


ຕອນເຊົ້າວັນທີ 11 ທັນວາ 2025 ນີ້ ຢູ່ທີ່ຫໍປະຊຸມໃຫຍ່ຂອງແຂວງໄຊຍະບູລີ ໄດ້ຈັດພິທີປິດຊຸດຮຽນທິດສະດີການເມືອງຂັ້ນຕົ້ນຮຸ່ນທີ VI ໂຮງຮຽນການເມືອງ ແລະ ການປົກຄອງແຂວງໄຊຍະບູລີ ເປັນກຽດເຂົ້າຮ່ວມຂອງທ່ານ ປະລິນຍາເອກ ສີສອນພັນ ບຸນສີ ຮອງເລຂາພັກແຂວງ,ມີບັນດາແຂກທີ່ຖືກເຊີນ ຄູ-ອາຈານ ພ້ອມດ້ວຍນັກສຶກສາຂັ້ນຕົ້ນ ຮຸ່ນທີ VI ເຂົ້າຮ່ວມ.
ໃນພິທີ ທ່ານ ປະລິນຍາເອກ ນາງ ໄມພອນ ເຮີ ຮອງຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງໄຊຍະບູລີ ຂຶ້ນຜ່ານສະຫຼຸບການຈັດຕັ້ງຊຸດຮຽນທິດສະດີການເມືອງຂັ້ນຕົ້ນຮຸ່ນທີ VI ວ່າ: ໂຮງຮຽນການເມືອງ ແລະ ການປົກຄອງແຂວງໄຊຍະບູລີ ໄດ້ຈັດຕັ້ງການຮຽນ-ການ ສອນທິດສະດີການເມືອງຂັ້ນຕົ້ນ ຮຸ່ນທີ VI ເລີ່ມແຕ່ວັນທີ 13 ສິງຫາ 2025 ມີຜູ້ເຂົ້າຮຽນທັງໝົດຈໍານວນ 47 ສະຫາຍ ຍິງ 19 ສະຫາຍ. ມາຈາກພະແນກການ, ກົມກອງອ້ອມຂ້າງແຂວງ 27 ສະຫາຍ, ຍິງ 17 ສະຫາຍ, ມາຈາກປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 6 ສະຫາຍ, ມາຈາກເມືອງໃນທົ່ວແຂວງ 14 ສະຫາຍ, ຍິງ 2 ສະຫາຍ. ຊຸດຮຽນທິດສະດີການເມືອງ ຂັ້ນຕົ້ນ ຮຸ່ນທີ VI ໄດ້ໃຊ້ເວລາຮຽນ 3 ເດືອນ, ມີວິຊາຮຽນທັງໝົດ 11 ວິຊາ ແບ່ງອອກເປັນ 7 ກຸ່ມວິຊາຄື: ກຸ່ມວິຊາປັດຊະຍາມາກ-ເລນິນ, ກຸ່ມ ວິຊາເສດຖະສາດການເມືອງມາກ-ເລນິນ, ກຸ່ມວິຊາລັດທິສັງຄົມນິຍົມວິທະຍາ, ການເມືອງ ວິທະຍາ, ສັງຄົມສາດ, ແນວຄິດໄກສອນ ພົມວິຫານ, ກຸ່ມວິຊາພື້ນຖານການຄຸ້ມຄອງ ບໍລິຫານລັດ, ທິດສະດີລັດ ແລະ ກົດໝາຍ, ເຕັກນິກບໍລິຫານ, ກຸ່ມວິຊາປະຫວັດສາດພັກ ແລະ ກໍ່ສ້າງພັກ ແລະ ກຸ່ມວິຊາພາກບັງຄັບ. ໃຊ້ເວລາຮຽນຕົວຈິງ 487 ຊົ່ວໂມງ. ການປະເມີນຜົນການຮຽນແບ່ງອອກເປັນ 2 ຮູບການຄື: ສອບເສັງຂຽນ, ສອບເສັງ ປາກເປົ່າ ແລະ ຂຽນບົດປະເມີນຄວາມຮັບຮູ້ຈົບ ປະຈຸບັນແມ່ນປ້ອງກັນສໍາເລັດ 100% ຊຸດຮຽນທິດສະດີການເມືອງ ຂັ້ນຕົ້ນ ຄະແນນສອບເສັງ 11 ວິຊາ ສາມາດສະເລ່ຍ ແລະຈັດປະເພດໄດ້ ເກຼດ A ຄະແນນ ສະເລ່ຍ 4,0 ມີ 30 ສະຫາຍ, ຍິງ 11 ສະຫາຍ ເທົ່າກັບ 64%. ເກຼດ B ຄະແນນສະເລ່ຍ 3,5 ມີ 17 ສະຫາຍ, ຍິງ 8 ສະຫາຍ, ກວມ 36% ຈາກນັ້ນ ໃນພິທີໄດ້ມອບໃບຢັ້ງຢືນທິດສະດີການເມືອງຂັ້ນຕົ້ນ ມອບໃບຍ້ອງຍໍ, ມອບໃບຊົມເຊີຍ, ໃບສົມມະນາບຸນຄຸນໃຫ້ນັກສຶກສາຂັ້ນຕົ້ນ ຮຸ່ນທີ VI ໂດຍເປັນກຽດມອບ ທ່ານ ປະລິນຍາເອກ ສີສອນພັນ ບຸນສີ ຮອງເລຂາພັກແຂວງ, ທ່ານ ປະລິນຍາເອກ ນາງ ໄມພອນ ເຮີ ຮອງຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງໄຊຍະບູລີ ຜັດປ່ຽນກັນຂຶ້ນມອບ. ພ້ອມນີ້ ຍັງໄດ້ຮັບຟັງການມີຄໍາເຫັນຂອງທ່ານ ປະລິນຍາເອກ ສີສອນພັນ ບຸນສີ ຮອງເລຂາພັກແຂວງ ຕື່ມອີກ.
ຂ່າວ+ພາບ: ຄໍາໝັ້ນ