ພິທີປະກາດຍົກຍ້າຍ, ແຕ່ງຕັ້ງ ມອບ-ຮັບໜ້າທີ່ ລະຫວ່າງເລຂາຄະນະບໍລິຫານງານພັກເມືອງຫົງສາ ຜູ້ເກົ່າ ແລະ ຜູ້ໃໝ່

ພິທີປະກາດຍົກຍ້າຍ, ແຕ່ງຕັ້ງ ມອບ-ຮັບໜ້າທີ່ລະຫວ່າງເລຂາຄະນະບໍລິຫານງານພັກເມືອງຫົງສາຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂື້ນໃນວັນທີ 3 ທັນວາ 2025 ນີ້ ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ ຫົງສາ ແຂວງ ໄຊຍະບູລີ ໂດຍການໃຫ້ກຽດເຂົ້າຮ່ວມຂອງສະຫາຍ ດວງຕາ ໄຊວຸດ ຮອງເລຂາຄະນະບໍລິຫານງານພັກແຂວງໄຊຍະບູລີ; ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກສຳນັກງານ-ອົງການ, ກົມກອງ, ໂຮງຮຽນ, ເລຂາໜ່ວຍພັກບ້ານເທດສະບານ, ພະນັກງານອາວຸໂສບຳນານ, ທະຫານ, ຕຳຫຼວດ ແລະ ພະນັກງານຫຼັກແຫຼ່ງຂອງເມືອງເຂົ້າຮ່ວມຢ່າງພ້ອມພຽງ.

ສະຫາຍ ຫຸມ ມະໄລຄຳ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂື້ນຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງສະບັບເລກທີ 610, 614/ຄພຂ.ຊຍ, ລົງວັນທີ 13 ພະຈິກ 2025 ວ່າດ້ວຍການຍົກຍ້າຍພະນັກງານໄປຮັບໜ້າທີ່ໃໝ່. ຄະນະປະຈຳພັກແຂວງ ໄຊຍະບູລີ ຕົກລົງ ຍົກຍ້າຍ ສະຫາຍ ພອນສະຫວັນ ໄຊສົມພັນ ກຳມະການປະຈຳພັກແຂວງ, ເລຂາພັກເມືອງຫົງສາ ໄປຮັບໜ້າທີ່ໃໝ່ ຢູ່ຄະນະຈັດຕັ້ງແຂວງ; ຍົກຍ້າຍ ສະຫາຍ ສີທະນົນໄຊ ທອງເທພາ ກຳມະການພັກແຂວງ ຮອງຫົວໜ້າຫ້ອງວ່າການແຂວງ ໄປຮັບໜ້າທີ່ໃໝ່ ຢູ່ເມືອງຫົງສາ; ຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ ສະບັບເລກທີ 616/ຄພຂ.ຊຍ, ລົງວັນທີ 13 ພະຈິກ 2025 ວ່າດ້ວຍການບົ່ງຕົວແຕ່ງຕັ້ງຫົວໜ້າຄະນະຈັດຕັ້ງແຂວງໄຊຍະບູລີ ຄະນະປະຈຳພັກແຂວງ ໄຊຍະບູລີ ຕົກລົງ ແຕ່ງຕັ້ງສະຫາຍ ພອນສະຫວັນ ໄຊສົມພັນ ກຳມະການປະຈຳພັກແຂວງ, ເປັນຫົວໜ້າຄະນະຈັດຕັ້ງແຂວງໄຊຍະບູລີ ແລະ ຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ ສະບັບເລກທີ 621/ຄພຂ.ຊຍ, ລົງວັນທີ 13 ພະຈິກ 2025 ວ່າດ້ວຍການບົ່ງຕົວແຕ່ງຕັ້ງເລຂາຄະນະບໍລິຫານງານພັກເມືອງ ຄະນະປະຈຳພັກແຂວງ ໄຊຍະບູລີ ຕົກລົງ ເຫັນດີບົ່ງຕົວແຕ່ງຕັ້ງ ສະຫາຍ ສີທະນົນໄຊ ທອງເທພາ ກຳມະການພັກແຂວງ ເປັນເລຂາຄະນະບໍລິຫານງານພັກເມືອງ ຫົງສາ; ຈາກນັ້ນ, ສະຫາຍ ພອນສະຫວັນ ໄຊສົມພັນ ໄດ້ຂື້ນຜ່ານບົດບັນທືກການມອບ-ຮັບໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກ​ເມືອງ ຫົງສາ (ຜູ້ເກົ່າ) ແລະ  ເລຂາຄະນະບໍລິຫານງານພັກ​ເມືອງ ​ຫົງສາ (ຜູ້ໃໝ່) ຊຶ່ງໄດ້ຍົກໃຫ້ເຫັນຜົນງານ, ດ້ານດີ, ດ້ານອ່ອນ ໃນການນຳພາ-ຊີ້ນຳວຽກງານໃນໄລຍະຜ່ານມາ ແລະ ທິດທາງແຜນການສືບຕໍ່ໃນຕໍ່ໜ້າ. ຈາກນັ້ນ, ກໍ່ໄດ້ເຊັນບົດບັນທືກມອບ-ຮັບໜ້າທີ່ ລະຫວ່າງ ສະຫາຍ ພອນສະຫວັນ ໄຊສົມພັນ ກຳມະການປະຈຳພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ຫົງສາ( ຜູ້ເກົ່າ) ແລະ ສະຫາຍ ສີທະນົນໄຊ ທອງເທພາ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ຫົງສາ(ຜູ້ໃໝ່)  ຢ່າງເປັນທາງການ, ໂດຍຊ່ອງໜ້າ ສະຫາຍ ດວງຕາ ໄຊວຸດ ຮອງເລຂາຄະນະບໍລິຫານງານພັກແຂວງໄຊຍະບູລີ ພ້ອມດ້ວຍຄະນະບໍລິຫານງານພັກເມືອງເຂົ້າຮ່ວມເປັນສັກຂີພະຍານ.

ຕອນທ້າຍພິທີ ຍັງໄດ້ຮັບຟັງການມີຄຳເຫັນໂອ້ລົມຈາກ ສະຫາຍ ດວງຕາ ໄຊວຸດ ຮອງເລຂາຄະນະບໍລິຫານງານພັກແຂວງໄຊຍະບູລີ ຕື່ມອີກ.

ຂ່າວ: ຄ.ອ.ມ ຫົງສາ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa