

ວັນທີ 22 ທັນວາ 2025 ນີ້ ຢູ່ທີ່ໂຮງໝໍຊຸມຊົນເມືອງ ທົ່ງມີໄຊ ແຂວງໄຊຍະບູລີ ໄດ້ຈັດພິທີມອບ-ຮັບໂຄງການກໍ່ສ້າງຫ້ອງນອນຄົນເຈັບ ໂຮງໝໍຊຸມຊົນ ເມືອງທົ່ງມີໄຊ ຫຼັງໃໝ່ຂື້ນຢ່າງເປັນທາງການ. ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ດວງຕາ ໄຊວຸດ ຮອງເລຂາຄະນະບໍລິຫານງານພັກແຂວງ ປະທານຄະນະກຳມະການປົກຄອງແຂວງໄຊຍະບູລີ, ທ່ານ ດຣ ນາງ ໄກຍະສອນ ສີດາ ກຳມະການປະຈຳພັກແຂວງ ຫົວໜ້າພະແນກສາທາລະນະສຸກແຂວງໄຊຍະບູລີ, ມີອາດິດການນຳຂັ້ນແຂວງ, ຄະນະນຳເມືອງທົ່ງມີໄຊ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ຜູ້ຮັບເໝົາໂຄງການກໍ່ສ້າງ, ນາຍບ້ານ ພະນັກງານ-ລັດຖະກອນ ຫ້ອງການສາທາລະນະສຸກ ແລະ ໂຮງໝໍຊຸມຊົນ ຕະຫຼອດຮອດນັກທຸລະກິດຜູ້ປະກອບການຢູ່ພາຍໃນເມືອງ ເຂົ້າຮ່ວມ.
ໃນພິທີ ທ່ານ ສົມຫວັງ ສີສົມພອນ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ ໄດ້ກ່າວຕ້ອນຮັບຄະນະນຳຂັ້ນແຂວງ ພ້ອມທັງໄດ້ລາຍງານສະພາບຂອງເມືອງໂດຍຫຍໍ້,
ຈາກນັ້ນ ທ່ານ ສົມພອນ ຈັນທະລິເດດ ປະທານ ບໍລິສັດເອສພີກຸບ ກໍ່ສ້າງຈໍາກັດຜູ້ດຽວ ໄດ້ຂຶ້ນລາຍງານສະພາບການຈັດຕັ້ງປະຕິບັດໂຄງການ ພ້ອມທັງກ່າວມອບອາຄານ ໃຫ້ກັບພະແນກສາທາລະນະສຸກແຂວງໄຊຍະບູລີ, ໃນນາມເຈົ້າຂອງໂຄງການ ເຊິ່ງໂຄງການດັ່ງກ່າວນີ້ ໄດ້ຮັບທຶນໃນການກໍ່ສ້າງຈາກກະຊວງສາທາລະນະສຸກ, ໄດ້ເລີ່ມລົງມືກໍ່ສ້າງ ນັບຕັ້ງແຕ່ ວັນທີ 15 ສິງຫາ 2025 ເຖິງວັນທີ 15 ທັນວາ 2025 ແມ່ນໄດ້ສໍາເລັດ ໜ້າວຽກຕາມສັນຍາ 100% ລວມມູນຄ່າ ການກໍ່ສ້າງ ທັງໝົດ 1,668,182.80 ກີບ.
ພ້ອມດຽວກັນນີ້ ທ່ານ ນາງ ໄກຍະສອນ ສີດາ ກຳມະການປະຈຳພັກແຂວງ ຫົວໜ້າພະແນກສາທາລະນະສຸກແຂວງໄຊຍະບູລີ ກໍ່ໄດ້ກ່າວຮັບເອົາອາຄານ ແລະ ມອບຕໍ່ໃຫ້ກັບຫ້ອງການສາທາລະນະສຸກ ເມືອງທົ່ງມີໄຊ ນຳໃຊ້ ໃນການບໍລິການປິ່ນປົວສຸຂະພາບ ດ້ວຍການນໍາໃຊ້ອາຄານດັ່ງກ່າວໃຫ້ມີປະສິດທິພາບສູງສຸດ ທ່ານຍັງໄດ້ໃຫ້ຮູ້ຕື່ມວ່າ: ໂຄງການກໍ່ສ້າງດັ່ງກ່າວນີ້ ກໍ່ໄດ້ສະແດງໃຫ້ເຫັນເຖິງຄວາມເປັນຫ່ວງ ເປັນໄຍ ຂອງພັກ-ລັດ ທີ່ເຫັນໄດ້ຄວາມສຳຄັນໃນການຍົກສູງຊີວິດການເປັນຢູ່ ຂອງພໍ່ແມ່ປະຊາຊົນໂດຍການຮັກສາ ແລະ ສົ່ງເສີມສຸຂະພາບເປັນຕົ້ນຕໍ; ຄຽງຄູ່ກັບການສ້າງພື້ນຖານໂຄ່ງລ່າງດ້ານສາທາລະນະສຸກແນໃສ່ເພື່ອເຮັດໃຫ້ວຽກງານບໍລິການປິ່ນປົວສຸຂະພາບຢູ່ສະຖານທີ່ບໍລິການມີປະສິດທິຜົນສູງຂຶ້ນ
ໃນຕອນທ້າຍຂອງພິທີ ປະທານ, ຄະນະປະທານ, ເຈົ້າຂອງໂຄງການ ແລະ ຜູ້ຮັບເໝົາໂຄງການກໍ່ສ້າງ ກໍໄດ້ຮ່ວມກັນຕັດແຖບຜ້າ, ລັ່ນຄ້ອງ 9 ບາດ ພ້ອມທັງເປີດປ້າຍນໍາໃຊ້ອາຄານຫ້ອງນອນຄົນເຈັບ ໂຮງໝໍຊຸມຊົນເມືອງທົ່ງມີໄຊ ຢ່າງເປັນທາງການ.
ໃນໂອກາດດຽວກັບນີ້ກໍ່ຍັງໄດ້ມີການມອບ ໃບຍ້ອງຍໍ, ໃບກຽດຕິຄຸນ ແລະ ໃບຊົມເຊີຍ ໃຫ້ກັບບັນດາທ່ານທີ່ໄດ້ປະກອບສ່ວນທືນຮອນ ເຂົ້າໃນການຊື້ອຸປະກອນທີ່ຈຳເປັນຈຳນວນໜື່ງເພື່ອຮັບໃຊ້ເຂົ້າໃນການບໍລິການປິ່ນປົວຄົນເຈັບຢູ່ໂຮງໝໍຊຸມຊົນເມືອງທົ່ງມີໄຊນຳອີກ.
ໂດຍ: ຄ ອ ມ ທົ່ງມີໄຊ