

ເມືອງຊຽງຮ່ອນໄດ້ຈັດພິທີບຸນນະມັດສະການ ພຣະພຸດທະບາລະມີສຼີຊຽງຮ່ອນ ປາງປະທານພອນ ເທິງພູໜອງຊາງ ເມືອງຊຽງຮ່ອນ ແຂວງໄຊຍະບູລີ ພິທີໄດ້ຈັດຂື້ນ ໃນລະຫວ່າງວັນທີ 16-17 ທັນວາ 2025ນີ້ ໂດຍການເປັນການເປັນກຽດເຂົ້າຮ່ວມຂອງ ທ່ານ ພົງສະຫວັນ ສິດທະວົງ ອະດິດເຈົ້າແຂວງໄຊຍະບູລີ ມີທ່ານ ແສງອາທິດ ລາວເບຼຍຢາທໍ່ ເລຂາຄະນະບໍລິຫານພັກເມືອງຊຽງຮ່ອນ, ການນຳຂັ້ນແຂວງ, ການນໍາຂັ້ນເມືອງ, ການນຳເມືອງອ້ອມຂ້າງ ອົງການພຸດທະສາສະໜາສຳພັນເມືອງ, ອົງການປົກຄອງບ້ານ ເຖົ້າແກ່ແນວໂຮມບ້ານ ແລະ ພຸດທະສາສະນິກກະຊົນ ພາຍໃນເມືອງ, ຕ່າງເມືອງ ແລະ ຕ່າງແຂວງເຂົ້າຮ່ວມ ເປັນຈຳນວນຫຼວງຫຼາຍ.
ໃນການຈັດງານບຸນນະມັດສະການ ພຣະພຸດທະບາລະມີສຼີຊຽງຮ່ອນປາງປະທານພອນ . ໂດຍບຸນນະມັດສະການດັ່ງກ່າວນີ້ໄດ້ດຳເນີນໃນລະຫວ່າງວັນທີ 16-17 ທັນວາ 2025ນີ້. ໂດຍກິຈະກຳໃນງານບຸນມີລາຍລະອຽດດັ່ງນີ້: ມື້ແຮມ 11 ຄໍ່າ ເດືອນ 1 ລາວ ກົງກັບວັນທີ 16 ທັນວາ ເວລາ 7 ໂມງເຊົ້າ ເຕົ້າໂຮມສັດທາ ເຄື່ອງທານ ແລະ ເຂົ້າເປືອກ ເຂົ້າສານ, ເວລາ 8ໂມງ ດຳເນີນພິທີສະຫຼະສະຫຼຸງ (ຫົດສົງ) ພຣະພຸດທະບາລະມີສຼີຊຽງຮ່ອນ ແລະ ດຳເນີນພິທີ ວາງສີລາເລີກການກໍ່ສ້າງກຸຕິສົງຢູ່ສະຖານທີ່ດັ່ງກ່າວ, ມື້ແຮມ 12 ຄໍ່າ ເດືອນ 1 ລາວ ກົງກັບວັນທີ 17 ທັນວາ 2025 ເວລາ 7 ໂມງເຊົ້າ ດຳເນີນພິທີຕັກບາດຖວາຍທານຈຳນວນ 29 ບາດ ແລະ ຖວາຍປັດໄຈໄຊຍະທານຕ່າງໆ ແລະ ຟັງເທດສະໜາທຳ. ໂດຍມີຈຸດປະສົງເພື່ອເປັນການອະນຸລັກຮັກສາຮີດຄອງປະເພນີອັນດີງາມຂອງຊາດລາວ ແນໃສ່ທະນຸບໍາລຸງພຸດທະສາສະໜາໃຫ້ຈະເລີນຮຸ່ງເຮືອງຍິ່ງຂຶ້ນ ອີກທັງເປັນການໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ ຂອງການສົມໂພດພຣະພຸດທະບາຣະມີສຼີຊຽງຮ່ອນ ປາງປະທານພອນ ຄົບຮອບ 2 ປີ ຕາມທໍານຽມ 2 ປີຮາມ 3ປີສະຫຼອງໃຫຍ່ ຈາກກຳລັງສັດທາ ທີ່ກາຍເປັນຜົນສໍາເລັດນີ້ ລ້ວນແລ້ວແຕ່ແມ່ນມູນມັງອັນລໍ້າຄ່າ, ເປັນມໍລະດົກທາງດ້ານວັດທະນະທຳ, ເປັນສາສະນະສະຖານອັນສັກສິດ ທີ່ປະຊາຊົນພວກເຮົາໄດ້ຮ່ວມກັນສ້າງຂຶ້ນ ເພື່ອການດຳລົງຄົງຢູ່ຂອງພຸດທະສາສະໜາ ທີ່ຈະກາຍເປັນບ່ອນເຄົາລົບສັກກາລະບູຊາ ແລະ ເປັນສູນລວມຈິດໃຈຂອງປະຊາຊົນ ໄປຈົນຮອດລຸ້ນລູກລຸ້ນຫຼານອີກຫຼາຍເຊັ່ນຄົນ.
ໂດຍ: ຄ ອ ມ ເມືອງຊຽງຮ່ອນ.