພາ-ບັນຊາ ໃນກຳລັງປະກອບອາວຸດໃຫ້ເຂັ້ມແຂງ, ໜັກແໜ້ນຮອບດ້ານ ເພື່ອເຮັດສຳເລັດໜ້າທີ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ໃນນີ້, ນາຍົກລັດຖະມົນຕີ ຕົກລົງແຕ່ງຕັ້ງ ສະຫາຍ ພັນເອກ ບຸນພົບ ວິໄລສັກ ເປັນຫົວໜ້າການເມືອງ ກອງບັນຊາການທະຫານແຂວງໄຊຍະບູລີ; ກະຊວງປ້ອງກັນປະເທດ ຕົກລົງແຕ່ງຕັ້ງ ສະຫາຍ ພັນໂທ ສີປະເສີດ ສອນພັນ ເປັນຮອງຫົວໜ້າການເມືອງ ກອງບັນຊາການທະຫານແຂວງ, ທັງເປັນຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງໄຊຍະບູລີ, ສະຫາຍ ພັນໂທ ຄຳປ່ຽງ ແດນມີໄຊ ເປັນຮອງຫົວໜ້າຫ້ອງການເມືອງ.
ໂອກາດນີ້, ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ໄດ້ເນັ້ນໜັກໃຫ້ບັນດາສະຫາຍ ທີ່ໄດ້ຮັບໜ້າທີ່ໃໝ່ ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງ, ເພີ່ມທະວີບົດບາດການນຳພາ-ຊີ້ນຳ ສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ນາຍ ແລະ ພົນທະຫານ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີແບບແຜນໃນການນຳພາ-ບັນຊາເຂັ້ມງວດ, ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກໃຫ້ມີວິທະຍາສາດ, ປະຕິບັດຫຼັກການນຳພາຂອງພັກ-ລັດ, ຂໍ້ກຳນົດ, ກົດລະບຽບຂອງກອງທັບ, ປັບປຸງກໍ່ສ້າງກໍາລັງໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງຮອບດ້ານ, ຕັ້ງໜ້າເຝິກຝົນຫຼໍຫຼອມຕົນເອງໃນທຸກດ້ານ, ສຸມທຸກເຫື່ອແຮງສະຕິປັນຍາຄວາມຮູ້-ຄວາມສາມາດ ເຂົ້າໃນການປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍ ແລະ ສືບຕໍ່ປັບປຸງກໍ່ສ້າງກົມກອງໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າ.
ໂດຍ: ສົມຈີນ