

ໃນວັນທີ 19 ພະຈິກ 2025 ນີ້, ຢູ່ທີ່ສະໂມສອນ ຂອງເມືອງທົ່ງມີໄຊ ແຂວງໄຊຍະບູລີ ໄດ້ຈັດພິທີ ເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ໄຊຍະບູລີ ຄັ້ງທີVIII ແລະ ປາຖະກະຖາ 2ວັນປະຫວັດສາດ ຂອງຊາດ, ຂອງພັກ ກໍ່ຄື ວັນສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50ປີ( 2ທັນວາ1975- 2 ທັນວາ2025) ແລະ ວັນເກີດອາດີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ( 13 ທັນວາ 1920 – 13 ທັນວາ 2025). ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ອາເມຊົງ ເຢ້ຽເລັ່ງ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ສະຫາຍ ສົມດີ ໄຊຍະລາດ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງທົ່ງມີໄຊ, ມີກໍາມະການປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ກົມກອງ, ອົງການຈັດຕັ້ງ, ລັດວິສາຫະກິດ, ພະນັກງານອາວຸໂສ – ບໍານານ, ສະມາຊິກພັກ, ພະນັກງານ – ລັດຖະກອນ, ທະຫານ, ຕໍາຫຼວດ ຕະຫຼອດຮອດ ນາຍບ້ານພາຍໃນເທດສະບານເມືອງ ເຂົ້າຮ່ວມ.
ໃນພິທີ ສະຫາຍ ສົມດີ ໄຊຍະລາດ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ ໄດ້ລາຍງານວຽກງານຮອບດ້ານຂອງເມືອງໂດຍສັງເຂບ
ຈາກນັ້ນ ສະຫາຍ ອາເມຊົງ ເຢ້ຽເລັ່ງ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ເຜີຍແຜ່ຜົນສຳເລັດກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ໄຊຍະບູລີ ຄັ້ງທີ VIII ວ່າ: ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງໄຊຍະບູລີ ຄັ້ງທີ VIII ໄດ້ສໍາເລັດລົງຢ່າງຈົບງາມທີ່ສະໂມສອນໃຫຍ່ຂອງແຂວງໄຊຍະບູລີໃນວັນທີ 16 ຕຸລາ 2025 ນີ້ ກອງປະຊຸມໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດຄັດເລືອກເອົາຄະນະບໍລິານງານພັກແຂວງຊຸດໃໝ່ ບົນພື້ນຖານຖືກຕ້ອງສອດຄ່ອງກັບມາດຖານ, ເງື່ອນໄຂທີ່ກຳນົດໄວ້ ເຊິ່ງມີຜູ້ສະໝັກເລືອກຕັ້ງຈຳນວນ 41 ສະຫາຍ ຄັດເລືອກໄດ້ 37 ສະຫາຍ, ຍິງ 7 ສະຫາຍ, ປ່ອນບັດເລືອກຕັ້ງຜູ້ແທນສົມບູນໄປຮ່ວມກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ມີຜູ້ສະໝັກເລືອກຕັ້ງ 34 ສະຫາຍ, ຍິງ 6 ສະຫາຍ, ເລືອກເອົາ 27 ສະຫາຍ, ສຳຮອງ 5 ສະຫາຍ, ກອງປະຊຸມຄັ້ງປະຖົມມະລຶກ ໄດ້ເປັນເອກະສັນກັນເລືອກຕັ້ງເອົາຄະນະປະຈໍາ, ເລຂາ, ຮອງເລຂາ ແລະ ປະທານ, ຮອງປະທານກວດກາ, ເລືອກຕັ້ງເອົາຄະນະປະຈຳພັກແຂວງຈຳນວນ 11 ສະຫາຍ, ຍິງ 2 ສະຫາຍ, ໄດ້ເລືອກຕັ້ງສະຫາຍ ເພັງນິລັນ ຄໍາພັນເພັງ ເປັນເລຂາຄະນະບໍລິຫານງານພັກແຂວງໄຊຍະບູລີ, ສະຫາຍ ດວງຕາ ໄຊວຸດ ແລະ ສະຫາຍ ປອ ສີສອນພັນ ບຸນສີ ເປັນຮອງເລຂາຄະນະບໍລິຫານງານພັກແຂວງໄຊຍະບູລີ, ສະຫາຍ ຄໍາເຫຼັກ ແກ້ວວິໄລພອນ ເປັນປະທານກວດກາພັກແຂວງໄຊຍະບູລີ, ສະຫາຍ ໜູໄຊ ນໍກີຢ່າ ເປັນຮອງປະທານກວດກາພັກແຂວງໄຊຍະບູລີ, ສະຫາຍ ສີທອນ ພັນທະວົງ ເປັນຮອງປະທານກວດກາພັກແຂວງໄຊຍະບູລີ, ທ່ານ ທອງສຸກ ເຊັງທໍ່ ເປັນຮອງປະທານກວດກາພັກແຂວງໄຊຍະບູລີ.
ພ້ອມດຽວກັນນີ້ທ່ານຍັງ ກໍ່ໄດ້ໃຫ້ກຽດປາຖະກະຖາ 2 ວັນປະຫວັດສາດຄື: ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, ໄດ້ຍົກໃຫ້ເຫັນ ໄຊຊະນະຢ່າງສົມບູນຂອງການປະຕິວັດຊາດ ປະຊາທິປະໄຕ ຢູ່ປະເທດເຮົາ, ຜົນງານພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ 50 ປີຜ່ານມາ, ປະທານ ໄກສອນ ພົມວິຫານ ກັບພາລະກິດປົດປ່ອຍຊາດ, ຜົນງານ-ຄຸນງາມຄວາມດີຂອງປະທານໄກສອນ
ພົມວິຫານ, ເສີມຂະຫຍາຍມູນເຊື້ອວັນທີ 2 ທັນວາ ໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ແລະ ຕັ້ງໜ້າຮໍ່າຮຽນແບບຢ່າງຄຸນສົມບັດ ຂອງປະທານ ໄກສອນ ພົມວິຫານ. ການປາຖະກະຖາໃນຄັ້ງນີ້, ເພື່ອທົບທວນຄືນມູນເຊື້ອ ແລະ ພາລະກິດຕໍ່ສູ້ປົດປ່ອຍຊາດ ໃນເມື່ອກ່ອນ ກໍ່ຄືຜົນສຳເລັດໃນພາລະກິດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພາຍໃຕ້ການນໍາພາ-ຊີ້ນໍາຂອງພັກ, ທັງເປັນການສຶກສາອົບຮົມ ພະນັກງານ, ສະມາຊິກພັກ, ນັກຮົບ, ລັດຖະກອນ ໃຫ້ຍົກສູງນໍ້າໃຈຮັກຊາດ, ເສີມຂະຫຍາຍຄວາມສາມັກຄີເປັນຈິດໜຶ່ງ ໃຈດຽວ ຂອງປະຊາຊົນບັນດາເຜົ່າ ແລະ ຍູ້ແຮງບົດບາດການນຳພາຂອງພັກ. ເພື່ອລະນຶກເຖິງຄຸນງາມ. ຄວາມດີຂອງ ປະທານ ໄກສອນ ພົມວິຫານ ທີ່ມີຕໍ່ປະເທດຊາດ ແລະ ຮຽນເອົາແບບຢ່າງອັນດີງາມ ທີ່ເປັນມໍລະດົກອັນລໍ້າຄ່າຂອງເພີນ ເພື່ອຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ກາຍເປັນພະນັກງານ ສະມາຊິກພັກທີ່ດີ ເພື່ອສືບທອດພາລະກິດຂອງພັກ ແລະ ເພື່ອເປັນການຈັດຕັ້ງເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຄັ້ງທີ VIII ໃຫ້ພະນັກງານ-ລັດຖະກອນ, ສະມາຊິກພັກ, ທະຫານ, ຕຳຫຼວດ, ນັກຮຽນ-ນັກສຶກສາ, ນັກຮຽນຮູ້ປັນຍາຊົນ ຕະຫຼອດ ຮອດປະຊາຊົນບັນດາເຜົ່າ ຂອງທ້ອງຖິ່ນຕົນ ໄດ້ຮັບຮູ້ເຂົ້າໃຈ ເພື່ອພ້ອມກັນຈັດຕັ້ງຜັນຂະຫຍາຍບັນດາເນື້ອໃນຈິດໃຈຂອງກອງປະຊຸມໃຫຍ່ດັ່ງກ່າວ ໃຫ້ກາຍເປັນແຜນການລະອຽດ ແລະ ພ້ອມກັນຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນຕົວຈິງ.
ຂ່າວ: ຄ ອ ມ ທົ່ງມີໄຊ