

ໃນຕອນເຊົ້າວັນທີ 2 ທັນວາ 2025 ທີ່ສະໂມສອນເມືອງຄອບ ແຂວງໄຊຍະບູລີ ໄດ້ມີການຈັດພິທີເຕົ້າໂຮມຊຸມນຸມ ເພື່ອຮັບຊົມການຖ່າຍທອດສົດ ພິທີສະຫຼອງວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ (2 ທັນວາ 1975 – 2 ທັນວາ 2025) ຈາກນະຄອນຫຼວງວຽງຈັນ. ໃຫ້ກຽດເຂົ້າຮ່ວມໃນພິທີຄັ້ງນີ້ ໂດຍ ສະຫາຍ ສົມນຶກ ສິງຄໍາ ກໍາມະການພັກແຂວງ ເລຂາພັກເມືອງ, ພ້ອມດ້ວຍບັນດາສະຫາຍຄະນະປະຈຳພັກເມືອງ, ກຳມະການພັກເມືອງ. ມີບັນດາອະດີດການນຳພັກ-ລັດ ຂອງເມືອງ ພະນັກງານລັດຖະກອນ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ບັນດາການນຳ ແລະ ຜູ້ເຂົ້າຮ່ວມ ໄດ້ຕັ້ງໃຈຮັບຊົມ ແລະ ຮັບຟັງການຖ່າຍທອດສົດ ການກ່າວສູນທອນພົດ ຂອງການນຳຂັ້ນສູງ ແລະ ຮັບຊົມພາບການເດີນສວນສະໜາມ ອັນຍິ່ງໃຫຍ່ທີ່ຕື່ນຕາຕື່ນໃຈ ຂອງກ້ອນກໍາລັງຕ່າງໆ ຊຶ່ງສະແດງໃຫ້ເຫັນເຖິງຄວາມເຂັ້ມແຂງ, ຄວາມຈະເລີນຮຸ່ງເຮືອງ ແລະ ມູນເຊື້ອອັນພິລະອາດຫານຂອງຊາດລາວ ຕະຫຼອດໄລຍະ 50 ປີຜ່ານມາ.
ການເຂົ້າຮ່ວມຮັບຊົມການຖ່າຍທອດສົດໃນຄັ້ງນີ້ ບໍ່ພຽງແຕ່ເປັນການຮ່ວມສະຫຼອງວັນປະຫວັດສາດຂອງຊາດເທົ່ານັ້ນ, ແຕ່ຍັງເປັນການປຸກລະດົມຈິດໃຈຮັກຊາດ, ເຊີດຊູມູນເຊື້ອ ແລະ ຄວາມສາມັກຄີເປັນປຶກແຜ່ນຂອງກອງທັບ ແລະ ປະຊາຊົນບັນດາເຜົ່າ ຊາວເມືອງຄອບ ໃຫ້ສືບຕໍ່ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ຮັ່ງມີເຂັ້ມແຂງຍິ່ງໆຂຶ້ນໄປ. ຈາກນັ້ນໃນພິທີຍັງໄດ້ມີການມອບຫຼຽນກາ ແລະ ໃບຍ້ອງຍໍໃຫ້ແກ່ຜູ້ທີ່ມີຜົນງານໃນການປະກອບສ່ວນສ້າງສາພັດທະນາເມືອງຄອບໃນໄລຍະທີ່ຜ່ານມາຕື່ມອີກ.
———
ພາບ-ຂ່າວ: ພົມມະນີ ອິນສະຫວັນ