

ຕອນບ່າຍວັນທີ 15 ທັນວາ 2025 ນີ້ ຢູ່ທີ່ຫໍປະຊຸມໃຫຍ່ຂອງແຂວງໄຊຍະບູລີ ໄດ້ຈັດພິທີມອບ-ຮັບໜ້າທີ່ລະຫວ່າງເຈົ້າແຂວງໄຊຍະບູລີ (ຜູ້ເກົ່າ)ແລະ ປະທານຄະນະກໍາມະການປົກຄອງແຂວງ ໄຊຍະບູລີ(ຜູ້ໃໝ່)ຂຶ້ນຢ່າງເປັນທາງການ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນການພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ, ທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງ, ມີບັນດາຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ຄະນະປະຈໍາສະພາປະຊາຊົນແຂວງ, ຫົວໜ້າ, ຮອງຫົວໜ້າພະແນກການ, ອົງການ, ກົມກອງອ້ອມຂ້າງແຂວງ, ເມືອງ ພ້ອມດ້ວຍພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ
ໃນພິທີ ທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໄຊຍະບູລີ( ຜູ້ເກົ່າ ) ໄດ້ຂຶ້ນຜ່ານສະຫຼຸບການຊີ້ນໍາ-ນໍາພາວຽກງານຮອບດ້ານໃນໄລຍະຜ່ານມາວ່າ: ໄດ້ນໍາພາການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VI ແລະ ຄັ້ງທີ VII, ແຜນປະຈໍາປີ ສາມາດບັນລຸຕາມຄາດໝາຍວາງໄວ້. ເສດຖະກິດຂອງແຂວງ ໄດ້ຮັບການຂະຫຍາຍຕົວເພີ່ມຂື້ນໃນແຕ່ລະປີ, ຄາດໝາຍສູ້ຊົນມະຫາພາກຂອງແຂວງ ສາມາດຈັດຕັ້ງປະຕິບັດບັນລຸຄາດໝາຍ ແລະ ມີບາງຄາດໝາຍລື່ນແຜນວາງໄວ້ຄື: ການຈັດເກັບລາຍຮັບເຂົ້າງົບປະມານ, ມູນຄ່າສົ່ງອອກສິນຄ້າ, ຄາດໝາຍການຜະລິດເຂົ້າ, ການປູກພືດເປັນສິນຄ້າ ພົ້ນເດັ່ນ ແມ່ນການປູກຢາງພາລາ, ກາເຟ ແລະ ອື່ນໆ. ພື້ນຖານອຸດສາຫະກໍາປຸງແຕ່ງ ໂຮງສີເຂົ້າ, ໂຮງອົບສາລີ, ໝາກເດືອຍ, ສາງເຢັນໝາກຖົ່ວເຫຼືອງ, ໂຮງງານແປ້ງມັນຕົ້ນ, ໂຮງງານຢາງພາລາ, ໂຮງງານເຂົ້າຈີ່, ເຂົ້າໜົມ, ເສັ້ນໝີ່, ເສັ້ນເຟີ, ໂຮງງານຂ້າສັດທັນສະໄໝ, ອຸດສາຫະກໍາພະລັງງານໄຟຟ້າຂະໜາດໃຫຍ່, ຂະໜາດນ້ອຍ, ຜະລິດຕະພັນຫັດຖະກໍາຕໍ່າແຜ່ນແພ, ຈັກສານ ແລະ ອື່ນໆ ໄດ້ມີໜໍ່ ແໜງ ແລະ ມີທ່າອ່ຽງຂະຫຍາຍຕົວເພີ່ມຂື້ນເປັນກ້າວໆ. ພື້ນຖານໂຄງລ່າງຖະນົນຫົນທາງ, ທາງຫຼວງແຫ່ງຊາດ, ທາງເຊື່ອມໂຍງ, ເຊື່ອມຈອດ ກັບອານຸພາກພື້ນ ຣາຊະອານາຈັກໄທ, ສສ ຫວຽດນາມ, ສປ ຈີນ, ເຊື່ອມກັບບັນດາແຂວງພາກເໜືອ, ເມືອງມໍລະດົກໂລກຫຼວງພະບາງ ແລະ ເຊື່ອມເຂົ້າເຂດໃຈກາງນະຄອນຫຼວງວຽງຈັນ, ທາງຫຼວງຂອງແຂວງ ສູ່ບັນດາເມືອງ ແລະ ທາງເຂົ້າຫາເຂດຊົນນະບົດ ຫຼາຍເສັ້ນໄດ້ຮັບການພັດທະນາຍົກລະດັບປູຢາງ 2 ຊັ້ນ ເຮັດໃຫ້ການໄປ-ມາຫາສູ່, ການຂົນສົ່ງໂດຍສານ, ຂົນສົ່ງສິນຄ້າ ໄດ້ມີຄວາມສະດວກດີຂື້ນ. ໄດ້ສຸມໃສ່ຢ່າງຕັ້ງໜ້າໃນການສືບຕໍ່ພັດທະນາຊົນນະບົດຮອບດ້ານ ແລະ ແກ້ໄຂຄວາມທຸກຍາກ ຕາມດຳລັດ 348/ລບໂດຍການນຳພາຈັດຕັ້ງການປະເມີນໃນແຕ່ລະປີຢ່າງເປັນປົກກະຕິເພື່ອແກ້ໄຂຄອບຄົວທຸກຍາກ, ບ້ານທຸກຍາກ, ເມືອງທຸກຍາກ ໄດ້ບັນລຸຕາມຄາດໝາຍເປັນສ່ວນໃຫຍ່, ປະເມີນຕາມດໍາລັດດັ່ງກ່າວໃນປີ 2023 ຍັງຄອບຄົວບໍ່ທັນພົ້ນທຸກ 21.902 ຄອບຄົວ, ເທົ່າກັບ 27,26% ພົ້ນເດັ່ນແມ່ນ ສາມາດຮັບຮອງເອົາເມືອງຄອບເປັນເມືອງພົ້ນທຸກ, ສ້າງບ້ານບົວບານເມືອງວາ ສາມາດບັນລຸມາດຕະຖານບ້ານໃຫຍ່ກາຍເປັນຕົວເມືອງນ້ອຍໃນຊົນນະບົດ. ຈາກນັ້ນໃນພິທີໄດ້ມອບມະຕິຕົກລົງຂອງກົມການເມືອງສູນກາງພັກ ດໍາລັດຂອງນາຍົກລັດຖະມົນຕີ ໃຫ້ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໄຊຍະບູລີ (ຜູ້ເກົ່າ), ມອບດໍາລັດຂອງນາຍົກລັດຖະມົນຕີໃຫ້ປະທານຄະນະກຳມະການປົກຄອງແຂວງໄຊຍະບູລີ(ຜູ້ໃໝ່) ພ້ອມທັງເຊັນບົດບັນທຶກມອບ-ຮັບໜ້າທີ່ ລະຫວ່າງທ່ານພົງສະຫັວນ ສິດທະວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໄຊຍະບູລີ(ເກົ່າ)ກັບທ່ານ ດວງຕາ ໄຊວຸດ ຮອງເລຂາຄະນະບໍລິຫານງານພັກແຂວງ, ປະທານຄະນະກໍາມະການປົກຄອງແຂວງໄຊຍະບູລີ (ຜູ້ໃໝ່) ໂດຍຊ່ອງໜ້າທ່ານ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນການພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກແລະຜູ້ເຂົ້າຮ່ວມເປັນສັກຂີພິຍານ.ພ້ອມນັ້ນຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານຂໍ້ຕົກລົງຂອງປະທານຄະນະກໍາມະການປົກຄອງແຂວງໄຊຍະບູລີ ວ່າດ້ວຍການແຕ່ງຕັ້ງ ສະຫາຍ ອາເມ ຊົງເຢ່ຍເລັ່ງ ແລະ ສະຫາຍ ບຸດສະກອນ ອິນທະລັງສີ ເປັນຮອງປະທານຄະນະກຳມະການປົກຄອງແຂວງໄຊຍະບູລີ ພ້ອມທັງມອບຂໍ້ຕົກລົງ ໂດຍການໃຫ້ກຽດມອບ ຂອງທ່ານ ດວງຕາ ໄຊວຸດ ຮອງເລຂາຄະນະບໍລິຫານງານພັກແຂວງ ປະທານຄະນະກຳມະການປົກຄອງແຂວງໄຊຍະບູລີ. ໃນຕອນທ້າຍໄດ້ຮັບຟັງການມີຄໍາເຫັນໂອ້ລົມຂອງທ່ານ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນການພັກ ເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກເຊິ່ງທ່ານໄດ້ເນັ້ນໜັກໃຫ້ຄະນະພັກແລະຄະນະກໍາມະການປົກຄອງທຸກຂັ້ນເອົາໃຈໃສ່ປະຕິບັດຫຼັກການລວມສູນປະຊາທິປະໄຕ,ນໍາພາເປັນໝູ່ຄະນະ,ແບ່ງໝ້າທີ່ຮັບຜິດຊອບໃຫ້ຈະແຈ້ງ ແລະມີກົນໄກປະສານງານທີ່ດີ ເພື່ອນໍາພາຈັດຕັ້ງປະຕິບັດພາລະກິດປົກປັກຮັກສາແລະພັດທະນາແຂວງໄຊຍະບູລີໃຫ້ມີຜົນສໍາເລັດຢ່າງບໍ່ຢຸດຢັ້ງ.
ຂ່າວ+ພາບ: ຄໍາໝັ້ນ