ກອງພັນໃຫຍ່ 202 ປີດຊຸດອົບຮົມ-ຫັດແອບ ປະຈຳປີ 2025

ໃນວັນທີ 10 ທັນວາ 2025 ນີ້ ກອງພັນໃຫຍ່ 202 ກອງພົນທີ 2 ໄດ້ປີດຊຸດອົມຮົມ-ຫັດແອບ ການທະຫານ, ການເມືອງ, ພະລາທິການ ແລະ ເຕັກນິກ ປະຈຳປີ 2025 ຢູ່​ທີ່ເດີນບານເຕະ​​ຂອງກົມກອງ​ດັ່ງ​ກ່າວ, ໂດຍການເປັນປະທານຂອງ ສະຫາຍ ພັນ​ໂທ ສິດ ບົວສອງ ຮອງຫົວໜ້າ​ພະ​ແນກ​ເສ​ນາ​ທິ​ການ ກອງ​ພັນ​ໃຫຍ່ 202 , ເປັນກຽດເຂົ້າຮ່ວມຂອງ 2 ຫົວໜ້າກອງພັນໃຫຍ່, ມີບັນດາສະຫາຍຄະນະພັກ-ຄະນະບັນຊາ ກອງ​ພັນ​ໃຫຍ່, ພະແນກການ, ກອງພັນນ້ອຍ, ກອງຮ້ອຍເອກກະລາດ ພ້ອມດ້ວຍພະນັກງານ-ນັກຮົບທົ່ວກອງພັນໃຫຍ່ເຂົ້າຮ່ວມ.

ສະຫາຍ ພັ​ນຕີ ວຽງແກ້ວ ແສງມະນີ ຫົວໜ້າຂະແໜງອົບຮົບ ພະແນກເສນາທິການ ກອງພັນໃຫຍ່  202 ໄດ້ຂື້ນຜ່ານບົດສະຫຼຸບວຽກງານອົບຮົມ-ຫັດແອບ ການທະຫານ, ການເມືອງ, ພະລາທິການ ແລະ ເຕັກນິກ ປະຈຳປີ 2025. ເຊິ່ງໄດ້ຍົກໃຫ້ເຫັນຜົນງານຫຼາຍດ້ານທີ່ຜົ້ນເດັ່ນ ເປັນຕົ້ນວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດໂດຍຖືເອົາວຽກງານ ການອົບຮົມ-ຫັດແອບ ປັບປຸງລະບຽບແບບແຜນເປັນບັນຫາສຳຄັນ ເພື່ອຍົກລະດັບຄວາມຮູ້ ຄວາມສາມາດທາງດ້ານສິນລະປະຍຸດ-ຍຸດທະວິທີ, ພາກທິດສະດີຫຼັກການ ແລະ ພາກປະຕິບັດຕົວຈິງ ເຊິ່ງສະແດງອອກຜົນໄດ້ຮັບ ດັ່ງນີ້: ອົບຮົມວຽກງານການເມືອງ ສະເລ່ຍຜົນໄດ້ຮັບ 86,38%, ອົບຮົມຫັດແອບຮູບແຖວ ແລະ ຂໍ້ກຳນົດ 85,37%, ອົບຮົມຫັດແອບກິລາການທະຫານ 83,51%, ອົບຮົມ-ຫັດແອບສິນລະປະຍຸດ ທະຫານຮາບ 90,38%, ອົບຮົມຍຸດທະວິທີ ທະຫານຮາບ 79,60%, ອົບຮົມວຽກງານເສນາທິການ 78,22%, ອົບຮົມວຽກງານເຫຼົ່າຮົບວິຊາສະເພາະ 80,94%, ອົບຮົມວຽກງານພະລາທິການ 88,24%, ອົບຮົມວຽກງານເຕັກນິກ 84,51% ແລະ ພາກປະຕິບັດຍິງລູກປືນແທ້ ສະເລ່ຍຜົນໄດ້ຮັບ 98,58%.

ຈາກນັ້ນ ສະຫາຍ ພັ​ນໂທ ສິດ ບົວສອນ ກໍ່​ໄດ້​ໃຫ້​ກຽດໂອ້ລົມ ເຊິ່ງກ່ອນອື່ນໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ບັນດາສະຫາຍພະນັກງານ-ນັກຮົບທີ່ພ້ອມກັນຜ່ານຜ່າຂໍ້ຍຸ້ງຍາກ ແລະ ສຸມທຸກສະຕິປັນຍາ, ເຫື່ອແຮງເຂົ້າໃນການຝຶກອົບຮົມ-ຫັດແອບໃຫ້ບັນລຸຕາມລະດັບຄາດໝາຍທີ່ວາງໄວ້ ເອົາໃຈໃສ່ຍົກສູງຄວາມສາມັກຄີໃຫ້ເປັນປຶກແຜ່ນແໜ້ນໜ້າ ພ້ອມກັນປັບປຸງລະບຽບແບບແຜນຂອງກົມກອງໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ ກາຍເປັນກົມກອງທີ່ມີລະບຽບແບບແຜນທີ່ທັນສະໄໝຂື້ນເທື່ອລະກ້າວ.             ພາບ-ຂ່າວ : ຮທ ຄຳ​ຊາຍ ກວ່າງ​ຄຸນ​ສີ ;

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa