

ໃນວັນທີ 3 ທັນວາ 2025 ນີ້ ຄະນະໂຄສະນາອົບຮົມແຂວງໄຊຍະບູລີ ໄດ້ຈັດຕັ້ງເຊື່ອມຊື່ມ ດໍາລັດ ເລກທີ 300/ລບ ວ່າດ້ວຍການປະເມີນຜົນຂອງພະນັກງານລັດຖະກອນຂຶ້ນ ທີ່ຫ້ອງປະຊຸມຂອງຫ້ອງວ່າການຊັ້ນ 4 ພາຍໃຕ້ການເປັນປະທານຂອງ ທ່ານ ໄຊຊານົນ ທີແກ້ວ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ,ມີຫົວໜ້າ-ຮອງຫົວໜ້າຂະແໜງ ພ້ອມດ້ວຍພະນັກງານລັດຖະກອນພາຍໃນຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມ.
ໃນກອງປະຊຸມ ທ່ານ ສົມລິດ ພົມມະແກ້ວ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄຊຍະບູລີ ໄດ້ຂຶ້ນເຜີຍແຜ່ ເຊື່ອມຊື່ມ ດໍາລັດ ເລກທີ 300 ຂອງລັດຖະບານ ລົງວັນທີ 13 ກັນຍາ 2017 ວ່າດ້ວຍການປະເມີນຜົນການຈັດຕັ້ງປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ແລະ ຄໍາແນະນໍາ ສະບັບ ເລກທີ 16/ພນ ລົງວັນທີ 2 ພຶດສະພາ 2018, ທັງນີ້ກໍ່ເພື່ອເຮັດພະນັກງານ-ລັດຖະກອນຂອງຄະນະໂຄສະນາອົບຮົມແຂວງໄຊຍະບູລີ ໄດ້ກຳແໜ້ນ ບັນດາຫຼັກການ, ລະບຽບການ ໃນການໃຫ້ຄະແນນ ບຸກຄົນ ແລະ ກົມກອງ ບົນພື້ນຖານການຈັດຕັ້ງປະຕິບັດຕາມບາດກ້າວ ຂອງຂັ້ນຕອນການປະເມີນ ຜົນການປະຕິບັດວຽກງານຂອງພະນັກງານລັດຖະກອນ, ເພື່ອຍົກສູງໜ້າທີ່ຄວາມຮັບຜິດຊອບດ້ານການເມືອງ ຂອງຕົນໃຫ້ມີຜົນສໍາເລັດ, ຈາກນັ້ນກອງປະຊຸມໃນຄັ້ງນີ້ ຍັງໄດ້ແບ່ງກຸ່ມໃນການການປະເມີນ ຕື່ມອີກ.
………………………
ຂ່າວ: ບຸນລັ່ນ