ເມືອງ ໄຊຍະບູລີ ປະກາດຍົກຍ້າຍ, ແຕ່ງຕັ້ງມອບຮັບໜ້າທີ່ລະຫວ່າງເລຂາຄະນະບໍລິຫານງານພັກເມືອງຜູ້ເກົ່າ ແລະ ຜູ້ໃໝ່

ໃນຕອນເຊົ້າວັນທີ 3 ທັນວາ 2025 ນີ້ ເມືອງ ໄຊຍະບູລີ ໄດ້ຈັດພິທີປະກາດຍົກຍ້າຍ, ແຕ່ງຕັ້ງມອບຮັບໜ້າທີ່ລະຫວ່າງເລຂາຄະນະບໍລິຫານງານພັກເມືອງຜູ້ເກົ່າ ແລະ ຜູ້ໃໝ່ຂື້ນ ທີ່ຫ້ອງປະຊຸມຫ້ອງວ່າການເມືອງໄຊຍະບູລີ ໂດຍການເປັນປະທານຂອງສະຫາຍ ເພັງນິລັນ ຄຳພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງ; ມີກຳມະການປະຈຳພັກແຂວງ, ກຳມະການພັກແຂວງ, ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ອົງການ, ກົມກອງ, ຫົວໜ້າ, ຮອງຫົວໜ້າໜ່ວຍງານ ແລະ ເລຂາໜ່ວຍພັກບ້ານເທດສະບານເມືອງເຂົ້າຮ່ວມ.

ໃນພິທີສະຫາຍ ໄພທອງ ຈັນດາ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂື້ນຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງສະບັບເລກທີ 608/ຄພຂ ວ່າດ້ວຍການຍົກຍ້າຍພະນັກງານໄປຮັບໜ້າທີ່ໃໝ່ ຄະນະປະຈຳພັກແຂວງ ໄຊຍະບູລີຕົກລົງ ຍົກຍ້າຍ ສະຫາຍ ຄຳຫຼ້າ ຜິວວັນນາ ກຳມະການປະຈຳພັກແຂວງ; ຫົວໜ້າຫ້ອງວ່າການແຂວງໄປຮັບໜ້າທີ່ໃໝ່ຢູ່ເມືອງ ໄຊຍະບູລີ; ຍົກຍ້າຍ ສະຫາຍ ເສນ ພັນລັກ ກຳມະການພັກແຂວງ ເລຂາພັກເມືອງໄຊຍະບູລີ ໄປຮັບໜ້າທີ່ໃໝ່ ຢູ່ເມືອງພຽງ; ຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ ວ່າດ້ວຍການບົ່ງຕົວແຕ່ງຕັ້ງເລຂາຄະນະບໍລິຫານງານພັກເມືອງ ຄະນະປະຈຳພັກແຂວງ ໄຊຍະບູລີຕົກລົງບົ່ງຕົວແຕ່ງຕັ້ງ ສະຫາຍ ຄຳຫຼ້າ ຜິວວັນນາ ກຳມະການປະຈຳພັກແຂວງ ເປັນເລຂາຄະນະບໍລິຫານງານພັກເມືອງ ໄຊຍະບູລີ; ຈາກນັ້ນສະຫາຍ ພອນພິລຸນ ປີ່ນທີບ ໄດ້ຂື້ນຜ່ານຂໍ້ຕົກລົງ ວ່າດ້ວຍການຍົກຍ້າຍຫົວໜ້າຫ້ອງວ່າການເມືອງໄຊຍະບູລີ ປະທານຄະນະກຳມະການປົກຄອງເມືອງຕົກລົງຍົກຍ້າຍ ທ່ານ ສາຍພິນ ຈັນທະຜອງ ກຳມະການພັກເມືອງ ຫົວໜ້າຫ້ອງວ່າການເມືອງໄປປະຈຳການຢູ່ຫ້ອງການແນວລາວສ້າງຊາດເມືອງ ໄຊຍະບູລີ; ຜ່ານຂໍ້ຕົກລົງຂອງທ່ານ ເຈົ້າແຂວງວ່າດ້ວຍການຍົກຍ້າຍບ່ອນປະຈຳການຂອງພະນັກງານ-ລັດຖະກອນ ເຈົ້າແຂວງ ໄຊຍະບູລີຕົກລົງຍົກຍ້າຍ ທ່ານ ປອ ນາງ ກິດສະໜາ ຈັນທະຄູນ ຫົວໜ້າຂະແໜງກໍ່ສ້າງຮາກຖານການເມືອງຫ້ອງວ່າການແຂວງ ໄຊຍະບູລີ ໄປຮັບໜ້າທີ່ໃໝ່ຢູ່ຫ້ອງວ່າການເມືອງໄຊຍະບູລີ; ຍົກຍ້າຍທ່ານ ຈັນທະບູນ ຟອງທະຈັນ ວິຊາການຂະແໜງຄົ້ນຄົ້ວ-ສັງລວມຫ້ອງວ່າການແຂວງ ໄຊຍະບູລີໄປຮັບໜ້າທີ່ໃໝ່ຢູ່ເມືອງໄຊຍະບູລີ; ຜ່ານຂໍ້ຕົກລົງຂອງຄະນະກຳມະການປົກຄອງເມືອງ ວ່າດ້ວຍການແຕ່ງຕັ້ງຫົວໜ້າຫ້ອງວ່າການເມືອງໄຊຍະບູລີ ປະທານຄະນະກຳມະການປົກຄອງເມືອງຕົກລົງ ແຕ່ງຕັ້ງ ທ່ານ ປອ ນາງກິດສະໜາ ຈັນທະຄູນ ເປັນຫົວໜ້າຫ້ອງວ່າການເມືອງໄຊຍະບູລີ; ແຕ່ງຕັ້ງທ່ານ ຈັນທະບູນ ຟອງທະຈັນ ເປັນຮອງຫົວໜ້າຫ້ອງວ່າການເມືອງ ໄຊຍະບູລີ; ຜ່ານມະຕິຕົກລົງວ່າດ້ວຍການແຕ່ງຕັ້ງ ເລຂາໜ່ວຍພັກຫ້ອງວ່າການເມືອງ ຄະນະປະຈຳພັກເມືອງ ໄຊຍະບູລີບົ່ງຕົວແຕ່ງຕັ້ງສະຫາຍ  ປອ ນາງ ກິດສະໜາ ຈັນທະຄູນ ເປັນເລຂາໜ່ວຍພັກ; ຈາກນັ້ນສະຫາຍ ເສນ ພັນລັກ ກຳມະການພັກແຂວງ ເລຂາພັກເມືອງໄຊຍະບູລີໄດ້ຂື້ນຜ່ານບົດບັນທືກການມອບຮັບໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກ​ເມືອງ ໄຊຍະບູລີ (ຜູ້ເກົ່າ) ແລະ  ເລຂາຄະນະບໍລິຫານງານພັກ​ເມືອງ ​ໄຊຍະບູລີ (ຜູ້ໃໝ່) ບາງຕອນສະຫາຍກ່າວວ່າ:ເມືອງໄຊຍະບູລີພວກເຮົາໄດ້ພັດທະນາພື້ນຖານ​ເສດຖະກິດ, ວັດທະນະທຳ-ສັງຄົມຢ່າງຕໍ່ເນື່ອງ ມີ​ຫຼາຍ​ປັດ​ໃຈ​ທີ່​ພົ້ນ​ເດັ່ນ; ການພັດທະນາເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງໃນລະດັບ 6,9%, ການຄໍ້າປະກັນດ້ານສະບຽງອາຫານ, ສ້າງລາຍໄດ້ໃຫ້ແກ່ປະຊາຊົນ ຄະນະພັກພວກເຮົາໄດ້ສຸມໃສ່​ຊຸກຍູ້​ຢ່າງ​ແຂງ​ແຮງໃນການ​ປູກ​ເຂົ້າ, ການ​ລ້ຽງສັດ (ງົວ, ຄວາຍ) ການ​ປູກພືດຜັກ, ​ໄມ້​ໃຫ້​ໝາກ​ ແລະ ພືດອຸດສາຫະກໍາເປັນ​ສິນຄ້າ (ສາລີ, ໝາກເດີອຍ, ມັນຕົ້ນ) ເຊິ່ງມັນສະແດງອອກໃນການຈັດຕັ້ງປະຕິບັດປູກພືດລະດູແລ້ງລື່ນແຜນການ (ແຜນການ 5.700 ເຮັກຕາ) ປະຕິບັດໄດ້ 5.825 ເຮັກຕາ, ການປູກພືດລະດູຝົນທົ່ວເມືອງເນື້ອທີ່ແຜນການ 29.700 ເຮັກຕາ, ປະຕິບັດໄດ້ 34.985 ເຮັກຕາ ລື່ນແຜນການ 22,40%, ຜົນຜະລິດໄດ້ 43.919 ໂຕນ (ປັດຈຸບັນພວມສືບຕໍ່ເກັບກູ້), ທົ່ວເມືອງມີສັດລ້ຽງທັງໝົດ 895.721 ໂຕ; ການພັດທະນາພື້ນຖານໂຄງລ່າງ ແລະ ສິ່ງສາທາລະນະປະໂຫຍດຕ່າງໆກໍ່ໄດ້ຮັບການພັດທະນາດີຂຶ້ນ, ການຈັດເກັບລາຍຮັບເຂົ້າງົບປະມານກໍ່ສາມາດຈັດຕັ້ງປະຕິບັດໄດ້ເກີນແຜນໃນແຕ່ລະປີ, ການຄຸ້ມຄອງສິນຄ້າໃນທ້ອງຕະຫຼາດ, ການສວຍໂອກາດຂຶ້ນລາຄາສິນຄ້າກໍ່ສາມາດຄວບຄຸມໄດ້ດີໃນລະດັບໜຶ່ງເຮັດໃຫ້ບໍ່ມີການເໜັງຕີງເກີນໄປ, ການແກ້ໄຂບັນຫາຂໍ້ຂັດແຍ່ງທີ່ດິນກໍ່ສາມາດແກ້ໄຂໄດ້ສໍາເລັດ ແລະ ມີຄວາມເປັນທໍາ; ດຶງຕາຂ່າຍໄຟຟ້າເຂົ້າຫາບ້ານ ໂພນສີດາ ແລະ ບ້ານ ນາຂອນແກ່ນສໍາເລັດ ມາຮອດປັດຈຸບັນ ທົ່ວເມືອງມີໄຟຟ້າຖາວອນເຂົ້າເຖິງແລ້ວ 78 ບ້ານ ເທົ່າກັບ 100%, ມີຄອບຄົວໄດ້ຊົມໃຊ້ໄຟຟ້າແລ້ວ 15.981 ຄອບຄົວ ເທົ່າກັບ 99,30%;​ ຈາກນັ້ນໃນພິທີກໍ່ໄດ້ເຊັນບົດບັນທືກມອບ-ຮັບວຽກງານລະຫວ່າງ ສະຫາຍ ເສນ ພັນລັກ ກຳມະການພັກແຂວງ ເລຂາພັກເມືອງ( ຜູ້ເກົ່າ) ແລະ ສະຫາຍ ຄຳຫຼ້າ ຜິວວັນນາ ກຳມະການປະຈຳພັກແຂວງ ເລຂາພັກເມືອງໄຊຍະບູລີ(ຜູ້ໃໝ່) ໂດຍມີ ສະຫາຍ  ເພັງນິລັນ ຄຳພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.

ຂ່າວ-ພາບ: ສົມພົງ ສີສະຫັວດ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa