


ພີທີມອບ_ຮັບວຽກງານໂຄສະນາອົບຮົມແຂວງ ໄດ້ຈັດຂື້ນໃນຕອນເຊົ້າຂອງວັນທີ 3ທັນວາ 2025 ທີ່ຫ້ອງປະຊຸມຊັ້ນ4ຫ້ອງວ່າການແຂວງໂດຍການເຂົ້າຮ່ວມຂອງທ່ານ ອາເມ ຊົ່ງເຢ້ຽເລັ່ງ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ,ມີຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ,ຫົວໜ້າ,ຮອງຫົວໜ້າຂະແໜງການພ້ອມດ້ວຍພະນັກງານພາຍໃນຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມ.
ໃນພິທີທ່ານ ອາເມ ຊົ່ງເຢ້ຽເລັ່ງ ຄະນະປະຈຳພັກແຂວງ ຫົວໝ້າຄະນະໂຄສະນາຜູ້ເກົ່າໄດ້ຂື້ນຜ່ານບົດບັນທຶກມອບ – ຮັບວຽກງານໂຄສະນາອົບຮົມແຂວງ.ຕະຫຼອດໄລຍະ 5 ປີກ່ວາທີ່ຜ່ານມາ ໄດ້ນໍາພາ-ຊີ້ນໍາ ວຽກງານຮອບດ້ານຢູ່ ຄະນະໂຄສະນາອົບຮົມແຂວງ ແມ່ນໄດ້ສຸມທຸກສະຕິປັນຍາຄວາມຮູ້, ຄວາມສາມາດ, ບົດຮຽນທີ່ມີ ເພື່ອນໍາພາຈັດຕັ້ງປະຕິບັດໜ້າທີ່ການເມືອງ ໃນການເປັນເສນາທິການໃຫ້ແກ່ການນໍາຂອງແຂວງ ໃນ ການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ ແລະ ຊັ້ນຄົນຕ່າງໆ ໃນທົ່ວ ແຂວງ ໄດ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ, ທົ່ວເຖິງ, ສ້າງໄດ້ຄວາມສາມັກຄີພາຍໃນພັກ, ເຕົ້າໂຮມກຳລັງ ແຮງສັງລວມຂອງທົ່ວສັງຄົມ ເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາ ແຂວງໄຊຍະບູລີ ກ້າວຂຶ້ນຢ່າງເປັນຮູບປະທໍາ.ຄະນະໂຄສະນາອົບຮົມແຂວງ ມີພະນັກງານທັງໝົດ 43ຄົນ ຍິງ 17 ຄົນ, ໄປບຳລຸງຢູ່ຕ່າງປະເທດ 1 ຄົນ, ພະນັກງານອາສາໜັກ 3 ຄົນ, ຍິງ 2 ຄົນ.ຈາກນັ້ນທ່ານ ອາເມ ຊົ່ງເຢ້ຽເລັ່ງ ຄະນະປະຈໍາພັກແຂວງ ຫົວໝ້າຄະນະໂຄສະນາແລະທ່ານ ໄຊຊານົນ ມີແກ້ວ ຮອງຫົວໝາຄະນະໂຄສະນາອົບຮົມແຂວງກໍ່ໄດ້ເຊັນບົດບັນທຶກຮ່ວມກັນດ້ວຍຊ່ອງໝ້າພະນັກງານລັດຖະກອນພາຍໃນຄະນະໂຄສະນາອົບຮົມເຂົ້າຮ່ວມເປັນສັກສີພິຍານ.
ຂ່າວ: ຂັນແກ້ວ.