ຄະນະນໍາຂອງເມືອງໄຊສະຖານ ວາງກະຕ່າດອກໄມ້ເນື່ອງໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 50ປີ ແລະ ວັນຄ້າຍວັນເກີດ ປະທານໄກສອນພົມວິຫານ ຄົບຮອບ 105ປີ

ເນື່ອງໃນໂອກາດ ວັນຊາດທີ 2 ທັນວາ ຄົບຮອບ 50ປີ ຄືວັນທີ 2 ທັນວາ 1975 – 2 ທັນວາ 2025 ແລະ ວັນຄ້າຍວັນເກີດ ປະທານໄກສອນພົມວິຫານ ຄົບຮອບ 105ປີ ທີ່ໄດ້ໝູນວຽນບັນຈົບຄົບຮອບມາອີກວາລະໜື່ງ ສະນັ້ນ ເພື່ອສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ຄຸນ ຂອງວັນສອງສຳຄັນດັ່ງກ່າວ ຄະນະນໍາຂອງເມືອງໄຊສະຖານ  ນໍາໂດຍ ສະຫາຍ ພັທ ພອນສະຫວັນ ວໍລະສັກ ເລຂາຄະນະບໍລິຫານງານພັກເມືອງ ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ອົງການ, ກົມກອງພາຍໃນເມືອງ ໄດ້ວາງກະຕ່າດອກໄມ້ຢູ່ອານຸສອນສະຖານຂອງ ປະທານ ໄກສອນ ພົມວິຫານ ໃນຕອນເຊົ້າວັນທີ 2 ທັນວາ  2025, ຈຸດປະສົງກໍ່ ເພື່ອເປັນການສະແດງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ ເຖິງຄຸນງາມຄວາມດີ, ນໍ້າໃຈຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈໍານົນຂອງບັນພະບູລຸດລາວ ກໍຄືບັນດານັກຮົບປະຕິວັດ ທີ່ໄດ້ເສຍສະຫຼະຊີວິດ, ເລືອດເນື້ອ ເພື່ອພາລະກິດປະຕິວັດ ຢ່າງອົງອາດກ້າຫານ ພາຍໃຕ້ການນຳພາ-ຊີ້ນໍາ ຂອງພັກປະຊາຊົນ ປະຕິວັດລາວ ຈົນສາມາດຍາດໄດ້ໄຊຊະນະອັນໃຫຍ່ຫຼວງ ແລະ ປະກາດເອກະລາດ, ສະຖາປະນາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975. ແລະ ເພື່ອເປັນການສະແດງຄວາມອາໄລຮັກຕໍ່ ຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ກໍ່ຄືສະແດງຄວາມກະຕັນຍູຮູ້ບຸນຄຸນຕໍ່ ປະທານ ໄກສອນ ພົມ​ວິ​ຫານ ທີ່ໄດ້ເສຍ​ສະຫຼະເຫື່ອແຮງ, ສຸມສະຕິປັນຍາ ເຂົ້າໃນການນຳພາ-ຊີ້ນໍາ ພາລະກິດປະຕິວັດ ຕໍ່ສູ້ຕ້ານການຮຸກຮານ​ຂອງ​ພວກ​ຈັກ​ກະ​ພັດ​ລ່າ​ເມືອງ​ຂຶ້ນ, ສາມາດຍາດໄດ້ໄຊຊະນະ ແລະ ປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ. ເພື່ອລະນຶກເຖິງຄຸນງາມຄວາມດີຂອງປະທານ ໄກສອນ ພົມວິຫານ ທີ່ມີຕໍ່ປະເທດຊາດ ແລະ ຮໍາຮຽນເອົາຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ ແບບແຜນດໍາລົງຊີວິດ ແລະ ແບບຢ່າງອັນດີງາມຂອງເພີ່ນ.

ພ້ອມນີ້ທາງຄະນະນໍາຂອງເມືອງຍັງໄດ້ມີການໂຮມຊຸມນຸມມິດຕິ່ງຢູ່ທີ່ຫ້ອງປະຊຸມຫ້ອງວ່າການຂອງເມືອງເພື່ອຮັບຊົມການຖ່າຍທອດສົດພິທີໂຮມຊຸມນຸມໃຫຍ່ ແລະ ເດີນສວນສະໜາມສະເຫຼີມສະຫຼອງວັນຊາດທີ່ 2 ທັນວາ ຄົບຮອບ 50 ປີ ຕື່ມອີກ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa