ພິທີປະກາດຍົກຍ້າຍ, ແຕ່ງຕັ້ງນາຍຕໍາຫຼວດ ປະກາດຂໍ້ຕົກລົງຍ້ອງຍໍ, ພະນັກງານບໍານານ ແລະ ຂໍ້ຕົກລົງຂອງກອງພັນປ້ອງກັນເຄື່ອນທີ່

ວັນທີ 21 ພະຈິກ 2025 ຜ່ານມານີ້, ຢູ່ທີສະໂມສອນກອງພັນປ້ອງກັນເຄື່ອນທີ່ ແຂວງໄຊຍະບູລີ ໄດ້ຈັດພິທີປະກາດຍົກຍ້າຍ, ແຕ່ງຕັ້ງນາຍຕໍາຫຼວດ, ປະກາດຂໍ້ຕົກລົງມອບຫຼຽນກາ ແລະ ໃບຍ້ອງຍໍ, ປະກາດພະນັກງານພັກການຮັບອຸດໜູນບໍານານ ແລະ ຜ່ານຂໍ້ຕົກລົງຂອງກອງພັນປ້ອງກັນເຄື່ອນທີ່ ວ່າດ້ວຍການແບ່ງຄວາມຮັບຜິດຊອບຂອງຄະນະພັກ, ຄະນະກອງພັນ ແລະ ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງໝູ່ປະຈໍາການ ກຽມພ້ອມສູ້ຮົບຕະຫລອດ 24 ຊົ່ວໂມງ, ເຊີ່ງໃຫ້ກຽດເປັນປະທານຂອງ ທ່ານ ພັທ ຄໍາພາວ ມະໄລທອງ ຄະນະພັກກອງບັນຊາການ ເລຂາຄະນະພັກຮາກຖານ ຫົວໜ້າກອງພັນປ້ອງກັນເຄື່ອນທີ່, ມີບັນດາ ຄະນະພັກກອງພັນ, ກອງຮ້ອຍ, ໝວດ-ໝູ່, ພ້ອມດ້ວຍນາຍ ແລະ ພົນຕໍາຫຼວດເຂົ້າຮ່ວມ.

ໃນພິທີ ຮອ ສອນນຸພາ ສີສົມສັກ ຮອງກອງຮ້ອຍສໍາໜັກ ໄດ້ຂື້ນຜ່ານຂໍ້ຕົກລົງຂອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 2835, 2765/ປກສ, ວ່າດ້ວຍການແຕ່ງຕັ້ງນາຍຕໍາຫຼວດທີ່ຂື້ນກັບກອງບັນຊາການ ປກສ ແຂວງໄຊຍະບູລີ ແລະ ປະກາດພະນັກງານພັກການຮັບອຸດໜູນບໍານານ ໃນນີ້ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບຕົກລົງແຕ່ງຕັ້ງ ທ່ານ ພັທ ຄໍາມະນີ ພິລາຈິດ ເປັນຮອງກອງພັນປ້ອງກັນເຄື່ອນທີ່, ແລະ ປະກາດໃຫ້ສະຫາຍ ພັທ ອານຸນ ບຸນຍາວົງ ພັກການຮັບອຸດໜູນບໍານານ, ຜ່ານຂໍ້ຕົກລງຂອງກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 1819/ປກສ, ລົງວັນທີ 23 ກໍລະກົດ 2025 ວ່າດ້ວຍການມອບຫຼຽນກາກະຊວງປ້ອງກັນຄວາສະຫງົບໃຫ້ນາຍ ແລະ ພົນຕໍາຫຼວດທີ່ໄດ້ເຂົ້າຮ່ວມປະຕິບັດໜ້າທີ່ວຽກງານວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ(2021-2025) ຈໍານວນ​​​​  02  ສະຫາຍ ແລະ ມອບໃບຍ້ອງຍໍກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບໃຫ້ນາຍ ແລະ ພົນຕໍາຫຼວດທີ່ໄດ້ເຂົ້າຮ່ວມປະຕິບັດໜ້າທີ່ວຽກງານວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ(2021-2025) ຈໍານວນ​​​​  22  ສະຫາຍ. ຜ່ານຂໍ້ຕົກລົງຂອງກອງພັນປ້ອງກັນເຄື່ອນທີ່ສະບັບເລກທີ 501,502/ກປທ ລົງວັນທີ 20 ພະຈັກ 2025 ວ່າດ້ວຍການແບ່ງຄວາມຮັບຜິດຊອບຂອງຄະນະພັກ, ຄະນະກອງພັນ ແລະ ຂໍ້ຕົກລົງວ່າດ້ວຍປະຈໍາການກຽມພ້ອມສູ້ຮົບຕະຫຼວດ 24 ຊົ່ວໂມງຂອງຫົວໜ້າກອງພັນ.

ໃນຕອນທ້າຍພິທີ ທ່ານ ພັທ ຄໍາພາວ ມະໄລທອງ ຫົວໜ້າກອງພັນ ປ້ອງກັນເຄື່ອນທີ່ ກໍໄດ້ມີຄໍາເຫັນໂອ້ລົມ ເນັ້ນໜັກໃຫ້ບັນດາສະຫາຍຄະນະພັກ – ຄະນະບັນຊາ ແຕ່ລະຂັ້ນ, ພະນັກງານຫຼັກແຫຼ່ງຖືສໍາຄັນວຽກງານການສຶກສາອົບຮົມການເມືອງ – ແນວຄິດ ໃຫ້ນາຍ ແລະ ພົນຕໍາຫຼວດໃຫ້ໜັກແໜ້ນ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີວຽກງານ, ເພີ່ມທະວີຄວາມສາມັກຄີເປັນເອກະພາບຢູ່ພາຍໃນໃຫ້ໜັກແໜ້ນ, ສຶບຕໍ່ປັບປຸງແບບແຜນວີທີເຮັດວຽກ, ແບບແຜນການນໍາພາ – ຊີ້ນໍາໃຫ້ສອດຄ່ອງກັບສະພາບໂຕຈິງ ພ້ອມທັງຮຽກຮ້ອງໃຫ້ບັນດາສະຫາຍຈົ່ງໄດ້ພາກັນຍົກສູງຄວາມຮັບຜິດຊອບ ສຸມທຸກສະຕິປັນຍາບຸກບືນນເຮັດໜ້າທີຂອງຕົນປະຈໍາການກຽມພ້ອມສູ້ຮົບຕະຫຼອດ 24 ຊົ່ວໂມງ.

ຈາກນັ້ນຂ່າວຍັງໃຫ້ຮູ້ຕື່ມວ່າໃນວັນດຽວກັນກອງຮ້ອຍສໍາໜັ້ກ ແລະ ກອງຮ້ອຍຕີພິເສດຍັງໄດ້ຈັດພິທີເຊັນບົດບັນທຶກ ມອບ – ຮັບໜ້າທີ່ລະຫວ່າງຫົວໜ້າກອງຮ້ອຍຜູ່ເກົ່າ ແລະ ຜູ່ໃໝ່ ຕື່ມອີກ.

ຂ່າວ: ປກສ ແຂວງໄຊຍະບູລີ

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa