ແຂວງໄຊຍະບູລີ ເປີດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວແຂວງ ໄຊຍະບູລີ ຄັ້ງທີ VII.

ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວແຂວງ ໄຊຍະບູລີ ຄັ້ງທີ VII ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນ 27 ພະຈິກ 2025 ທີ່ຫໍປະຊຸມໃຫຍ່ ຂອງແຂວງ ໄຊຍະບູລີ, ໂດຍການເປັນປະທານຂອງທ່ານ ຄໍາສີ ແພງສະຫວັນ ປະທານແນວລາວສ້າງຊາດແຂວງ ໄຊຍະບູລີ, ໃຫ້ກຽດເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງນີ້ມີ ທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງ ໄຊຍະບູລີ, ມີບັນດາທ່ານກໍາມະການພັກແຂວງ, ຜູ້ຊົງຄຸນວຸດທິ, ພະນັກງານປະຕິວັດອາວຸໂສບໍານານ, ຜູ້ແທນສົມບູນທີ່ເປັນຕົວແທນໃຫ້ແກ່ປະຊາຊົນບັນດາເຜົ່າຊັ້ນຄົນ ສາສະໜາ ແລະ ເພດໄວເຂົ້າຮ່ວມ.

ໃນກອງປະຊຸມທ່ານຄໍາສີ ແພງສະຫວັນ ປະທານແນວລາວສ້າງຊາດແຂວງ ໄຊຍະບູລີ ໄດ້ກ່າວໄຂກອງປະຊຸມ ເຊິ່ງບາງຕອນທ່ານໄດ້ກ່າວວ່າ: ກອງປະຊຸມໃຫຍ່ຄັ້ງນີ້ ພວກເຮົາຈະໄດ້ພ້ອມກັນສັງເກດຕີລາຄາຄືນ ສະພາບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VI (2020 – 2025) ຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ, ການຈັດຕັ້ງປະຕິບັດແຜນພັດທະນາວຽກງານແນວລາວສ້າງຊາດ ແລະ ກຳນົດທິດທາງທີ່ກອງປະຊຸມໃຫຍ່ ຄັ້ງທີ VII ຂອງຜູ້ແທນແນວລາວສ້າງຊາດແຂວງໄຊຍະບູລີ ໃນຊຸມປີຕໍ່ໜ້າ ຮອດປີ 2030, ພ້ອມກັນນັ້ນ ໃນວາລະຂອງກອງປະຊຸມໃຫຍ່ຄັ້ງນີ້ ຈະໄດ້ພ້ອມກັນ ຄົ້ນຄວ້າ ແລະ ຮັບຮອງເອົາການສະເໜີແຕ່ງຕັ້ງ ຄະນະກຳມະການແນວລາວສ້າງຊາດ, ຄະນະປະຈໍາ, ປະທານ, ບັນດາຮອງປະທານ, ຄະນະປະທານກວດກາ, ຮອງປະທານບໍ່ປະຈໍາການ ແລະ ຄະນະທີ່ປຶກສາ ແນວລາວສ້າງຊາດ ແຂວງໄຊຍະບູລີ ຊຸດທີ VII, ກອງປະຊຸມໃຫຍ່ ຈະໄດ້ຮັບຟັງການໂອ້ລົມ ຂອງທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງໄຊຍະບູລີ ເພື່ອຊີ້ທິດເຍືອງທາງ ໃຫ້ແກ່ການຈັດຕັ້ງປະຕິບັດວຽກງານ ແນວລາວສ້າງຊາດແຂວງ ໃນ 5 ປີຕໍ່ໜ້າ; ແຕ່ສິ່ງສໍາຄັນກອງປະຊຸມຈະໄດ້ເລືອກເອົາຄະນະກໍາມະການແນວລາວສ້າງຊາດແຂວງຊຸດໃໝ່ຕື່ມອີກ.

……………………………….

ຂ່າວ-ພາບ: ບຸນທີ ແສງຈັນທະລາ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa