

ວັນທີ 19 ພະຈິກ 2025ນີ້. ຢູ່ທີ່ດ່ານສາກົນນໍ້າເງິນ ເມືອງເງິນ ແຂວງໄຊຍະບູລີ ທ່ານ ສົມຈິດ ຈັນທະວົງ ຮອງເຈົ້າແຂວງໄຊຍະບູລີ ຜູ້ຊີ້ນໍາຂົງເຂດເສດຖະກິດຂັ້ນແຂວງ ພ້ອມດ້ວຍທິມງານ ໄດ້ລົງເຄື່ອນໄຫວຕິດຕາມຊຸກຍູ້ ໂຄງການກໍ່ສ້າງດ່ານສາກົນນໍ້າເງິນ ເຊິ່ງໃຫ້ການຕ້ອນຮັບຢ່າງອົບອຸ່ນ ຂອງທ່ານ ທອງພັນ ສຸກສະຫວັດ ເລຂາຄະນະບໍລິຫານງານພັກເມືອງ ພ້ອມດ້ວຍ ຄະນະຄຸ້ມຄອງໂຄງການ, ຜູ້ຮັບເຫມົາ ແລະ ຄະນະນໍາດ່ານສາກົນນໍ້າເງິນ.
ການລົງຕິດຕາມຊຸກຍູ້ໂຄງການຄວບຄຸມກໍ່້ສ້າງທາງຫຼວງແຫ່ງຊາດ 2W ແຂວງອຸດົມໄຊ (ຊວງສັນຍາ 3 ດ່ານ ສາກົນນ້ຳເງິນ BCF-1) ກໍຄື: ການກໍ່ສ້າງອາຄານຫລັກດ່ານສາກົນນໍ້າເງິນ ເມືອງເງິນ ໃນຄັ້ງນີ້, ຕາງໜ້າ ລັດວິສາຫະກິດ ວິສາວະກຳ ຄົມມະນາຄົມ ໃນນາມ ຄະນະຄຸ້ມຄອງໂຄງການ ໄດ້ລາຍງານ ບັນດາໜ້າວຽກທີ່ຈັດຕັ້ງປະຕິບັດ ໂຄງການ: ຄວບຄຸມການກໍ່ສ້າງທາງຫຼວງແຫ່ງຊາດ 2 W ແຂວງອຸດົມໄຊ (ຊ່ວງສັນຍາ 3 ດ່ານສາກົນນ້ຳເງິນ BCF-1). ໂຄງການກໍ່ສ້າງອາຄານຫຼັກຂອງດ່ານສາກົນນ້ຳເງິນ(Central Building). ຕາມແຜນໃນສັນຍາ ການກໍ່ສ້າງ ຈະໃຊ້ເວລາທັງໝົດ 24 ເດືອນ, ໃຫ້ສຳເລັດໂຄງການວັນທີ 17/2/2027 ສະເລ່ຍ 4.17% ຕໍ່ເດືອນ: ໂຄງການກໍ່ສ້າງອາຄານຫຼັກຂອງດ່ານສາກົນນ້ຳເງິນ(Central Building)ແມ່ນເລີ່ມລົງມືກໍ່ສ້າງແມ່ແຕ່ ວັນທີ17/2/2025, ມາຮອດປະຈຸບັນ ເວລາການກໍ່ສ້າງຜ່ານໄປແລ້ວ 9 ເດືອນ. ຄວາມຄືບໜ້າທ້າຍເດືອນ ກັນຍາ(9) ປີ 2025.ການຈັດຕັ້ງປະຕິບັດໂຄງການ ແມ່ນສຳເລັດ 18,63%, ທຽບໃສ່ແຜນການແມ່ນຫຼື່ນແຜນການ 3.11%. ສໍາລັບ ເດືອນຕຸລານີ້ ຜູ້ຮັບເໝົາສາມາດປະຕິບັດວຽກກໍ່ສ້າງໄດ້ດັ່ງນີ້:ປັບປຸງພື້ນທີ່ສຳລັບກໍ່ສ້າງສຳເລັດໄປແລ້ວ 31.24%.ສືບຕໍ່ກໍ່ສ້າງອາຄານຫຼັກຂອງດ່ານ (Central Building) ສຳເລັດໄປແລ້ວ:ວຽກໂຄງສ້າງ 82.54%.ວຽກຕົບແຕ່ງ 0.73%ສືບຕໍ່ກໍ່ສ້າງອາຄານຫໍພັກພະນັກງານ (Dormitory Building) ສໍາເລັດໄປແລ້ວ:ວຽກໂຄງສ້າງ 65,57%.ສືບຕໍ່ກໍ່ສ້າງອາຄານຫ້ອງອາຫານຂອງພະນັກງານ (Kitchen and Canteen) 1 ອາຄານສໍາເລັດໄປແລ້ວສໍາລັບວຽກໂຄງສ້າງ 1,29%. ສຳເລັດການຕິດຕັ້ງລະບົບໄຟຟ້າພາຍນອກອາຄານສຳເລັດໄປແລ້ວ 34.18%, ວຽກງານສິ່ງແວດລ້ອມ-ສັງຄົມແລະວຽກຄວາມປອດໄພຢູ່ພາກສະໜາມສຳເລັດໄປແລ້ວ 37.50%.
ໂອກາດດຽວກັນນີ້ ທາງທີມງານຂອງແຂວງ ແລະ ເມືອງ ກໍໄດ້ພ້ອມກັນລົງຕິດຕາມກວດກາຄວາມຄືບໜ້າຂອງໂຄງການກໍ່ສ້າງໃນພາກສະໜາມອີກດ້ວຍ.
ຂ່າວ+ພາບໂດຍ: ອິນແປງ ແຫວນຄໍາ. (ຄ.ອ.ມ. ເມືອງເງິນ)