ຄະນະໂຄສະນາອົບຮົມແຂວງໄຊຍະບູລີ ເຊັນສັນຍາສະໜັບສະໜູນການໂຄສະນາ ຜ່ານວິທະຍຸ ໂທລະພາບ ແລະສື່ສັງຄົມອອນລາຍ.

ພິທີເຊັນສັນຍາຊຸກຍູ້ການໂຄສະນາວຽກງານທະນາຄານຜ່ານທາງວິທະຍຸ ໂທລະພາບ ແລະສື່ສັງຄົມອອນລາຍ ລະຫວ່າງ ສາຂາທະນາຄານແຫ່ງ ສປປລາວ ພາກເໜຶອນແຂວງ ຫຼວງພະບາງ ກັບຄະນະໂຄສະນາອົບຮົມແຂວງ ໄຊຍະບູລີ ໄດ້ຈັດຂື້ນໃນວັນທີ 3 ທັນວາ 2025ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ ໄຊຍະບູລີ ເປັນກຽດເຂົ້າຮ່ວມມີທ່ານ ໄຊຊານົນ ທີແກ້ວ ຮອງຄະນະໂຄສະນາອົບຮົມແຂວງ ໄຊຍະບູລີ, ທ່ານ ສັງທອງ ຄູນຄໍາ ຮອງຫົວໜ້າທະນາຄານແຫ່ງ ສປປລາວ ພາກເໜຶອນແຂວງ ຫຼວງພະບາງ ແລະ ພາກສ່ວນທີ່ກ່ຽວຂ້ອງທັງສອງຝາຍເຂົ້າຮ່ວມ.

ຈຸດປະສົງເພື່ອສ້າງສັນຍາໂຄສະນາວຽກງານທະນາຄານຜ່ານທາງວິທະຍຸ, ໂທລະພາບ, ໂທລະໂຄງເມືອງ, ໂທລະໂຄງ ບ້ານ ແລະ ສື່ສັງຄົມອອນລາຍ ເປັນໄລຍະເວລາ 1 ປີ ໃນຮູບແບບຕ່າງໆ ເຊັ່ນ: ໂຄສະນາຜ່ານ ລາຍການຂ່າວວິທະຍຸ ທື່ອອກອາກາດຢູ່ພາຍໃນແຂວງ ໃນຕອນເຊົ້າຂອງທຸກໆວັນ ເວລາ 06:30 – 07:00 ໂມງ ໂດຍ ໃຫ້ໂຄສົກເວົ້າເສີມ ຫຼື ເວົ້າສອດແຊກກ່ຽວກັບຂໍ້ມູນຂ່າວສານ ນໍາສະປອດຄິບສຽງ ທີ່ທາງ ທະນາຄານ ສະໜອງໃຫ້ ມາສັບປ່ຽນ ແລະ ໝູນວຽນໃນການອອກອາກາດ ໃນຈໍານວນ 1 ຄັ້ງ/ອາທິດ ຫຼື ຫຼາຍ ກວ່າ ໂດຍອີງໃສ່ຂໍ້ມູນທີ່ທາງ ທະນາຄານ ສະໜອງໃນແຕ່ລະໄລຍະ, ໂຄສະນາຜ່ານ ທາງໂທລະໂຄ່ງຂອງເມືອງ ຈຳນວນ 03 ເມືອງຄື: ເມືອງແກ່ນທ້າວ, ເມືອງປາກລາຍ ແລະ ເມືອງບໍ່ແຕນ ໂຄສະນາໂດຍຜ່ານລາຍການຂ່າວຂອງເມືອງນັ້ນໆ ທີ່ອອກອາກາດໃນຕອນເຊົ້າຂອງທຸກໆ ວັນ ເວລາ 06:00-06:30 ໂມງ. ໂຄສະນາຜ່ານ ທາງໂທລະໂຄ່ງຂອງບ້ານ ຈໍານວນ 10 ບ້ານ ໂດຍແບ່ງອອກເປັນ: ເມືອງແກ່ນທ້າວ ຈໍານວນ 5 ບ້ານ ແລະ ເມືອງບໍ່ແຕນ ຈໍານວນ 5 ບ້ານ ໂຄສະນາໂດຍຜ່ານລາຍການຂ່າວຂອງ ບ້ານນັ້ນໆ ທີ່ອອກອາກາດໃນຕອນເຊົ້າຂອງທຸກໆວັນ ເວລາ 06:00 – 06:30 ໂມງ

ທັງສອງຝ່າຍໄດ້ຕົກລົງເຫັນດີເປັນເອກະພາບກັນຮ່ວມເຊັນສັນຍາຕ່າງໜ້າຄະນະໂຄສະນາອົບຮົມແຂວງ ໂດຍທ່ານ ໄຊຊານົນ ທີແກ້ວ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄຊຍະບູລີ  ແລະທ່ານ ສັງທອງ ຄູນຄຳ ຕາງໜ້າສາຂາທະນາຄານແຫ່ງ ສປປລາວ ພາກເໜືອ ແຂວງ ຫຼວງພະບາງ ໂດຍເຂົ້າຮ່ວມເປັນສັກຂີພິຍານບັນດາຫົວໜ້າ ຮອງຫົວໜ້າຂະແໜງທັງສອງຝ່າຍ.

ຂ່າວ: ບຸນທີ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa