

ໃນຕອນບ່າຍຂອງວັນທີ່ 3 ທັນວາ 2025 ນີ້ຢູ່ທີ່ຫ້ອງປະຊຸມເມືອງພຽງ ແຂວງໄຊຍະບູລີ ໄດ້ມີພິທີປະກາດຍົກຍ້າຍ,ແຕ່ງຕັ້ງມອບ-ຮັບໜ້າທີ່ລະຫວ່າງເລຂາຄະນະບໍລິຫານງານພັກເມືອງໆພຽງຜູ້ເກົ່າແລະຜູ້ໃໝ່ຂື້ນໂດຍເປັນກຽດເຂົ້າຮ່ວມເປັນປະທານຂອງສະຫາຍ ເພັງນິລັນ ຄຳພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ, ມີພາກສ່ວນກ່ຽວຂ້ອງຂັ້ນແຂວງ,ມີບັນດາຮອງເລຂາພັກເມືອງ, ຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວຫນ້າຫ້ອງການ ອົງການ, ກົມກອງ, ຄະນະພັດທະນາຕາແສງ, ກອງເພື່ອນ, ລັດວິສາຫະກິດ, ສູນ 30 ເຮັກຕາ, ອໍານວຍການໂຮງຮຽນ ມສ ແລະ ນາຍບ້ານພາຍໃນເມືອງເຂົ້າຮ່ວມ.
ໃນພິທີສະຫາຍ ໄພທອງ ຈັນດາ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂື້ນຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງສະບັບເລກທີ 611/ຄພຂ ວ່າດ້ວຍການຍົກຍ້າຍພະນັກງານໄປຮັບໜ້າທີ່ໃໝ່ ຄະນະປະຈຳພັກແຂວງ ໄຊຍະບູລີຕົກລົງຍົກຍ້າຍ ສະຫາຍ ບຸດສະກອນ ອິນທະລັງສີ ກໍາມະການປະຈໍາພັກແຂວງ, ເລຂາພັກເມືອງພຽງ ໄປຮັບໜ້າທີ່ ໃໝ່ຢູ່ຫ້ອງວ່າການແຂວງໄຊຍະບູລີ, ຜ່ານມະຕິຕົກລົງເລກທີ 613/ຄພຂ ວ່າດ້ວຍການຍົກຍ້າຍພະນັກງານໄປຮັບໜ້າທີ່ໃໝ່ ຄະນະປະຈຳພັກແຂວງ ໄຊຍະບູລີຕົກລົງຍົກຍ້າຍສະຫາຍ ເສນ ພັນລັກ ກໍາມະການພັກແຂວງ, ເລຂາພັກເມືອງ ໄຊຍະບູລີ ໄປຮັບໜ້າທີ່ໃໝ່ຢູ່ເມືອງ ພຽງ ແລະ ມະຕິເລກທີ 620/ຄພຂ ວ່າດ້ວຍການບົ່ງຕົວແຕ່ງຕັ້ງເລຂາຄະນະບໍລິຫານງານພັກເມືອງ, ຄະນະປະຈໍາພັກແຂວງ ຕົກລົງເຫັນດີບົ່ງຕົວແຕ່ງຕັ້ງ ສະຫາຍ ເສນ ພັນລັກ ກໍາມະການພັກແຂວງ ເປັນເລຂາຄະນະບໍລິຫານງານພັກເມືອງໆພຽງ,ໃນໂອກາດນີ້ ສະຫາຍ ເພັງນິລັນ ຄຳພັນເພັງ ເລຂາຄະນະບໍລິຫານງານພັກແຂວງຍັງໄດ້ໃຫ້ກຽດມອບມະຕິຕົກລົງຂອງຄະນະປະຈຳພັກແຂວງໃຫ້ກັບເລຂາຄະນະບໍລະຫານງານພັກເມືອງພຽງຜູ້ເກົ່າແລະຜູ້ໃໝ່ຕື່ມອີກ. ຈາກນັ້ນໄດ້ມີການເຊັນບົດບັນທຶກການມອບ-ຮັບໜ້າທີ່ລະຫວ່າງສະຫາຍ ບຸດສະກອນ ອິນທະລັງສີ ເລຂາຄະນະບໍລະຫານງານພັກເມືອງພຽງ (ຜູ້ເກົ່າ) ແລະ ສະຫາຍ ເສນ ພັນລັກ ກຳມະການພັກແຂວງ (ຜູ້ໃໝ່) ໂດຍມີສະຫາຍ ເພັງນິລັນ ຄຳພັນເພັງ ເລຂາພັກແຂວງ ພ້ອມບັນດາກັນນຳເມືອງແລະພາກສ່ວນກ່ຽວຂ້ອງຂັ້ນແຂວງ,ຂັ້ນເມືອງເຂົ້າຮ່ວມເປັນສັກຂີພິຍານ. ຕອນທ້າຍພິທີ ສະຫາຍ ເພັງນິລັນ ຄຳພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ໄດ້ໃຫ້ກຽດໂອ້ລົມຕໍ່ພິທີໃນຄັ້ງນີ້ໂດຍໄດ້ຍົກໃຫ້ເຫັນຄວາມຮຽກຮ້ອງຕ້ອງການຢ່າງພາວະວິໄສຂອງໜ້າທີ່ການເມືອງໃນໄລຍະໃໝ່ເພື່ອຈະໄດ້ພ້ອມກັນສືບຕໍ່ຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນທີ່ທາງພັກແລະລັດມອບໝາຍໃຫ້ກໍ່ຄືພາລະກິດປົກປັກຮັກສາແລະສ້າງສາພັດທະນາປະເທດຊາດສືບທອດຕໍ່ໄປ,ສະຫາຍໄດ້ເນັ້ນໃຫ້ສືບຕໍ່ເອົາໃຈໃສ່ສືກສາອົບຮົມທາງດ້ານການເມືອງແນວຄິດໃຫ້ບັນດາການຈັດຕັ້ງທຸກຂັ້ນ,ຕະຫຼອດເຖິງສະມາຊິກພັກ,ພະນັກງານລັດຖະກອນແລະປະຊາຊາຊົນບັນດາເຜົ່າໃຫ້ມີຄວາມໜັກແໜ້ນເຂັ້ມແຂງ,ມີຄວມາເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ,ພ້ອມກັນສືບຕໍ່ເຕົ້າໂຮມຄວາມສາມັກຄີປະຊາຊົນບັນດາເຜົ່າ,ພ້ອມກັນສ້າງສາພັດທະນາດ້ວຍຄວາມຮັບຜິດຊອບສູງໃຫ້ມີການຫັນປ່ຽນໃໝ່ຢ່າງຕັ້ງໜ້າ,ພ້ອມກັນພັດທະນາເມືອງຂອງຕົນໃຫ້ດີຂື້ນໃນທຸກດ້ານ,ຮັບປະກັນທາງດານສະຖຽນລະພາບທາງດ້ານການເມືອງຮັບປະກັນເຮັດໃຫ້ສັງຄົມມີຄວາມສະຫງົບປອດໄພໂດຍພື້ນຖານ,ເອົາໃຈໃສ່ພັດທະນາເສດຖະກິດຂອງເມືອງໃຫ້ມີການຂະຫຍາຍຕົວດີຂື້ນຢ່າງຕໍ່ເນື່ອງ.
ໂດຍ:ຂ່າວສານເມືອງພຽງ.