ເມືອງໄຊຍະບູລີຈັດກອງປະຊຸມກວດກາປະເມີນຜົນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວເມືອງ.

ທ້າຍອາທິດທີ່ຜ່ານມານີ້ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໄຊຍະບູລີໄດ້ຈັດກອງປະຊຸມກວດກາປະເມີນຜົນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວເມືອງ. ໂດຍການເປັນປະທານຂອງສະຫາຍ ນາງ ບົວວົງ ສີຕັນ ກຳມະການພັກເມືອງ ເລຂາຄະນະບໍລິຫານງານຊາວໜຸ່ມເມືອງ, ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ຈັນເພັງ ແສນຄຳ ຮອງເລຂາຄະນະບໍລິຫານງານພັກເມືອງ ຜູ້ຊີ້ນຳວຽກງານການເມືອງແນວຄິດ, ວຽກພັກພະນັກງານ ແລະ ອົງການຈັດຕັ້ງມະຫາຊົນຂັ້ນເມືອງ, ສະຫາຍ ໄຊສະນິດ ເພັດສະໄຫວ ຮອງເລຂາຊາວໝຸ່ມປະຊາຊົນປະຕິວັດລາວ ແຂວງໄຊຍະບູລີ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືຶອງ, ທີມງານຂອງແຂວງ, ເລຂາຊາວໝຸ່ມອ້ອມຂ້າງເມືອງພ້ອມດ້ວຍສະມາຊິກຊາວໝຸ່ມເຂົ້າຮ່ວມ.

ສະຫາຍນາງ ບົວວົງ ສີຕັນ ກຳມະການພັກເມືອງ ເລຂາຄະນະບໍລິຫານງານຊາວໜຸ່ມເມືອງໄດ້ຂື້ນຜ່ານບົດສະຫຼຸບປະເມີນຜົນການປະຕິບັດຂໍ້ແຂ່ງຂັນ 4 ບຸກ ປີ 2021-2023 ແລະ ທິດທາງແຜນການໃນຕໍ່ໜ້າ ປີ 2024 – 2026 ຂອງ ຄຊປປລ ເມືອງໄຊຍະບູລີບາງຕອນສະຫາຍໃຫ້ຮູ້ວ່າ: ຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ເມືອງໄຊຍະບູລີ ແມ່ນອົງການຈັດຕັ້ງມະຫາຊົນໜຶ່ງທີ່ຢູ່ພາຍໃຕ້ການຊີ້ນຳ – ນໍາພາຂອງອົງຄະນະພັກເມືອງ ແລະ ມີສາຍຕັ້ງຂື້ນກັບຄະນະບໍລິຫານງານຊາວໜຸ່ມແຂວງ, ໃນທົ່ວເມືອງໄຊຍະບູລີ ມີ 5 ຄະນະ ຊປປລ ຮາກຖານ ມີ 16 ໜ່ວຍຂຶ້ນກັບ, ມີໜ່ວຍຮາກຖານຊາວໜຸ່ມທັງໝົດ 138 ໜ່ວຍ, ມີຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວເມືອງ ທັງໝົດ 21 ສະຫາຍ, ຍິງ 5 ສະຫາຍ, ກວມ 16 ໜ່ວຍຮາກຖານຊາວໜຸ່ມ, ໜ່ວຍຮາກຖານສໍານັກງານ – ອົງການ 21 ໜ່ວຍ, ຮາກຖານໂຮງຮຽນມັດທະຍົມ 13 ໜ່ວຍ, ໂຮງຮຽນປະຖົມ 16 ໜ່ວຍ, ບ້ານ 76 ໜ່ວຍ, ມີຄະນະໜ່ວຍທັງໝົດ 358 ສະຫາຍ, ຍິງ 144 ສະຫາຍ; ມີໄວໜຸ່ມທັງໝົດ 33,685 ຄົນ, ຍິງ 17,140 ຄົນ, ໃນນັ້ນ; ເປັນສະມາຊິກຊາວໜຸ່ມ ປະຊາຊົນ ປະຕິວັດລາວ 3,660 ສະຫາຍ, ຍິງ 1.997 ສະຫາຍ; ຜ່ານການຈັດຕັ້ງປະຕິບັດ ແລະ ການປະເມີນກວດກາ 4 ບຸກໃນໄລຍະ 3 ປີ( 2021 – 2023) ສາມາດຕີລາຄາແຕ່ລະດ້ານໄດ້ດັ່ງນີ້: ບຸກດ້ານແນວຄິດ ປະຕິບັດໄດ້ 97,4 %; ບຸກດ້ານຝຶກຝົນ-ຫຼໍ່ຫຼອມຮໍ່າຮຽນ ປະຕິບັດໄດ້ 92,9 %; ບຸກດ້ານວຽກງານການຈັດຕັ້ງ ປະຕິບັດໄດ້ 93,9 %; ບຸກດ້ານວິຊາຊີບ-ສ້າງວຽກເຮັດງານທໍາ ປະຕິບັດໄດ້ 95,9 %; ສະເລ່ຍລວມ 94,9 %; ຄະນະ ຊປປລ ຮາກຖານທັງໝົດ ມີ 5 ຮາກຖານ; ປະເພດແຂງ 5 ຮາກຖານ; ປະເພດແຂງ 5 ຮາກຖານ; ປະເພດແຂງ 138 ໜ່ວຍ; ໜ່ວຍຊາວໜຸ່ມທີ່ຂຶ້ນກັບ ຄະນະ ຊປປລ ຮາກຖານທັງໝົດ ມີ 16 ໜ່ວຍ; ປະເພດແຂງ 16 ໜ່ວຍ; ໃນໄລຍະ 3 ປີ ຜ່ານມາມີສະມາຊິກຊາວໜຸ່ມເຂົ້າຮ່ວມການປະເມີນທັງໝົດ 3,660 ສະຫາຍ, ຍິງ 1,997 ສະຫາຍ; ສາມາດແບ່ງປະເພດໄດ້ດັ່ງນີ້: ປະເພດແຂງມີ 3,316 ສະຫາຍ, ຍິງ 1,853 ສະຫາຍ ເທົ່າກັບ 90,6%; ປະເພດກາງມີ 335 ສະຫາຍ, ຍິງ 140 ສະຫາຍ ເທົ່າກັບ 9,2%ປະເພດອ່ອນມີ 3 ສະຫາຍ, ຍິງ 0 ສະຫາຍ ເທົ່າກັບ 0,08%; ບໍ່ແບ່ງມີ 83 ສະຫາຍ,ຍິງ  66  ສະຫາຍ ເທົ່າກັບ 2,3%; ຈາກນັ້ນໃນກອງປະຊຸມກໍ່ໄດ້ພ້ອມກັນປະກອບຄຳຄິດເຫັນໃສ່ຮ່າງບົດສະຫຼຸບ ແລະ ທິດທາງແຜນການ, ປະກອບຄຳຄິດເຫັນເພື່ຶຶອຢັ້ງຢືນນາມມະຍົດ 4 ບຸກ, ຈາກນັ້ນຄະນະຊາວໝຸ່ມເມືອງ ແລະ ຕາງໜ້າບັນດາຮາກຖານ ແລະ ໜ່ວຍຮາກຖານອ້ອມຂ້າງເມືອງ ແລະ ບ້ານກໍ່ໄດ້ຂື້ນຈັບມືແຂ່ງຂັນກັນ; ຕອນທ້າຍກອງປະຊຸມ ສະຫາຍ ຈັນເພັງ ແສນຄຳ ຮອງເລຂາຄະນະບໍລິຫານງານພັກເມືອງ ຜູ້ຊີ້ນຳວຽກງານການເມືອງແນວຄິດ, ວຽກພັກພະນັກງານ ແລະ ອົງການຈັດຕັ້ງມະຫາຊົນຂັ້ນເມືອງກໍ່ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມຕື່ມອີກ.

ຂ່າວ-ພາບ: ນາງ ລັດດາວອນ ແກ້ວໄພທູນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa