
ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ແລະ ສະມາຊິກສະພາປະຊາຊົນແຂວງ ລົງເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງຢູ່ເມືອງຄອບ ຊຶ່ງນໍາໂດຍ ທ່ານ ເພັງນິລັນ ຄໍາພັນເພັງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງ, ມີທ່ານ ພົທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ, ທ່ານ ປອ ລີເບີ ລີບົວປາວ ຄະນະປະຈໍາສະພາແຫ່ງຊາດ ປະທານກໍາມາທິການແຜນການ, ການເງິນ ແລະ ການກວດສອບ ພ້ອມດ້ວຍຄະນະ ໃນວັນທີ 19 ມັງກອນ 2026 ທີ່ຜ່ານມານີ້.
ໂດຍໃຫ້ກຽດການຕ້ອນຮັບຂອງ ທ່ານ ສົມນຶກ ສິງຄໍາ ກໍາມະການພັກແຂວງ ເລຂາພັກເມືອງພ້ອມດ້ວຍຄະນະ ແລະ ຜູ້ມີສິດເລືອກຕັ້ງ ຢູ່ສະໂມສອນຂອງເມືອງ.
ໃນໂອກາດດັ່ງກ່າວ ທ່ານ ສົມນຶກ ສິງຄໍາ ກໍາມະການພັກແຂວງ ເລຂາພັກເມືອງ ກໍໄດ້ຂື້ນລາຍງານສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມໃນໄລຍະຜ່ານມາໂດຍຫຍໍ້ ຕໍ່ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ. ຈາກນັ້ນທ່ານ ເພັງນິລັນ ຄໍາພັນເພັງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງ ໃຫ້ກຽດກ່າວຈຸດປະສົງ ໂດຍໃຫ້ຮູ້ວ່າ: ການມາເຄື່ອນໄຫວ ພົບປະຜູ້ມີສິດເລືອກຕັ້ງໃນຄັ້ງນີ້ແມ່ນ ການເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ IV ຊຶ່ງມີຫລາຍບັນຫາເປັນຕົ້ນແມ່ນ: ເນື້ອໃນຈິດໃຈຂອງກອງປະຊຸມໂດຍສະເພາະແມ່ນການຮັບຮອງເອົາ ຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ( 2021 – 2025) ແລະ ປະຈໍາປີ 2025, ສະຫຼຸບຂາດຕົວແຜນງົບປະມານແຫ່ງລັດປະຈໍາປີ 2024 ດັດແກ້ງົບປະມານແຫ່ງລັດ ປະຈໍາ ປີ 2025 ແລະ ທິດທາງແຜນພັດທະນາເສດຖະກິດ – ສັງຄົມ ປະຈໍາປີ 2026, ມະຕິກອງປະຊຸມວ່າດ້ວຍການຮັບຮອງເອົາວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດຂອງລັດຖະບານ ໄລຍະແຕ່ປີ 2021 – 2025 ແລະ ທິດທາງໃນຕໍ່ໜ້າ, ຜົນການຈັດຕັ້ງປະຕິບັດ ການເຄື່ອນໄຫວວຽກງານ 5 ປີ ( 2021 – 2025) ປະຈໍາປີ 2025 ແລະ ທິດທາງແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ຂອງອົງການກວດສອບແຫ່ງລັດ, ຮັບຮອງເອົາວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ – ການເງິນ ໃນໄລຍະ 5 ປີ ແຕ່ປີ 2021 – 2025 ແລະ ທິດທາງໃນຕໍ່ໜ້າ, ຜົນການຈັດຕັ້ງປະຕິບັດ ການເຄື່ອນໄຫວວຽກງານ 5 ປີ ( 2021 – 2025) ປະຈໍາປີ 2025 ແລະ ທິດທາງແຜນການເຄື່ອນໄຫວວຽກງານ 5 ປີ (2026- 2030); ປະຈໍາປີ 2026 ຂອງສານປະຊາຊົນສູງສຸດ, ຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ ( 2021 – 2025 ) ຂອງສະພາແຫ່ງຊາດຊຸດທີ IX ແລະ ວຽກງານຈຸດສຸມຮອດກອງປະຊຸມປະຖົມມະລຶກ ຂອງສະພາແຫ່ງຊາດຊຸດທີ IX, ຜົນການຈັດຕັ້ງປະຕິບັດ ການເຄືອນໄຫວວຽກງານ 5 ປີ ( 2021 – 2025) ປະຈໍາປີ 2025 ແລະ ທິດທາງແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ຂອງອົງການກວດກາແຫ່ງລັດ, ແຜນການເຄື່ອນໄຫວວຽກງານ 5 ປີ(2026- 2030), ປະຈໍາປີ 2026 ຂອງສະພາແຫ່ງຊາດຊຸດທີ IX. ພ້ອມດຽວກັນນີ້ຍັງໄດ້ຮັບຟັງການຮັບຮອງເອົາບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ ( 2021 – 2025 ) ຂອງສະພາປະຊາຊົນແຂວງ ຊຸດທີ IV ແລະ ວຽກງານຈຸດສຸມຮອດກອງປະຊຸມປະຖົມມະລຶກ ຂອງສະພາປະຊາຊົນແຂວງ ຊຸດທີ IV.
ທັງນີ້ ກໍເພື່ອເປັນການຜັນຂະຫຍາຍ ແລະ ໂຄສະນາເຜີຍແຜ່ບັນດາມະຕິຮັບຮອງໃນກອງປະຊຸມສະໄໝເທື່ຶອທີ 9 ຂອງສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ IV ແນ່ໃສ່ເຮັດໃຫ້ພະນັກງານ, ທະຫານ, ຕໍາຫລວດ ແລະ ພໍ່ແມ່ປະຊາຊົນຢູ່ພາຍໃນເມືອງຄອບໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ລະບົບກົງຈັກການຈັດຕັ້ງ, ພາລະ, ບົດບາດ, ສິດ ແລະ ໜ້າທີ່ຂອງສະພາແຫ່ງຊາດ ກໍຄືສະພາປະຊາຊົນແຂວງ
ພາບ-ຂ່າວ: ທອງແກ້ວ ພອນມະລີ 02055166082