ເມືອງໄຊສະຖານ ແຂວງໄຊຍະບູລີ ຈັດພິທີເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຄັ້ງທີ VIII ແລະ ປາຖະກາຖາ ວັນຊາດທີ 2 ທັນວາ ຄົບຮອບ 50 ປີ, ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ

  

ວັນທີ 18 ພະຈິກ 2025 ນີ້ ເມືອງໄຊສະຖານ ແຂວງໄຊຍະບູລີ ໄດ້ຈັດພິທີເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ຄັ້ງທີ VIII, ພ້ອມທັງປາຖະກາຖາວັນຊາດທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ຂື້ນຢ່າງເປັນທາງການ ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ປອ ສີສອນພັນ ບຸນສີ ຮອງເລຂາພັກແຂວງ ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ພະນັກງານອາວຸໂສບໍານານ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ອົງການ, ກົມກອງ, ສະມາຊິກພັກ-ພະນັກງານ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ, ຄະນະກອງຮ້ອຍຊາຍແດນ ຄ 154, ລັດວິສາຫະກິດ, ນາຍບ້ານພາຍໃນເມືອງເຂົ້າຮ່ວມຮັບຟັງທັງໝົດ 137 ສະຫາຍ, 39 ສະຫາຍ

ພິທີທີ່ມີຄວາມໝາຍຄວາມສໍາຄັນໃນຄັ້ງນີ້ ສະຫາຍ ປອ ສີສອນພັນ ບຸນສີ ຮອງເລຂາພັກແຂວງ ໄດ້ໃຫ້ກຽດເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ຄັ້ງທີ VIII ເຊິ່ງທ່ານໄດ້ໃຫ້ຮູ້ວ່າກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຄັ້ງທີ VIII ໄດ້ໄຂຂື້ນໃນຕອນເຊົ້າຂອງວັນທີ 15 ແລະ ໄດ້ອັດລົງໃນວັນທີ 16 ຕຸລາ 2025 ໄດ້ດໍາເນີນເປັນເວລາ 1 ວັນເຄິ່ງ ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງແຂວງ ໂດຍການເປັນປະທານຂອງ ສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເປັນກຽດເຂົ້າຮ່ວມຂອງສະຫາຍ ປອ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ ປະທານກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ມີຜູ້ແທນເຂົ້າຮ່ວມທັງໝົດ 325 ສະຫາຍ, ຍິງ 56 ສະຫາຍ ເປັນຕົວແທນໃຫ້ແກ່ສະມາຊິກພັກທັງໝົດ 20.797 ສະຫາຍໃນທົ່ວແຂວງ. ກອງປະຊຸມໄດ້ພ້ອມກັນຄົ້ນຄ້ວາ ແລະ ປະກອບຄໍາເຫັນໃສ່ຮ່າງລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ ທັງສອງພາກ ແລະ ບົດສໍາຫຼວດການນໍາພາລວມ ຂອງຄະນະບໍລິຫານງານພັກແຂວງ ສະໄໝທີ VII ພ້ອມທັງໄດ້ຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ໃນການນໍາພາ-ຊີ້ນໍາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ສະໄໝທີ VII ຂອງອົງຄະນະພັກແຂວງ ໃນໄລຍະ 5 ປີຜ່ານມາ ພ້ອມທັງໄດ້ເປັນເອກະສັນກັນຮັບຮອງເອົາຄາດໝາຍສູ້ຊົນ ໃນ 5 ປີຕໍ່ໜ້າ ( 2026-2030). ກອງປະຊຸມໃນຄັ້ງນີ້ຜູ້ແທນກອງປະຊຸມຍັງໄດ້ໃຊ້ສິດປະຊາທິປະໄຕປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກແຂວງຊຸດໃໝ່ບົນພື້ນຖານຖືກຕ້ອງ,ສອດຄ່ອງກັບມາດຕະຖານ, ເງື່ອນໄຂທີ່ກໍານົດໄວ້ ເຊິ່ງມີຜູສະໝັກເລືອກຕັ້ງ ຈໍານວນ 41 ສະຫາຍ, ເລືອກໄດ້ 37 ສະຫາຍ, ຍິງ 7 ສະຫາຍ, ກອງປະຊຸມຄັ້ງປະຖົມມະລຶກໄດ້ເປັນເອກະສັນກັນເລືອກຕັ້ງເອົາຄະນະປະຈໍາ, ເລຂາ, ຮອງເລຂາ, ປະທານ, ຮອງປະທານກວດກາ, ເລືອກຕັ້ງເອົາຄະນະປະຈໍາພັກແຂວງ ຈໍານວນ 11 ສະຫາຍ, ຍິງ 2 ສະຫາຍ, ເລືອກຕັ້ງສະຫາຍ ເພັງນິລັນ ຄໍາພັນເພັງ ເປັນເລຂາຄະນະບໍລິຫານງານພັກແຂວງ, ສະຫາຍ ດວງຕາ ໄຊວຸດ ແລະ ສະຫາຍ ປອ ສີສອນພັນ ບຸນສີ ເປັນຮອງເລຂາຄະນະບໍລິຫານານພັກແຂວງ, ສະຫາຍ ຄໍາເຫຼັກ ແກ້ວວິໄລພອນ ເປັນປະທານຄະນະກວດກາພັກແຂວງ, ສະຫາຍ ໜູໄຊ ໜໍກີຢາ, ສະຫາຍ ສີທອນ ພັນທະວົງ ແລະ ສະຫາຍ ທອງສຸກ ເຊັງທໍ ເປັນຮອງປະທານຄະນະກວດກາພັກແຂວງ,  ກອງປະຊຸມຍັງໄດ້ປ່ອນບັດຄັດເລືອກເອົາຜູ້ແທນສົມບູນ ແລະ ຜູ້ແທນສໍາຮອງ ເພື່ອໄປຮ່ວມກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຜູ້ແທນສົມບູນຈໍານວນ 27 ສະຫາຍ, ຍິງ 4 ສະຫາຍ, ຜູ້ແທນສໍາຮອງ ຈໍານວນ 5 ສະຫາຍ, ຍິງ 1 ສະຫາຍ. ຈາກນັ້ນກໍ່ໄດ້ຮັບຟັງປາຖະກາຖາເລົ່າຄືນມູນເຊື້ອ 2 ວັນປະຫວັດສາດ ຄື : ວັນຊາດທີ 2 ທັນວາ ຄົບຮອບ 50 ປິ ( 2 ທັນວາ 1975-2 ທັນວາ 2025 ) ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ( 13 ທັນວາ 1920-13 ທັນວາ 2025 ).

ທັງນີ້ກໍ່ເພື່ອເປັນການຜັນຂະຫຍາຍຜົນສໍາເລັດຂອງກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ໃຫ້ສະມາຊິກພັກ-ພະນັກງານ, ຕະຫຼອດຮອດປະຊາຊົນໄດ້ຮັບຮູ້ເຂົ້າໃຈ ເພື່ອພ້ອມກັນນໍາໄປຈັດຕັ້ງຜັນຂະຫຍາຍບັນດາເນື້ອໃນຈິດໃຈຂອງກອງປະຊຸມໃຫ້ປະກົດຜົນເປັນຈິງ ແລະ ພ້ອມກັນຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນ, ເພື່ອເປັນການທົບທວນຫວນຄືນມູນເຊື້ອ ແລະ ພາລະກິດ ຂອງ 2 ວັນປະຫວັດສາດດັ່ງກ່າວໃນການຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍ່ຄືຜົນສໍາເລັດໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະທດຊາດພາຍໃຕ້ການນໍາພາ-ຊີ້ນໍາຂອງພັກ ເພື່ອລະນຶກເຖິງຄຸນງາມຄວາມດີຂອງປະທານ ໄກສອນ ພົມວິຫານ ທີ່ມີຕໍ່ປະເທດຊາດ ແລະ ຮໍາຮຽນເອົາຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ ແບບແຜນດໍາລົງຊີວິດ ແລະ ແບບຢ່າງອັນດີງາມຂອງເພີ່ນ.ທັງນີ້ກໍ່ເພື່ອເຮັດໃຫ້ສະມາຊີກພັກ-ພະນັກງານ,ທະຫານ,ຕໍາຫຼວດ ຢູ່ພາຍໃນເມືອງຮັບຮູ້ເຖີງຄວາມໝາຍສຳຄັນຂອງວັນດັ່ງກ່າວເພື່ອແນໃສ່ເຮັດໃຫ້ທຸກຊັ້ນຄົນຕ່າງໆໃນທົ່ວສັງຄົມມີຄວາມຮັບຮູ້ ແລະ ເຂົ້າໃຈເພື່ອນຳເອົາ ເນື້ອໃນຈິດໃຈຂອງກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ມູນເຊື້ອຂອງ 2 ວັນປະຫວັດສາດດັ່ງກ່າວໄປເຊື່ອມຊືມ ແລະ ຈັດຕັ້ງປະຕິບັດໃນຮາກຖານຂອງຕົນໃຫ້ໄດ້ຮັບຮູ້ເຂົ້າໃຈຢ່າງທົ່ວເຖີງປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ປະກົດຜົນເປັນຈິງ.

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa