ເມືອງພຽງ ແຂວງໄຊຍະບູລີ ຈັດພິທີປາຖະກະຖາ 3 ວັນສຳຄັນທາງດ້ານປະຫວັດສາດ.

ເມືອງພຽງແຂວງໄຊຍະບູລີ ຈັດພິທີປາຖະກະຖາ ວັນສະຖາປະນາ ສປປລາວ ຄົບຮອບ 50 ປີ( 2 ທັນວາ 1975-2 ທັນວາ 2025 ), ວັນ ເກີດ ຂອງປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ( 13 ທັນວາ 1920-13 ທັນວາ 2025 ),ວັນຮ່ວມກັນເພື່ອຢຸດຕິຄວາມຮຸນແຮງທາງຈິດຕໍ່ແມ່ຍິງ ແລະ ເດັກນ້ອຍ ພ້ອມທັງ ເຜີຍແຜ່ຜົນສໍາ ເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງໄຊຍະບູລີຄັ້ງທີ VIII ໃນວັນທີ 17 ພະຈິກ 2025 ທີ່ຫ້ອງປະຊຸມຂອງເມືອງໂດຍການເປັນກຽດເຂົ້າຮ່ວມແລະໃຫ້ກຽດປາຖະກະຖາຂອງ ສະຫາຍ ບຸດສະກອນ ອິນທະລັງສີ ກຳມະການປະຈຳພັກແຂວງ ເລຂາພັກເມືອງໆພຽງ ເຂົ້າຮ່ວມໃນພິທີມີບັນດາຮອງເລຂາພັກເມືອງ, ຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວຫນ້າ ຫ້ອງການ, ຫົວຫນ້າ 2 ກອງບັນຊາການ, ຄະນະພັດທະນາຕາແສງ,ພະນັກງານ,ທະຫານ,ຕຳຫຼວດ ລັດວິສາ ຫະກິດ, ຜູ້ອໍານວຍການໂຮງຮຽນ ແລະ ທ່ານນາຍບ້ານ 51 ບ້ານພາຍໃນເມືອງເຂົ້າຮ່ວມ.

ສຳລັບພິທີປາຖະກະຖາ 3 ວັນສຳຄັນຂອງຊາດຂອງພັກຢູ່ເມືອງພຽງໃນຄັ້ງນີ້ໃນຕອນເຊົ້າກໍ່ໄດ້ມີພິທີວາງກະຕ່າດອກໄມ້ທີໜ້າອານຸສອນສະຖານ ຂອງປະທານໄກສອນພົມວິຫານຂອງເມືອງເຊິ່ງນຳໂດຍສະຫາຍ ບຸດສະກອນ ອິນທະລັງສີ ກຳມະການປະຈຳພັກແຂວງ ເລຂາພັກເມືອງ ພ້ອມການນຳຂອງເມືອງ ແລະ ຊາວໜຸ່ມ,ເຍົາວະຊົນເພື່ອສະແດງເຖິງຄວາມກະຕັນຍູຮູ້ບຸນຄຸນຕໍ່ປະທານ ໄກສອນ ພົມວິຫານຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດທັງເປັນຜູ້ນຳພາກໍ່ຕັ້ງພັກປະຊາຊົນປະຕິວັດລາວເນື່ອງໃນໂອກາດວັນສະຖາປະນາ ສປປລາວ ຄົບຮອບ 50 ປີ ແລະ ວັນຄ້າຍວັນ ເກີດ ຂອງປະທານ ໄກສອນ ພົມວິຫານ ຄົບຮອບ 105ປີ.ຈາກນັ້ນໃນພິທີທາງການ ສະຫາຍ ບຸດສະກອນ ອິນທະລັງສີ ກຳມະການປະຈຳພັກແຂວງ ເລຂາພັກເມືອງໄດ້ໃຫ້ກຽດປາຖະກະຖາເລົ່າວຄືນມູນເຊື້ອ 3 ວັນສຳຄັນຂອງຊາດ,ຂອງພັກຄືວັນສະຖາປະນາ ສປປລາວ ຄົບຮອບ 50 ປີ, ວັນ ເກີດ ຂອງປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ,ວັນຮ່ວມກັນເພື່ອຢຸດຕິຄວາມຮຸນແຮງທາງຈິດຕໍ່ແມ່ຍິງ ແລະ ເດັກນ້ອຍພ້ອມທັງໄດ້ ເຜີຍແຜ່ຜົນສໍາ ເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງໄຊຍະບູລີຄັ້ງທີ VIIIຕໍ່ພິທີ.ໂດຍໄດ້ຍົກໃຫ້ເຫັນປະຫວັດການກຳເນີດເຕີບໃຫຍ່ຂະຫຍາຍຕົວ,ພ້ອມທັງທົບທວນຄືນມູນເຊື້ອ ແລະ ພາລະກິດຕໍ່ສູ້ປົດປ່ອຍຊາດ ໃນເມື່ອກ່ອນ ກໍຄືຜົນສໍາເລັດໃນພາລະກິດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພາຍໃຕ້ການນໍາພາ – ຊີ້ນໍາຂອງພັກ, ເຊິ່ງໄດ້ຖືເອົາໂອກາດນີ້ ສຶກສາອົບຮົມ ພະນັກງານ, ສະມາຊິກພັກ, ນັກຮົບ, ລັດຖະກອນ ໃຫ້ຍົກສູງນໍ້າໃຈຮັກຊາດ, ເສີມຂະຫຍາຍຄວາມສາມັກຄີເປັນຈິດຫນຶ່ງ ໃຈດຽວ ຂອງປະຊາຊົນບັນດາເຜົ່າ ແລະ ຍູ້ແຮງບົດບາດການນໍາພາຂອງພັກ. ຖືເອົາການສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ເປັນການໂຄສະນາ ປຸກ ລະດົມນ້ໍາໃຈຮັກຊາດ ຮັກລະບອບໃຫມ່, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສຸມທຸກກໍາລັງ ເພື່ອ ສືບຕໍ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ທ້າຍສະໄຫມ ແລະ ສ້າງຜົນງານຂໍ່ານັບ ຮັບ ຕ້ອນກອງປະຊຸມ ໃຫ່ຍຄັ້ງທີ XII ຂອງພັກໃນຕໍ່ຫນ້ານີ້ແລະເພື່ອລະນຶກເຖິງຄຸນງາມຄວາມດີຂອງ ປະທານ ໄກສອນ ພົມວິຫານ ທີ່ມີຕໍ່ປະເທດຊາດ ພ້ອມກັນ ຮ່ຳຮຽນ ເອົາແບບຢ່າງອັນດີງາມ ທີ່ເປັນມໍລະດົກອັນລໍ້າຄ່າ ເພື່ອຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ກາຍເປັນ ພະນັກງານ ສະມາຊິກພັກທີ່ດີ ເພື່ອສືບທອດພາລະກິດ ຂອງພັກ.  ເສີມຂະຫຍາຍມູນເຊື້ອການຕໍ່ສູ້ອັນບາກບັ່ນ ພະຍາຍາມ ຂອງປະຊາຊົນລາວ ບັນດາ ເຜົ່າ ໂດຍພາຍໃຕ້ການນໍາພາຂອງພັກ ເພື່ອສືບຕໍ່ບຸກທະລຸທາງດ້ານແນວຄິດຈິນຕະນາການ, ຂອງພະນັກງານ-ສະມາຊີກພັກ ສ້າງໃຫ້ມີການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ, ທັງເຮັດສໍາເລັດຫນ້າທີ່ວຽກງານທີ່ ພັກ ແລະ ປະຊາຊົນມອບຫມາຍໃຫ້. ທັງເປັນການຈັດຕັ້ງເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ຄັ້ງທີ VIII ໃຫ້ ພະນັກງານ-ລັດຖະກອນ, ສະມາຊິກພັກ, ທະຫານ, ຕໍາຫຼວດ, ນັກຮຽນ-ນັກສຶກສາ, ນັກຮຽນຮູ້ປັນຍາຊົນ ຕະຫຼອດ ຮອດປະຊາຊົນບັນດາເຜົ່າ ຂອງທ້ອງຖິ່ນຕົນ ໃຫ້ຮັບຮູ້ເຂົ້າໃຈພ້ອມກັນຈັດຕັ້ງຜັນຂະຫຍາຍບັນດາເນື້ອໃນຈິດໃຈ ຂອງກອງປະຊຸມໃຫຍ່ໃຫ້ກາຍເປັນແຜນງານ,ແຜນການລະອຽດ ພ້ອມກັນຈັດຕັ້ງປະຕິບັດໃຫ້ປະກົດຜົນຕົວຈິງ. ແລະໃນໂອກາດນີ້ສະຫາຍຍັງໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາຂອງວັນສາກົນຢຸດຕິຄວາມຮຸນແຮງທາງຈິດຕໍ່ແມ່ຍິງແລະເດັກນ້ອຍ,ຍົກໃຫ້ເຫັນປະຫວັດຄວາມເປັນມາຂອງສາມເອື້ອຍນ້ອງ ຕະກູນ ມີຣາບານ,ຂະບວນການເຄື່ອນໄຫວ 16 ວັນຕ້ານຄວາມຮຸນແຮງບົນພື້ນຖານທາງເພດ,ການຮັບຮອງວັນທີ 25 ພະຈິກ ເປັນວັນສາກົນຢູດຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ຢ່າງເປັນທາງການຂອງອົງການ ສປຊ,ເນື່ອງໃນໃນໂອກາດວັນສາກົນຢຸດຕິຄວາມຮຸນແຮງທາງຈິດຕໍ່ແມ່ຍິງ ແລະ ເດັກນ້ອຍ ໃນຄັ້ງນີ້ຕື່ມອີກ.ແລະໃນພິທີຄັ້ງນີ້ຍັງໄດ້ຮັບຊົມການສະແດງສີລະປະວັນນະຄະດີຂອງນ້ອງນັກຮຽນຈາກໂຮງຮຽນ ມສ ມິດປະຊາເພືອເປັນການສະເຫຼີມສະຫຼອງ 3 ວັນສຳຄັນທາງດ້ານປະຫວັດສາດໃນຄັ້ງນີ້ຢ່າງມີບັນຍາກາດເບີກບານມ່ວນຊື່ນ.

ໂດຍ: ແສງສຸດາ ກິ່ງສະຫວັດ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa