
ວັນທີ 22 ພະຈິກ 2025 ນີ້ ທ່ານ ທະນູສັກ ແກ້ວປັນຍາ ຫົວໜ້າທະນາຄານການຄ້າຕ່າງປະເທດລາວມະຫາຊົນ ສາຂາແຂວງໄຊຍະບູລີ ພ້ອມດ້ວຍທີມງານ ໄດ້ມາມາອບເຄື່ອງຊ່ວຍເຫຼືອໃຫ້ນັກຮຽນໃນຫໍພັກຢູ່ເມືອງໄຊສະຖານ ໂດຍການອອກຕ້ອນຮັບຂອງທ່ານ ເອກ ເກດຕາໄຊ ຮອງປະທານຄະນະກໍາມະການປົກຄອງເມືອງ ມີພະນັກງານ, ຄູ, ອາຈານ ແລະ ນ້ອງນັກຮຽນທີ່ນອນຫໍພັກ
ເຄື່ອງທີ່ນໍາມາມອໃນຄັ້ງນີ້ ປະກອບມີເຄື່ອງອຸປະໂພກ ບໍລິໂພກ(ເຄື່ອງໃຊ້ໃນຄົວເຮືອນ) ເຄື່ອງນຸ່ງຫົ່ມ ແລະ ອາຫານແຫ້ງ ລວມມູນຄ່າ 50.000.000 ກີບ ກ່າວມອບໂດຍທ່ານ ທະນູສັກ ແກ້ວປັນຍາ ຫົວໜ້າທະນາຄານການຄ້າຕ່າງປະເທດລາວມະຫາຊົນ ສາຂາແຂວງໄຊຍະບູລີ ແລະ ກ່າວຮັບໂດຍທ່ານ ເອກ ເກດຕາໄຊ ກຳມະການປະຈໍາພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ ເຊິ່ງໄດ້ມອບໃຫ້ນ້ອງນັກຮຽນນອນໃນຫໍພັກ 3 ໂຮງຮຽນຄື: ໂຮງຮຽນ ມສ ດອຍກາວ, ມສ ກິ່ວມີໄຊ ແລະ ມ.ຕົ້ນຊະນະໄຊ ໃຫ້ກຽດ ພາຍຫຼັງການມອບເຄື່ອງຊ່ວຍເຫຼືອດັ່ງກ່າວແລ້ວ ທ່ານ ເອກ ເກດຕາໄຊ ກຳມະການປະຈໍາພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ ໄດ້ຂຶ້ນຄໍາຂອບໃຈຕໍ່ທາງທະນາຄານການຄ້າຕ່າງປະເທດລາວມະຫາຊົນ ສາຂາແຂວງໄຊຍະບູລີ ທີ່ຍາມໃດກໍ່ໄດ້ມີຄວາມເປັນຫ່ວງເປັນໄຍ ແລະ ໄດ້ນໍາເອົາວັດຖຸປັດໃຈ ເຄື່ອງຊ່ວຍເຫຼືອດັ່ງກ່າວມາ ຊ່ວຍເຫຼືອເມືອງໄຊສະຖານ ກໍ່ຄືມາໃຫ້ນ້ອງນັກຮຽນມັດທະຍົມທີ່ນອນໃນຫໍພັກ ເຊິ່ງທົ່ວເມືອງມີນັກຮຽນນອນໃນຫໍພັກທົງໝົດ 299 ຄົນ, ຍິງ 157 ຄົນ, ໃນນັ້ນໂຮງຮຽນ ມສ ດອຍກາວມີ73 ຄົນ, ຍິງ 38 ຄົນ, ມສ ກິ່ວມີໄຊ ມີ 70 ຄົນ, ຍິງ 24 ຄົນ, ມ.ຕົ້ນຊະນະໄຊ ມີ 38 ຄົນ, 26 ຄົນ, ເຂົາເຈົ້າເຫຼົ່ານັ້ນສ່ວຍໃຫຍ່ແມ່ນ ບ້ານຢູ່ຫ່າງໄກໂຮງຮຽນຊີວິດການເປັນຢູ່ພົບຄວາມຫຍຸ້ງຍາກ ບາງຄົນຂາດເຂີນເຄື່ອງນຸ່ງຫົ່ມ, ເຄື່ອງນອນ ເຊິ່ງຄິດວ່າການມາມອບໃນຄັ້ງນີ້ຈະຊ່ວຍແບ່ງເບົາພາລະຂອງຜູ້ປົກຄອງ ແລະ ຊຸກຍູ້ຊ່ວຍເຫຼືອນໍ້າໃຈໃຫ້ນ້ອງນັກຮຽນໄດ້ເປັນສ່ວນໃດສ່ວນໜຶ່ງ ແລະ ຫວັງວ່າຄົງຈະໄດ້ຮັບການຊຸກຍູ້ຊ່ວຍເຫຼືອຈາກທາງທະນາຄານການຄ້າຕ່າງປະເທດລາວມະຫາຊົນ ສາຂາແຂວງໄຊຍະບູລີ ໃນຕໍ່ໜ້າຕື່ມອີກ; ການມາມອບເຄື່ອງໃນຄັ້ງນີ້ຍັງໄດ້ມີການມອບໃບຍ້ອງຍໍຂອງປະທານຄະນະກຳມະການປົກຄອງເມືອງ ໃຫ້ກຽດມອບໂດຍທ່ານ ເອກ ເກດຕາໄຊ ຮອງປະທານຄະນະກຳມະການປົກຄອງເມືອງ ຕາງໜ້າຂື້ນຮັບໃບຍ້ອງຍໍໂດຍທ່ານ ທະນູສັກ ແກ້ວປັນຍາ ຫົວໜ້າທະນາຄານການຄ້າຕ່າງປະເທດລາວມະຫາຊົນ ສາຂາແຂວງໄຊຍະບູລີ.