ເລຂາພັກແຂວງ ໄຊຍະບູລີ ຕ້ອນຮັບເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສສຫວຽດນາມ.

ໃນຕອນເຊົ້າຂອງວັນທີ 17 ທັນວາ 2025 ທີ່ຫ້ອງຮັບແຂກຊັ້ນ 4 ຫ້ອງວ່າການແຂວງ ໄຊຍະບູລີ ທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ໄດ້ຕ້ອນຮັບທ່ານ ຫງວຽນ ມິງ ເຕີມ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສ ສ  ຫວຽດນາມ ພ້ອມຄະນະ, ເຊິ່ງກ່ອນອື່ນທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ໄດ້ສະແດງຄວາມຍິນດີຕ້ອບຮັບຕໍ່ຄະນະຂອງເອກອັກຄະລັດຖະທູດແຫ່ງ ສສຫວຽດນາມ ພ້ອມທັງໄດ້ລາຍງານສະພາບຈຸດພິເສດຂອງແຂວງໂດຍສັງເຂບ, ແຂວງໄຊຍະບູລີ ເປັນແຂວງທີ່ຕັ້ງຢູ່ທິດຕາເວັນຕົກສ່ຽງເໜືອຂອງ ສປປ ລາວ, ເນື້ອທີ່ທັງໝົດແມ່ນ ຕັ້ງຢູ່ຝັ່ງຂວາຂອງແມ່ນໍ້າຂອງ, ເປັນແຂວງພູດອຍ, ມີເນື້ອທີ່ທັງໝົດ 16.389 ກິໂລຕາແມັດ, ມີຊາຍແດນ ທິດຕາເວັນຕົກຕິດກັບ 6 ຈັງຫວັດຂອງຣາຊະອານາຈັກໄທ, ມີຄວາມຍາວເຖິງ 647 ກວ່າກິໂລແມັດ, ທົ່ວແຂວງມີ 11 ເມືອງ, ມີພົນລະເມືອງທັງໝົດ 4 ແສນກວ່າຄົນ ປະກອບມີ 8 ເຜົ່າ ແລະ ມີດ່ານສາກົນຮ່ວມກັບຣາຊະອານາຈັກໄທ 4 ແຫ່ງ; ໂດຍອີງໃສ່ຈຸດພິເສດ-ທ່າແຮງດັ່ງກ່າວ ແຂວງໄດ້ກຳນົດທິດການພັດທະນາ 3 ເສົາຄໍ້າຄື: ໜຶ່ງ, ຖືເອົາການຜະລິດກະສິກໍາຕິດພັນກັບການປຸງແຕ່ງ ເພື່ອສົ່ງ ອອກເປັນທ່າແຮງ; ສອງ, ເອົາການຜະລິດອຸດສາຫະກຳພະລັງໄຟຟ້າເປັນພື້ນຖານ; ສາມ, ການບໍລິການທາງຜ່ານຕິດພັນກັບການຄ້າຊາຍແດນ; ຮັບປະກັນໃຫ້ເສດຖະກິດຂອງແຂວງເຕີບໂຕສະເລ່ຍ 4,5% ຕໍ່ປີ, ລວມຍອດຜະລິດຕະພັນພາຍໃນບັນລຸໄດ້ 24.108 ຕື້ກີບ, ສະເລ່ຍໃສ່ຫົວຄົນໄດ້ 2.567 $ ຕໍ່ປີ, ໂອກາດດັ່ງຍັງໄດ້ຮຽກຮ້ອງໃຫ້ທ່ານທູດຊ່ວຍຊຸກຍູ້ໃຫ້ບັນດາບໍລິສັດ ແລະ ນັກທຸລະກິດຂອງຫວຽດນາມໃຫ້ເຂົ້າມາລົງທຶນໃນດ້ານຕ່າງໆຢູ່ແຂວງ ໄຊຍະບູລີ ແລະ ຊຸກຍູ້ໃຫ້ມີການທົບທວນຄືນບົດບັນທຶກຊ່ວຍຈໍາທີ່ເຊັນກັບບັນດາແຂວງຕ່າງໆ, ກອງບັນຊາການທະຫານເຂດ 2, ສະຖາບັນວິໄຈດິນ ແລະ ຝຸ່ນ ຂອງ ສສ ຫວຽດນາມ ແລະ ຊຸກຍູ້ໃຫ້ບັນດາພະແນກການ-ອົງການຂອງທັງສອງຝ່າຍໄດ້ສືບຕໍ່ພົວພັນຮ່ວມມືກັນໃຫ້ແໜ້ນແຟ້ນຍິ່ງຂື້ນ, ຈາກນັ້ນກໍ່ໄດ້ພົບປະກັບປະທານຄະນະກໍາມະການອົງການປົກຄອງແຂວງ ໂດຍແມ່ນທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງ ປະທານອົງການປົກຄອງແຂວງ, ຢ້ຽມຢາມ ແລະ ພົບປະກັບພະນັກງານໂຮງຮຽນການເມືອງ ການປົກຄອງແຂວງ, ລົງເບິ່ງສະຖານທີ່ກໍ່ສ້າງຫ້ອງການສະມາຄົມຄົນຫວຽດນາມ, ເບິ່ງໂຄງການກໍ່ສ້າງສວນສາທາລະນະລາວ-ຫວຽດນາມ ແລະ ເຂົ້າພົບປະກັບສະມາຄົມຄົນຫວຽດນາມຕື່ມອີກ.

ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa