ຜູ້ແທນອົງຄະນະພັກແຂວງ ໄຊຍະບູລີ ເດີນທາງເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ Xll ຂອງພັກ.

ພິທີສົ່ງຜູ້ແທນອົງຄະນະພັກແຂວງ ໄຊຍະບູລີ ສະໄໝ ທີ Vlll  ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ ໄດ້ມີຂື້ນໃນວັນທີ 4 ມັງກອນ 2026 ນີ້ຢູ່ທີ່ເດີ່ນຫ້ອງວ່າການແຂວງ ໄຊຍະບູລີ .ອອກສົ່ງຄະນະນຳຂອງແຂວງໃນຄັ້ງນີ້ມີທ່ານ ດວງຕາ ໄຊວຸດ ຮອງເລຂາຄະນະບໍລິຫານງານພັກແຂວງ ປະທານຄະນະກຳມະການປົກແຂວງ ,ມີບັນດາຫົວໜ້າ,ຮອງຫົວໜ້າພະແນກການ ,ເລຂາທິການສະພາປະຊາຊົນແຂວງ,ອົງການ,ກົມກອງ,ຫ້ອງການ,ລັດວິສາຫະກິດອ້ອມຂ້າງແຂວງພ້ອມດ້ວຍນ້ອງນ້ອຍເຍົາວະຊົນເຂົ້າຮ່ວມ.

ຄະນະຜູ້ແທນອົງຄະນະພັກແຂວງ ໄຊຍະບູລີສະໄໝທີ VIII ທີ່ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີXIIຂອງພັກ ມີທັງໝົດ27 ທ່ານ,ຍິງ 4 ທ່ານ .ເຊິ່ງເປັນຕົວແທນໃຫ້ສະມາຊິກພັກໃນທົ່ວແຂວງ ໄຊຍະບູລີ 20.797 ສະຫາຍ. ນໍາໂດຍ ທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງ ໄຊຍະບູລີ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ ຈະໄດ້ຈັດຂື້ນໃນລະຫວ່າງວັນທີ 6-8 ມັງກອນ 2026 ນີ້.

ຂ່າວ: ບຸນທີ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa