
ເນື່ອງໃນໂອກາດ ວັນຊາດທີ 2 ທັນວາ ຄົບຮອບ 50ປີ 2 ທັນວາ 1975 – 2 ທັນວາ 2025 ແລະ ວັນຄ້າຍວັນເກີດ ປະທານໄກສອນພົມວິຫານ ຄົບຮອບ 105ປີ ທີ່ໄດ້ໝູນວຽນບັນຈົບຄົບຮອບມາອີກວາລະໜື່ງ ສະນັ້ນ ເພື່ອສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ຄຸນ ຂອງວັນສອງສຳຄັນດັ່ງກ່າວຄະນະນໍາຂອງເມືອງຊຽງຮ່ອນ ນໍາໂດຍ ສະຫາຍ ແສງອາທິດ ລາວເບຼຍຢາທໍ່ ເລຂາຄະນະບໍລິຫານພັກເມືອງຊຽງຮ່ອນ ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ອົງການ, ກົມກອງພະນັກງານຫຼັກແຫຼ່ງພາຍໃນເມືອງ, ຊາວໜຸ່ມເຍົາວະຊົນ ໄດ້ວາງພວງມາລາຢູ່ອະນຸລາວະລີນັກຮົບນິລນາມ ແລະ ວາງກະຕ່າດອກໄມ້ຢູ່ອານຸສອນສະຖານຂອງ ປະທານ ໄກສອນ ພົມວິຫານ ໃນຕອນເຊົ້າວັນທີ 2 ທັນວາ 2025, ຈຸດປະສົງກໍ່ເພື່ອເປັນການສະແດງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ ເຖິງຄຸນງາມຄວາມດີ, ນໍ້າໃຈຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈໍານົນຂອງບັນພະບູລຸດລາວ ກໍຄືບັນດານັກຮົບປະຕິວັດ ທີ່ໄດ້ເສຍສະຫຼະຊີວິດ, ເລືອດເນື້ອ ເພື່ອພາລະກິດປະຕິວັດຢ່າງອົງອາດກ້າຫານ ພາຍໃຕ້ການນຳພາ-ຊີ້ນໍາ ຂອງພັກປະຊາຊົນ ປະຕິວັດລາວ ຈົນສາມາດຍາດໄດ້ໄຊຊະນະອັນໃຫຍ່ຫຼວງ ແລະ ປະກາດເອກະລາດ, ສະຖາປະນາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975. ແລະ ເພື່ອເປັນການສະແດງຄວາມອາໄລຮັກຕໍ່ ຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ກໍ່ຄືສະແດງຄວາມກະຕັນຍູຮູ້ບຸນຄຸນຕໍ່ ປະທານ ໄກສອນ ພົມວິຫານ ທີ່ໄດ້ເສຍສະຫຼະເຫື່ອແຮງ, ສຸມສະຕິປັນຍາ ເຂົ້າໃນການນຳພາ-ຊີ້ນໍາ ພາລະກິດປະຕິວັດ ຕໍ່ສູ້ຕ້ານການຮຸກຮານຂອງພວກຈັກກະພັດລ່າເມືອງຂຶ້ນ, ສາມາດຍາດໄດ້ໄຊຊະນະ ແລະ ປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ. ເພື່ອລະນຶກເຖິງຄຸນງາມຄວາມດີຂອງປະທານໄກສອນພົມວິຫານທີ່ມີຕໍ່ປະເທດຊາດແລະຮໍ່າຮຽນເອົາຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດແບບແຜນດໍາລົງຊີວິດແລະແບບຢ່າງອັນດີງາມຂອງເພີ່ນ ດ້ວຍນໍ້າໃຈເສຍສະຫຼະອັນສູງສົ່ງ ເພື່ອໄຊຊະນະຂອງພາລະກິດປະຕິວັດ ມາໃນໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ພ້ອມກັນນັ້ນທາງຄະນະນໍາຂອງເມືອງຍັງໄດ້ເຂົ້າຮ່ວມຊົມການໂຮມຊຸມນຸມມິດຕິ່ງຢູ່ທີ່ສະໂມສອນໃຫຍ່ຂອງເມືອງເພື່ອຮັບຊົມການຖ່າຍທອດສົດການສະເຫຼີມສະຫຼອງວັນຊາດທີ່ 2 ທັນວາ ຄົບຮອບ 50 ປີ ຕື່ມອີກ.
ໂດຍ: ຄ ອ ມ ເມືອງຊຽງຮ່ອນ.