ເມືອງໄຊຍະບູລີ ຈັດກອງປະຊຸມປືກສາຫາລື ວຽກງານການປຸກສ້າງ, ຄຸ້ມຄອງ ວຽກງານ ເຄຫາ-ຜັງເມືອງ

ຕອນເຊົ້າວັນທີ 26 ພະຈິກ 2025 ນີ້  ຫ້ອງການໂຍທາທິການ ແລະ ຂົ່ນສົ່ງ ເມືອງໄຊຍະບູລີ ຈັດກອງປະຊຸມປືກສາຫາລື ວຽກງານການປຸກສ້າງ, ຄຸ້ມຄອງ ວຽກງານ ເຄຫາ-ຜັງເມືອງຂື້ນ ທີ່ຫ້ອງປະຊຸມໃຫຍ່ເມືອງໄຊຍະບູລີ ໂດຍການໃຫ້ກຽດເຂົ້າຮ່ວຂອງ ທ່ານ ຈັນເພັງ ອູ່ທອງຄໍາ ປະທານຄະນະກໍາມະການປົກຄອງເມືອງໄຊຍະບູລີ,ມີຕະນະປະຈໍາພັກເມືອງ, ກຳມະການພັກເມືອງ , ຫົວໜ້າ, ຮອງຫົວໜ້າຫ້ອງການ, ຕາງໜ້າ ຂະແໜງເຄຫາ-ຜັງເມືອງ, ຂະແໜງຂົວທາງ, ຂະແໜງຂົນສົງ, ຂະແໜງທາງນ້ຳ ພະແນກ ໂຍທາທິການ ແລະ ຂົນສົ່ງແຂວງ,  ອົງການພັດທະນາຕົວເມືອງ (ອພບຕ), ລັດວິສະຫະກິດໄຟ້າລາວສາຂາແຂວງໄຊຍະບູລີ, ພະນັກງານຊີ້ນໍາບ້ານ ພ້ອມທັງຄະນະບ້ານ 24 ບ້ານເທດສະບານເຂົ້າຮ່ວມ

ທ່ານ ເພັດມັງກອນ ສີວິໄລ ກຳມະການພັກເມືອງ, ຫົວໜ້າຫ້ອງການ ໂຍທາທິການ ແລະ ຂົນສົ່ງ ເມືອງໄຊຍະບູລີ  ໄດ້ຂື້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດໃນໄລຍະຜ່ານມາ ວຽກງານການປຸກສ້າງ ຄຸ້ມຄອງ ແລະ ໂຄສະນາເຜີມແຜ່ແຜນຜັງຊີນຳລວມທ່ານກ່າວວ່າ: ໃນໄລຍະທີ່ຜ່ານມາ ຫ້ອງການໂຍທາທິການ ແລະ ຂົນສົ່ງ ປະຈຳເມືອງໄຊຍະບູລີ ໄດ້ເອົາໃຈໃສ່ ຈັດຕັ້ງປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ສຳລັບການຄຸ້ມຄອງຜັງເມືອງໄຊຍະບູລີແມ່ນໄດ້ປະຕິບັດຕາມການອອກແບບແຜນຜັງຕົວເມືອງຂອງ ບໍລິສັດນິກເກັງຊະເກ ທີ່ມາຈາກປະເທດຍີ່ປຸ່ນ ອີງຕາມ ຂໍ້ຕົກຂອງເຈົ້າແຂວງໄຊຍະບູລີ ສະບັບເລກທີ 822/ຈຂ.ຊຍ, ລົງວັນທີ 14 ມີຖຸນາ 2016 ວ່າດ້ວຍການຮັບຮັບຮອງເອົາແຜນຜັງຊີ້ນໍາລວມເທດສະບານເມືອງ, ແຂວງໄຊຍະບູລີ  ແລະ ປະຕິບັດຕາມມາດຕາ 79 (ວ່າດ້ວຍສິດ ແລະ ໜ້າທີ່) ຂອງກົດໝາຍວ່າດ້ວຍຜັງເມືອງ ສະບັບເລກທີ 40/ສພຊ, ລົງວັນທີ 16 ພະຈິກ 2017. ໃນນີ້ໄດ້ສ້າງແຜນກຳນົດໂຄງການເປັນອັນລະອຽດຕາມຍຸດທະສາດຂອງເມືອງ ແລະ ແຜນການຍຸດທະສາດຂອງແຂວງ ເພື່ອຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ ຄຸ້ມຄອງສຳຫຼວດ – ອອກແບບຜັງເມືອງ ເຄຫາສະຖານ, ສົ່ງເສີມພັດທະນາຕົວເມືອງ ສໍາຫຼວດແຜນຜັງຈຸດສຸມ, ກຸ່ມບ້ານພັດທະນາໃນຂອບເຂດຄວາມຮັບຜິດຊອບຂອງຕົນໄດ້ປະຕິບັດຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ສະບັບເລກທີ 2241/ຍທຂ, ລົງວັນທີ 31 ມັງກອນ 2019 ມາດຕາທີ 25 ວ່າດ້ວຍສິດ ແລະ ໜ້າທີ່ຂອງຫ້ອງການໂຍທາທິການ ແລະ ຂົນສົ່ງ ຂັ້ນເມືອງ, ໃນການຄຸ້ມຄອງການປຸກສ້າງໃນລະດັບ 3 ໂດຍສະເພາະທີ່ຢູ່ອາໄສບໍ່ເກີນ 400 ຕາແມັດ, ທີ່ມີຄວາມສູງບໍ່ເກີນ 10 ແມັດ ແລະ ການຕິດຕັ້ງປ້າຍໂຄສະນາຂະໜາດນ້ອຍທີ່ມີຂະໜາດບໍ່ເກີນ 2×4 ແມັດ ແລະ ໄດ້ຄົ້ນຄວ້າພິຈາລະນານໍາສະເໜີອົງການປົກຄອງເມືອງ ອອກອະນຸຍາດປຸກສ້າງລະດັບ: 3 ໃນເທດສະບານ, ທຸກລະດັບນອກເທດສະບານ ເຊັ່ນ: ການປຸກສ້າງ, ທຸບມ້າງ, ຕໍ່ເຕີມ, ວຽກຕິດຕັ້ງ, ປັບດິນ,ຖົມດິນ ແລະ ຮົ້ວກຳແພງ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ໂດຍອິງຕາມບົດບັນທຶກກອງປະຊຸມ ໃນຄັ້ງວັນທີ 22 ສິງຫາ 2013 ວ່າດ້ວຍການແບ່ງຄວາມຮັບຜິດຊອບ ເພື່ອຈັດຕັ້ງປະຕິບັດປະຕິບັດ ເຮັດທົດລອງ 3 ສ້າງ ລະຫວ່າງ ພະແນກໂຍທາທິການ ແລະ ຂົນສົ່ງ ກັບ ຫ້ອງການໂຍທາທິການ ແລະ ຂົນສົ່ງ ເມືອງໄຊຍະບູລີ, ໃນທົ່ວເມືອງອາຄານທີ່ພັກອາໄສຄື: ມີເຮືອນກໍ່ທັງໝົດ 11.712 ຫຼັງ, ທຽບໃສ່ປີ 2023 ເພີ້ມຂື້ນ 928 ຫຼັງ,  ເຮືອນເຄີ່ງໄມ້-ເຄີ່ງກໍ່ 2.614 ຫຼັງ, ທຽບໃສ່ປີ 2023 ຫຼຸດລົງ 130 ຫຼັງ, ເຮືອນໄມ້ 1.323 ຫຼັງ ທຽບໃສ່ປີ 2023 ຫຼຸດລົງ 349 ຫຼັງ ແລະ ເຮືອນບໍ່ຖາວອນ ( ຫຼື ​ເຮືອນ​ຝາກ ) 507 ຫຼັງ ທຽບໃສ່ປີ 2023 ຫຼຸດລົງ 36 ຫຼັງ ແລະ ທຽບໃສ່ໄລຍະ 5 ຜ່ານມາຫຼຸດລົງ 372 ຫຼັງ ແລະ ໄດ້ຈັດສັນລະບົບຜັງ​​ ເທດສະບານ​ເມືອງໄຊຍະບູລີ, ​ແມ່ນໄດ້​ຮັບຮອງ​​ແລ້ວ ພ້ອມ​ທັງໄດ້​ຮັບ​ການ​ປັບປຸງ ​ຂະຫຍາຍຜັງໃໝ່ ​ເພື່ອ​ໃຫ້​ແທດ​ເໝາະ​ກັບ​​ໄລຍະ​ການ​ຂະຫຍາຍຕົວ ​ດ້ານ​ເສດຖະກິ​ດ – ສັງຄົມ ແລະ ໄດ້ສໍາຫຼວດ-ອອກແບບ ຜັງບ້ານ ທົ່ວເມືອງໄຊຍະບູລີ, ສໍາເລັດ 56 ບ້ານເທົ່າ​ກັບ 72% ຂອງຈໍານວນບ້ານ: 78 ບ້ານ (ທົ່ວເມືອງໄຊຍະບູລີ). ພ້ອມນັ້ນຍັງໄດ້ເອົາໃຈໃສ່ຄຸ້ມຄອງການປຸກສ້າງ, ຕໍ່ເຕີມ,ທຸບມ້າງ,ຈົກດິນ,ຖົມດິນພາຍໃນເທດສະບານແລະນອກເທດສະບານໃຫ້ເຂົ້າສູ່ລະບຽບ

ຫຼັກການ, ໃຫ້ຖືກຕ້ອງຕາມຜັງເມືອງ ແລະ ຜັງບ້ານທີ່ໄດ້ກຳນົດໄວ້, ຜ່ານມາມີຫຼາຍ

ກິດຈະການນັບທັງຂອງລັດ ແລະ ເອກະຊົນໄດ້ເກີດຂື້ນຢ່າງຫຼວງຫຼາຍ;ເຊີ່ງເຮັດໃຫ້

ສີສັນຂອງຕົວເມືອງແລະຊົນນະບົດໄດ້ມີການປ່ຽນແປງ,ມີຄວາມສວຍງາມຂື້ນອີກກ້າວໜື່ງ,ໄດ້ເຮັດໃຫ້ການພັດທະນາລະຫວ່າງຕົວເມືອງແລະຊົນນະບົດຍັບມໍ່ເຂົ້າຫາກັນ

ເທື່ອລະກ້າວ.

ຈາກນັ້ນທ່ານປະທານໄດ້ມີຄໍາເຫັນເຈາະຈີ້ມຕໍ່ກັບວຽກງານດັ່ງກ່າວ ແລະ ບັນດາທ່ານຜູ້ເຂົ້າຮ່ວມກໍ່ໄດ້ພ້ອມກັນສະເໜີ, ແລກປ່ຽນຄໍາຄິດເຫັນ ພ້ອມທັງປືກສາຫາລືເຖີງບັນຫາຕ່າງໆເພື່ອພ້ອມກັນແຂ້ບັນຈຸອ່ອນຂໍ້ຄົງຄ້າງໃຫ້ດີຂື້ນໄປເລື້ອຍໆ ຕອນທ້າຍຂອງກອງປະຊຸມທ່ານປະທານກໍ່ໄດ້ມີຄໍາເຫັນຊີ້ນໍາວຽກງານດັ່ງກ່າວຕື່ມອີກ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa