ປກສ ເມືອງໄຊຍະບູລີ ສຶກສາອົບຮົມກຸ່ມແກ້ງ ທີ່ມົ້ວສຸມສີງເສບຕິດ ທີ່ຜິດກົດໝາຍ

ວັນທີ 18 ພະຈິກ 2025 ນີ້, ເຈົ້າໜ້າທີ່ພະແນກຕໍາຫຼວດ ປກສ ເມືອງໄຊຍະບູລີ ໄດ້ນໍາເອົາກຸ່ມແກ້ງທີ່ມົ້ວສຸມສີ່ງເສບຕິດທີ່ຜິດກົດໝາຍ ເປັນຕົ້ນ: ຄໍລະເຈນ, ເຄ ແລະ ຢາສູບໄຟຟ້າ ຈໍານວນ 30 ຄົນ, ຍີງ 09 ຄົນ ມາສຶກສາອົບຮົມ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ພັທ ແສງຈັນ ສີສົມບັດ ຮອງກອງບັນຊາການ ປກສ ເມືອງໄຊຍະບູລີ, ມີພະງານທີ່ກ່ຽວຂອງ, ພ້ອມດ້ວຍຜູ້ປົກຄອງ ແລະ ພວກທີ່ມົ້ວສຸມສີ່ງເສບຕິດເຂົ້າຮ່ວມ.

ໃນພິທີ ທ່ານ ພັທ ວິຈິດ ໄຊຍະວົງ ຫົວໜ້າພະແນກຕໍາຫລວດ ປກສ ເມືອງໄຊຍະບູລີ ໄດ້ລາຍງານໃຫ້ຮູ້ວ່າ: ໃນຄໍາຄືນຂອງວັນທີ່ 15 ເດືອນ ພະຈິກ ປີ 2025 ທີ່ຜ່ານມານີ້, ທາງເຈົ້າໜ້າທີ່ໄດ້ຮັບແຫຼ່ງຂ່າວພົນລະເມືອງດີວ່າ: ມີຮ້ານອາຫານແຫ່ງໜື່ງຢູ່ເທດສະບານເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ເປີດສຽງເນືອງນັນກາຍຂອບເຂດ ແລະ ກາຍໂມງເວລາ ທີ່ໄດ້ກໍານົດໄວ້,  ຕົກມາຮອດເວລາ 3,00 ຂອງວັນທີ່ 15 ເດືອນ ພະຈິກ 2025 ທາງເຈົ້າໜ້າທີ່ພະແນກຕໍາຫລວດຈື່ງໄດ້ລົງກວດກາສະຖານທີ່ດັ່ງກ່າວຈື່ງໄດ້ພົບເຫັນວ່າມີມູນຄວາມຈີງ ແລະ ໄດ້ພົບເຫັນກຸ່ມແກ້ງທີ່ມົ້ວສຸມສີງເສບຕິດທີ່ຜິດກົດໝາຍເຊັ່ນ: ຄໍລາເຈນ, ເຄ ແລະ ຢາສູບໄຟຟ້າ, ດັ່ງນັ້ນທາງເຈົ້າໜ້າທີ່ພະແນກຕໍາຫລວດ ປກສ ເມືອງໄຊຍະບູລີ ຈື່ງໄດ້ກັກຕົວກຸ່ມແກ້ງທີ່ມົ້ວສຸມສີງເສບຕິດດັ່ງກ່າວ  ໄດ້ຈໍານວນ 30 ຄົນ,​ ຍິງ 09 ຄົນ ແລະ ໄດ້ນໍາຕົວຈໍານວນດັ່ງກ່າວມາສຶກສາອົບຮົມ ພ້ອມທັງຜ່ານກົດໝາຍບາງມາດຕາທີ່ກ່ຽວກັບ ການປູກ, ຜະລິດ, ປຸງແຕ່ງ, ຊົມໃຊ້, ຄ້າຂາຍ, ຈໍາໜ່າຍ, ຂົນສົ່ງ, ມີໄວ້ຄອບຄອງ, ນໍາໃຊ້, ສົ່ງອອກ ພຶດທີ່ມີສານເສບຕິດ ຫຼື ຜະລິດຕະພັນທີ່ມີສ່ວນປະສົມສານຕັ້ງຕົນ ແລະ ສານເສບຕິດປະເພດຕ່າງໆ ໂດຍບໍ່ຖຶກຕ້ອງຕາມກົດໝາຍ, ຈຸດປະສົງ, ກໍ່ເພື່ອແນໃສ່ໃຫ້ກຸ່ມແກ້ງດັ່ງກ່າວ ຮັບຮູ້ ແລະ ເຂົ້າໃຈລະບຽບຂອງກໍາລັງປ້ອງກັນຄວາມສະຫງົບ ຈໍາແນກໄດ້ສິ່ງທີ່ຜິດ ແລະ ຖືກ, ຮັບຮູ້ໄດ້ເຖິງແນວທາງນະໂຍບາຍຂອງພັກ-ລັດ, ຜົນຮ້າຍ ແລະ ໄພອັນຕະລາຍຂອງສີ່ງເສບຕິດແຕ່ລະປະເພດ ທີ່ເປັນໄພຮຸກຮານຕໍ່ສັງຄົມ ແລະ ປະເທດຊາດບ້ານເມືອງ, ພ້ອມອະທິບາຍຜົນຮ້າຍຂອງສານເສບຕິດແຕ່ລະປະເພດ ໃຫ້ເຂົ້າເຈົ້າໄດ້ຮັບຮູ້ ແລະ ເຂົາໃຈ ຕໍ່ໄພອັນຕະລາຍຂອງສານເສບຕິດປະເພດຕ່າງໆ.

ຈາກນັ້ນກໍ່ໄດ້ເຮັດບົດບັນທຶກສຶກສາອົບຮົມ ແລະ ພ້ອມທັງມອບໃຫ້ພໍ່ແມ່ຜູ້ປົກຄອງ ນໍາໄປສຶກສາອົບຮົມ ບົ່ນສອນລູກຫລານຂອງຕົ້ນຢູ່ພາຍໃນຄອບຄົວ ເພື່ອເຮັດໃຫ້ເຂົ້າເຈົ້າກາຍເປັນຄົນດີໃນສັງຄົມ, ຮູ້ສໍານຶກຜິດ ແລະ ບໍ່ໃຫ້ກັບມາຄ້າຂາຍ ແລະ ມົ້ວສຸມດື່ມນໍ້າກະທ່ອມຕື່ມອີກ.

ຂ່າວ: ປກສ ແຂວງໄຊຍະບູລີ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa