


ໃນວັນທີ 22 ທັນວາ 2025 ນີ້ ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊບູລີ ມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງໂດຍໄດ້ຮັບການຕ້ອນຮັບຈາກທ່ານ ຄຳພັນ ຄຳພູບົວ ປະທານຄະນະກຳມະການປົກຄອງເມືອງພຽງ ພອ້ມດ້ວຍການຂອງເມືອງ, ພະນັກງານຫຼັກ, ພະນັກງານອາວຸດໂສບຳນານ ແລະ ປະຊາຊົນບັນດາເຜົ່າພາຍໃນເມືອງພຽງຕ້ອນຮັບຢ່າງອົບອຸ່ນ. ການລົງມາໃນຄັ້ງນີ້ທ່ານ ຄຳພັນ ຄຳພູບົວ ປະທານຄະນະກຳມະການປົກຄອງເມືອງພຽງລາຍງານສະພາບການຈັດຕັ້ງປະຕິບັດບາງວຽກງານທີ່ພົ້ນເດັ່ນ ຂອງເມືອງໃນໄລຍະ1 ປີຜ່ານມາໂດຍຫຍໍ້ ເຊິ່ງເມືອງພຽງເປັນເມືອງໜຶ່ງໃນ 11 ເມືອງຂອງແຂວງໄຊຍະບູລີ ປະກອບມີ51 ບ້ານ, ມີ 11 ພັນກວ່າຄອບຄົວ, ມີພົນລະເມືອງທັງໝົດ 66 ພັນກວ່າຄົນ, ຍິງ 32 ພັນກວ່າຄົນ ແລະ ມີ 8 ເຜົ່າອາໄສຢູ່ຮ່ວມກັນ ໃນໄລຍະຜ່ານມາເມືອງພຽງ ສາມາດຮັບສາໄດ້ສະຖຽນລະພາບທາງດ້ານການເມືອງສັງຄົມມີຄວາມສະຫງົບປອດໄພໂດຍພື້ນຖານເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ສາມາດສົ່ງອອກສິນຄ້າກະສິກຳໄດ້ທັງໝົດມູນຄ່າ 540 ກວ່າຕື້ກີບເປັນຕົ້ນແມ່ນ ໝາກເດືອຍ, ສາລີ. ມັນຕົ້ນ ແລະ ຜົນຜະລິດກະສິກໍາອື່ນໆ, ການພັດທະນາພື້ນຖານໂຄງລ່າງໄດ້ຊຸກຍູ້ໃຫ້ປະຊາຊົນກໍ່ສ້າງເສັ້ນທາງປູເບຕົງ ໄດ້ 8 ເສັ້ນ, ມີ 8 ບ້ານ ມີລວງຍາວທັງໝົດ 2.300 ກວ່າແມັດ, ມູນຄ່າ 2 ກວ່າຕື້ກີບ, ດ້ວຍທຶນຂອງປະຊາຊົນ ແລະ ເມືອງສົມທົບຈໍານວນໜື່ງ, ມາຮອດປັດຈຸບັນມີເສັ້ນທາງປູເບຕົງທັງໝົດເກີບ 40 ເສັ້ນ, ຍາວເກີບ 7 ພັນແມັດ, ກວມ 17 ບ້ານ, ລວມມມູນຄ່າທັງໝົດ 5 ກວ່າຕື້ກີບ ດ້ານວັດທະນະທຳ-ສັງຄົມໄດ້ເອົາໃຈໃສ່ຊຸກຍູ້ການຈັດຕັ້ງປະຕິບັດ ຄາດໝາຍຂົງເຂດການສຶກສາ ແລະ ສາທາລະນະສຸກ ພ້ອມກັນນັ້ນກໍ່ໄດ້ຊຸກຍູ້ສົ່ງເສີມວັດທະນະທຳ ແລະ ມູນເຊື້ອປະເພນີອັນດີງາມຂອງປະຊາຊົນບັນດາເຜົ່າໃຫ້ມີຄວາມຢືນຍົງຕະຫຼອດໄປ ແລະ ໂອ້ກາດທີ່ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ລົງມາໃນຄັ້ງນີ້ ທ່ານໄດ້ໃຫ້ກຽດໂອ້ລົມ ສະແດງຄວາມຍ້ອງຍໍ້ຊົມເຊີຍຕໍ່ກັບຜົນງານການຈັດຕັ້ງປະຕິບັດວຽກງານຂອງອົງຄະນະພັກແຂວງໄຊຍະບູລີກໍ່ຄືອົງຄະນະພັກເມືອງພຽງທີ່ສາມາຍາດໄດ້ຜົນງານອັນພົ້ນເດັນຫຼານດ້ານ ພ້ອມກັນນັ້ນກໍ່ໄດ້ຍົກໃຫ້ເຫັນຖືກສະພາບການຂອງພາກພື້ນ ສາກົນ ແລະ ການຮັບມືບັນຫາເສດຖະກິດທີ່ຜັນແປຂອງປະເທດລາວເປັນຕົ້ນແມ່ນໄພເງີນເຟີ້ ຄ່າຄອງຊີບຂອງປະຊາຊົນສູງຂື້ນ ແລະ ໄດ້ເໜັ້ນໜັກໃຫ້ຄະນະນຳຂອງແຂວງກໍ່ຄືຄະນະນຳຂອງເມືອງໃຫ້ເອົາໃຈໃສ່ນຳເອົາແນວທາງນະໂຍບາຍຂອງພັກ, ນິຕິກຳປ່ຽນແປງໃໝ່ໃນດ້ານຕ່າງໆລົງໄປເຜີຍແຜ່ເຊື່ອມຊືມໃຫ້ປະຊາຊົນບັນດາເຜົ່າຢ່າງທົ່ວເຖີງ ສືບຕໍ່ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດກໍ່ຄືການແກ້ໄຂບັນຫາຢາເສບຕິດ, ການແກ້ໄຂບັນຫາເສດຖະກິດ ແລະ ການເງີນ ຫັນພະນັກງານລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານເອົາໃຈໃສ່ສ້າງເສດຖະກິດເອກະລາດເປັນເຈົ້່າຕົນເອງເພຶ່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃຫ້ດີຂື້ນເປັນກ້າວໆ ແລະ ໃນໂອ້ກາດທີ່ທ່ານ ຮອງປະທານປະເທດແຫ່ງ ສປປລາວໄດ້ລົງຢ້ຽມຍາມເມືອງພຽງໃນຄັ້ງນີ້ນີ້ທ່ານໄດ້ເຂົ້າຮ່ວມງານບຸນກີນຈຽງ ຫຼື ນໍເປເຈົ້່າຂອງເຜົ່າມົ້ງ ໂດຍໄດ້ຈັດຂື້ນໃນທ້າຍເດືອນທັນວາຂອງທຸກໆປີເຊີ່ງເຜົ່າມົ້ງໄດ້ມີຮິດຄອງປະເພນີອັນດີງາມ ມີຄວາມດຸໝັ້ນໃນການອອກແຮງງານມາແຕ່ດືກດຳບັນ ສຳລັບງານບຸນກີນຈຽງຂອງເຜົ່າມົ້ງ ຫຼື ນໍເປເຈົ້່າແມ່ນການເຂົ້າສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ໂດຍການເຂົ້າວົງວຽນເພຶ່ອກຳຈັດປັດເປົ່າສິ່ງຊົ່ວຮ້າຍ ແລະ ສິ່ງທີ່ບໍ່ດີໄປນຳປີເກົ່າພ້ອມທັງອວຍພ້ອມໄຊອັນປະເສີດໃນປີໃໝ່ ເປັນການເອີນຂວັນໃຫ້ສະມາຊິກໃນຄອບຄົວພີ້ນ້ອງຊີງຊາວໃນຕະກຸນຫາງເຄຶ່ອງຂອງກີນທານໃຫ້ບັນພະບູລຸຜູ້ລວງລັບໄປແລ້ວທັງເປັນການສ້າງເງືອນໄຂໃຫ້ພີ້ນ້ອງໄດ້ຍື່ຍາມຖາມຂ່າວ ແລະ ບ່າວສາວໄດ້ພົບໜ້າພໍຕາຊອກຫາຄູ່ເພຶ່ອສ້າງຄອບຄົວ ສຳລັບກິດຈະກຳແມ່ນໄດ້ມີການໂຍນໝາກຄອນ ແລະ ການຫຼີນກິລາພື້ນເມືອງປະເພດຕ່າງໆທີໄດ້ສືບທອດກັນມາຈົນເຖີງປັດຈຸບັນ.
ຂ່າວໂດຍ: ວົງສະຫວັນ ສຸທິໂວຫານ