

ໃນຕອນເຊົ້າວັນທີ 16 ທັນວາ 2025 ນີ້ທ່ານ ປອ ສົມພັນ ແພງສີດາ ກຳມະການພັກແຂວງ ຫົວໜ້າພະແນກກະສິກຳ ແລະ ສີ່ງແວດລ້ອມ ແຂວງ ໄຊຍະບູລີ ພ້ອມດ້ວຍຄະນະໄດ້ລົງຊຸກຍູ້ວຽກງານຮອບດ້ານຢູ່ຫ້ອງການກະສິກຳ ແລະ ສີ່ງແວດລ້ອມເມືອງໄຊຍະບູລີ; ທີ່ຫ້ອງປະຊຸມຫ້ອງການດັ່ງກ່າວ, ໃຫ້ການຕ້ອນຮັບໂດຍທ່ານ ສີຈັນ ຫານເສິກ ກຳມະການພັກເມືອງ ຫົວໜ້າຫ້ອງການກະສິກຳ ແລະ ສີ່ງແວດລ້ອມເມືອງພ້ອມດ້ວຍພະນັກງານພາຍໃນຫ້ອງການດັ່ງກ່າວ.
ໂອກາດນີ້ທ່ານ ສີຈັນ ຫານເສິກ ກຳມະການພັກເມືອງ ຫົວໜ້າຫ້ອງການກະສິກຳ ແລະ ສີ່ງແວດລ້ອມເມືອງໄດ້ຂື້ນຜ່ານບົດລາຍງານວຽກງານຮອບດ້ານຂອງຄະນະພັກຫ້ອງການຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ປະຈຳປີ 2025 ບາງຕອນທ່ານໃຫ້ຮູ້ວ່າ: ຄະນະພັກຮາກຖານຫ້ອງການກະສິກຳ ແລະ ສິ່ງແວດລ້ອມເປັນຄະນະພັກຮາກຖານພັກໜຶ່ງທີ່ຂຶ້ນກັບຄະນະປະຈຳພັກເມືອງພາຍໃຕ້ການນໍາພາ-ຊີ້ນໍາໂດຍກົງຮອບດ້ານຂອງອົງຄະນະພັກເມືອງໄຊຍະບູລີ ມີພາລະບົດບາດເປັນແກນນຳໃນລະບົບການເມືອງຢູ່ຮາກຖານຫ້ອງການ, ມີໜ້າທີ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ຄະນະພັກ, ສະມາຊິກພັກພະນັກງານ-ລັດຖະກອນພາຍໃນຫ້ອງການກະສິກໍາ ແລະ ສິ່ງແວດລ້ອມໃນການຈັດຕັ້ງປະຕິບັດແນວທາງ, ແຜນນະໂຍບາຍ, ມະຕິ, ຄຳສັ່ງ, ຂໍ້ກຳນົດ, ກົດລະບຽບຂອງພັກ ແລະ ກົດໝາຍຂອງລັດໃຫ້ປະກົດຜົນເປັນຈິງ; ມີຄະນະໜ່ວຍພັກ 05 ສະຫາຍ ຍິງ 0 ສະຫາຍ ໄດ້ແບ່ງເປັນ 04 ຈຸຮ່ວມຊີວິດ ຂື້ນກັບໜ່ວຍພັກ, ມີສະມາຊິກທັງໝົດ 54 ສະຫາຍ, ຍິງ 18 ສະຫາຍ, ສຳຮອງ 1 ສະຫາຍ ຍິງ 1 ສະຫາຍ ສະມາຊິກພັກເປັນອາສາສະໝັກ 2 ສະຫາຍ, ພາຍຫຼັງຍຸບໂຮມຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ຫ້ອງການກະສິກຳ ແລະປ່າໄມ້ເຂົ້າກັນ ຄະນະພັກພວກເຮົາໄດ້ສຸມໃສ່ປັບປຸງບັນດາຕຳແໜ່ງງານຊ່ວຍວຽກຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ສະບັບເລກທີ 1448/ກສ, ລົງວັນທີ 17 ສິງຫາ 2022 ເພື່ອໃຫ້ແຕ່ລະໜ່ວຍງານໄດ້ຈັດຕັ້ງເຄື່ອນໄຫວຕາມພາລະບົດບາດຂອງຕົນເອງ ໂດຍໄດ້ປັບປຸງໃຫ້ມີ 9 ໜ່ວຍງານ, ມີຫົວໜ້າຫ້ອງການ 1 ທ່ານ ຄະນະຫ້ອງການ 3 ທ່ານ ມີພະນັກງານທັງໝົດ 59 ທ່ານ ຍິງ 19 ທ່ານໃນນີ້ເປັນພະນັກງານລັດຖະກອນ 52 ທ່ານຍິງ 18 ທ່ານ ອາສາສາມັກ 7 ທ່ານຍິງ 1 ທ່ານ; ຕະຫຼອດໄລຍະໜຶ່ງປີຜ່ານມາໂດຍສືບຕໍ່ຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ກໍ່ຄືແຜນພັດທະນາ 05 ປີ (2024-2029) ຂອງຄະນະພັກຮາກຖານຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ໄດ້ສຸມໃສ່ ຈັດຕັ້ງປະຕິບັດໜ້າວຽກ ຕາມຍຸດທະສາດ 03 ເສົາຄໍ້າ, 04 ແຜນງານ ແລະ 10 ແຜນດໍາເນີນງານຂອງຂອງວຽກງານກະສິກຳສາມາດສັງລວມໄດ້ດັ່ງນີ້: ການປູກພືດລະດູແລ້ງທົ່ວເມືອງມີເນື້ອທີ່ແຜນການທັງໝົດ 5,700 ເຮັກຕາ ປະຕິິບັດໄດ້ 5,825 ເຮັກຕາ ລື່ນແຜນການ 2.20%, ເກັບກູ້ 5,811 ເຮັກຕາ ເທົ່າກັບ 99.76%, ຜົນຜະລິດໄດ້ 50,760ໂຕນ; ການປູກພືດລະດູຝົນທົ່ວເມືອງມີເນື້ອທີ່ແຜນການທັງໝົດ 29,700 ເຮັກຕາ ໃນນີ້: ນາປີ 4,415 ເຮັກຕາ, ເຂົ້າໄຮ່ 2,210 ເຮັກຕາ, ການປູກພືດຊະນິດຕ່າງໆເນື້ອທີ່ແຜນການ 21,955 ເຮັກຕາ, ໄມ້ໃຫ້ໝາກທັງໝົດ 1,120 ເຮັກຕາ (ແຜນປູກໃໝ່ 50 ເຮັກຕາ) ຜ່ານການຈັດຕັ້ງປະຕິບັດຕົວຈິງໄດ້ 34,985 ເຮັກຕາ ລື່ນແຜນການ 17.80%, ທຽບໃສ່ປີຜ່ານມາຫຼຸດລົງ 172 ເຮັກຕາ, ເກັບກູ້ 34.738 ເຮັກຕາ, ຜົນຜະລິດ 426,894 ໂຕນ, ທຽບໃສ່ແຜນການເພີ່ມຂຶ້ນ 81,028 ໂຕນ ທຽບໃສ່ປີຜ່ານມາຫຼຸດລົງ 79,755 ໂຕນ; ລົງກວດກາ, ຊຸກຍູ້, ປະເມີນ ບັນດາຄອບຄົວ, ບ້ານ, ຫ້ອງການ, ສຳນັກງານ ພາກລັດ-ເອກະຊົນ ແລະ ໂຮງຮຽນ ທີ່ຂື້ນກັບບ້ານ 7 ບ້ານ ພ້ອມທັງຈັດພິທີປະກາດຮັບຮອງ ແລະ ມອບໃບຢັ້ງຢືນ ຂຽວ ສະອາດງາມຕາ ໃຫ້ແກ່ 7 ບ້ານເທດສະບານ, 19 ສໍານັກງານຫ້ອງການ ແລະ 10 ໂຮງຮຽນ ທຽບໃສ່ແຜນປະຈໍາປີ 6 ບ້ານ ເທົ່າກັບ 105%, ສໍານັກງານ ເທົ່າກັບ 190% ແລະ ໂຮງຮຽນເທົ່າກັບ 200%,ແຜນການອອກໃບຕາດິນຕາມທີ່ທາງແຂວງມອບໃຫ້ 950 ຕອນ, ສາມາດປະຕິບັດໄດ້ 685 ຕອນ, ເນື້ອທີ 7.152.357 ຕາແມ້ດ, ເທົ່າກັບ 72,10%,ຂອງແຜນການ, ຂື້ນທະບຽນສະເພາະຕອນ 200 ຕອນ,ເນື້ອທີ 2.872.813 ຕາແມ້ດ,ດິນປຸກສ້າງ 63ຕອນ, ເນື້ອທີ 61.514 ຕາແມ້ດ, ດິນກະສິກໍາ 137 ຕອນ, ເນື້ອທີ 2.811.299 ຕາແມ້ດ, ຂື້ນທະບຽນເປັນລະບົບ 485 ຕອນ, ເນື້ອທີ 4.259.544 ຕາແມ້ດ, ດິນປຸກສ້າງ 177 ຕອນ, ເນື້ອທີ 245.197 ຕາເເມັດ, ດິນກະສິກໍາ 308 ຕອນ, ເນື້ອທີ 4.034.347 ຕາເເມ້ດ,ຈົດທະບຽນໄດ້ທັງໜົດ 435 ຕອນ; ຈາກນັ້ນໃນກອງປະຊຸມບັນດາຂະແໜງການທີ່ກ່ຽວຂ້ອງຂອງແຂວງກໍ່ໄດ້ພ້ອມກັນປະກອບຄຳຄິດຄຳເຫັນໃສ່ໃນໜ້າວຽກດ້ານຕ່າງໆເພື່ອພ້ອມກັນປັບປຸງດ້ານອອ່ນຂໍ້ຄົງຄ້າງໃຫ້ດີຂື້ນ, ຕອນທ້າຍກອງປະຊຸມທ່ານ ປອ ສົມພັນ ແພງສີດາ ກຳມະການພັກແຂວງ ຫົວໜ້າພະແນກກະສິກຳ ແລະ ສີ່ງແວດລ້ອມ ແຂວງ ໄຊຍະບູລີກໍ່ໄດ້ໃຫ້ກຽດໂອ້ລົມຕື່ມອີກ.
ຂ່າວ+ພາບ: ສົມພົງ ສີສະຫວັດ