ກອງປະຊຸມທາບທາມຮ່າງຂໍ້ຕົກລົງຂອງປະທານຄະນະກຳມະການປົກຄອງແຂວງ ວ່າດ້ວຍການຄຸ້ມຄອງ ນຳໃຊ້ ແລະ ອານຸລັກຊ້າງບ້ານ, ເຜີຍແຜ່ກົດໝາຍວ່າດ້ວຍສະຫະກອນ ແລະ ເຜີຍແຜ່ດຳລັດ ວ່າດ້ວຍກະສິກຳແບບມີສັນຍາ

ກອງປະຊຸມທາບທາມຮ່າງຂໍຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການຄຸ້ມຄອງ ນໍາໃຊ້ ແລະ ອານຸລັກຊ້າງບ້ານ ເຜີຍແຜ່ກົດໝາຍວ່າດ້ວຍສະຫະກອນ ແລະ ເຜີຍແຜ່ດຳລັດ ວ່າດ້ວຍກະສິກຳແບບມີສັນຍາ ກອງປະຊຸມໄດ້ຈັດຂື້ນໃນວັນທີ 25 ພະຈິກ 2025 ນີ້ ຢູ່ທີ່ສະໂມສອນຂອງເມືອງເງິນ ແຂວງໄຊຍະບູລີ ໂດຍການເປັນປະທານຂອງທ່ານ ອຸ່ນຄໍາ ອຸບົນສັກ ຮອງປະທານຄະນະກຳມະການປົກຄອງເມືອງ ມີທ່ານແສງຈັນ ພານຸເດດ ຫົວໜ້າຂະແໜງກວດກາ ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ພ້ອມດ້ວຍທີມງານຂັ້ນແຂວງ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມກອງ, ລັດວິສາຫະກິດ ຜູ້ປະກອບການດ້ານກະສິກໍາ, ພະນັກງານວິຊາການທີ່ກ່ຽວຂ້ອງ ແລະ ທ່ານນາຍບ້ານເທດສະບານເມືອງເຂົ້າຮ່ວມ.

ໃນກອງປະຊຸມໄດ້ຜ່ານ ຮ່າງຂໍຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການຄຸ້ມຄອງ ນໍາໃຊ້ ແລະ ອານຸລັກຊ້າງບ້ານ, ເຊິ່ງປະກອບດ້ວຍ 8 ໝວດ 36 ມາດຕາ ຈາກນັ້ນຜູ້ເຂົ້າຮ່ວມຍັງໄດ້ພ້ອມກັນປະກອບຄຳຄິດຄຳໃສ່ຮ່າງຂໍ້ຕົກລົງວ່າດ້ວຍຮ່າງຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການຄຸ້ມຄອງ ນຳໃຊ້ ແລະ ອານຸລັກຊ້າງບ້ານໃຫ້ມີຄວາມຖືກຕ້ອງສອດຄ່ອງກັບສະພາບຄວາມເປັນຈິງ ໃນການເຄື່ອນໄຫວຈັດຕັ້ງປະຕິບັດໃນຕໍ່ໜ້າ. ການຄຸ້ມຄອງ ນຳໃຊ້ ແລະ ອານຸລັກຊ້າງບ້ານນີ້ ໄດ້ສ້າງຂື້ນ ກໍ່ເພື່ອການຄຸ້ມຄອງການລ້ຽງ, ການປົກປັກຮັກສາ, ການປົກປ້ອງ, ການນຳໃຊ້, ການຮັກສາສຸຂະພາບ, ການສຶກສາຄົ້ນຄວ້າ, ການຂະຫຍາຍພັນຊ້າງ ໃນສະພາບການທີ່ຄົນເປັນຜູ້ເບິ່ງແຍງດູແລຮັກສາ ເຊິ່ງແຕກຕ່າງຈາກຊ້າງປ່າທີ່ດຳລົງຊີວິດໃນທຳມະຊາດຢ່າງອິດສະຫຼະ. ຈຸດປະສົງ: ການທາບທາມຮ່າງຂໍ້ໃນຄັ້ງນີ້: ກໍ່ເພື່ອກຳນົດຫຼັກການ ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງ ແລະ ອານຸລັກຊ້າງ, ນຳໃຊ້ຊ້າງ, ການສ້າງຕັ້ງສະມາຄົມ, ຄະນະກຳມະການກວດກາຄຸ້ມຄອງ ການສ້າງຕັ້ງກອງທຶນ ແລະ ຂໍ້ຫ້າມ ເພື່ອແນໃສ່ເຮັດໃຫ້ການປົກປັກຮັກສາຊ້າງໃຫ້ມີຄວາມຍືນຍົງ ແລະ ເຂົ້າຮ່ວມງານມະຫາກຳບຸນຊ້າງຕະຫຼອດໄປ. ຈາກນັ້ນກໍ່ໄດ້ເຜີຍແຜ່ເຜີຍແຜ່ກົດໝາຍວ່າດ້ວຍສະຫະກອນ ສະບັບເລກທີ 54/ສພຊ ລົງວັນທີ 28 ມິຖຸນາ 2024 ແລະ ເຜີຍແຜ່ດໍາລັດຂອງລັດຖະບານ ວ່າດ້ວຍກະສິກໍາແບບມີສັນຍາ ສະບັບເລກທີ 56/ລບ ລົງວັນທີ 27 ມັງກອນ 2025 ເຊິ່ງໄດ້ກໍານົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ ຕິດຕາມ ກວດກາ ການດຳເນີນວຽກງານສະຫະກອນ ແລະ ກະສິກຳແບບມີສັນຍາຢູ່ ສປປລາວ.

ໂດຍ: ຄ . ອ . ມ ເມືອງເງິນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa