ບ້ານຫ້ວຍມົດສົ້ມສຳເລັດການຕີລາຄາວຽກງານຮອບດ້ານປະຈໍາປີ 2025

ກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຮອບດ້ານປະຈໍາປີ 2025 ແລະ ທິດ ທາງແຜນການປີ 2026 ຂອງບ້ານຫ້ວຍມົດສົ້ມ ເມືອງປາກລາຍ ແຂວງໄຊຍະບູລີ ໄດ້ໄຂຂື້ນຢ່າງເປັນທາງການໃນວັນທີ 25 ມັງກອນ 2026 ຢູ່ທີ່ ຫໍປະຊຸມບ້ານບ້ານຫ້ວຍມົດສົ້ມ ຊຶ່ງພາຍໃຕ້ການເປັນປະທານຂອງ ທ່ານ ສົມຫວັງ ດາວທອງ ເລຂາໜ່ວຍພັກຮາກຖານບ້ານ ນາຍບ້ານຫ້ວຍມົດສົ້ມ ເປັນກຽດເຂົ້າຮ່ວມໂດຍທ່ານ ພັທ ປຽງ ຈວງເທວີ ຄະນະປະຈໍາພັກເມືອງ ຫົວຫນ້າກອງບັນຊາການ ປກສ ເມືອງປາກລາຍ ຫົວຫນ້າຊີ້ນໍາເຂດພັດທະນາບົວບານ-ເມືອງວາ, ມີຄະນະທີມງານຂອງເມືອງ ແລະ ປະຊາຊົນບັນດາເຜົ່າພາຍໃນບ້ານເຂົ້າຮ່ວມ ທັງຫມົດ 122 ທ່ານ, ຍິງ 80 ທ່ານ.

ກອງປະຊຸມດໍາເນີນໄປດ້ວຍບັນຍາກາດຟົດຟື້ນ ແລະ ປະສົບຜົນສໍາເລັດຕາມຈຸດປະສົງຄາດຫມາຍທີ່ວາງໄວ້ເຊິ່ງໄດ້ດໍາເນີນຕາມວາລະດັ່ງນີ້: ກອງປະຊຸມໄດ້ຮັບຟັງ ແລະ ຮັບຮອງເອົາ ບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກ ງານຮອບດ້ານ ປະຈໍາປີ 2025 ແລະ ທິດທາງແຜນການປີ 2026 ຊຸກຍູ້ ປະຕິບັດ ຂໍ້ແຂ່ງຂັນ-ຮັກຊາດພັດທະນາຂອງ ຄອບຄົວ, ຫນ່ວຍ, ຂະແຫນງການ ແລະ ບ້ານ ທີ່ຍັງບໍ່ທັນບັນລຸໃຫ້ບັນລຸຕາມຄາດຫມາຍທີວາງໄວ້ໃນປີ 2026. 3. ພິທີມອບ-ຮັບໃບຢັ້ງຢືນໃຫ້ບ້ານ ທີ່ມີຜົນງານດີເດັ່ນໃນການປະກອບສ່ວນສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ.

ໃນຕອນທ້າຍກອງປະຊຸມໄດ້ຮັບຟັງການໂອ້ລົມຂອງທ່ານ ພັທ ບຽງ ຈວງເທວີ ຄະນະປະຈໍາພັກເມືອງ ຫົວຫນ້າກອງບັນຊາການ ປກສ ເມືອງ ຫົວຫນ້າຊີ້ນໍາເຂດພັດທະນາບົວບານ – ເມືອງວາ ເຊີງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການນໍາພາ ຂອງຄະນະບ້ານ ທີ່ໄດ້ນໍາພາ ປະຊາຊົນ ພັດທະນາເສດຖະກິດ-ສັງຄົມຍາດໄດ້ຜົນສໍາເລັດຫຼາຍດ້ານ, ພ້ອມກັນນັ້ນ ທ່ານຍັງໄດ້ ສະແດງຄວາມເປັນຫ່ວງເປັນໄຍ ຕໍ່ດ້ານອ່ອນ, ຂໍ້ຄົງຄ້າງ ເຊິ່ງທ່ານໄດ້ຮຽກຮ້ອງໃຫ້ຄະນະບ້ານ ຈະ ຕ້ອງໄດ້ສືບຕໍ່ປັບປຸງ, ແກ້ໄຂ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ , ການສ້າງບ້ານໃຫ້ເປັນບ້ານພັດທະນາ ຮອບດ້ານ, ການແກ້ໄຂຄວາມທຸກຍາກ ຍົກລະດັບຊີວິດການເປັນຢູ່ ຂອງປະຊາຊົນ ບັນລຸຕາມຄາດຫມາຍ ທ່ານໄດ້ເນັ້ນຫນັກໃຫ້ເອົາໃຈໃສ່ສຸມໃສ່ບາງດ້ານດັ່ງນີ້: 1) ຄະນະພັກ, ອົງການປົກຄອງບ້ານ ຕ້ອງເພີ່ມທະວີວຽກງານສຶກສາອົບຮົມການເມືອງ- ແນວຄິດ ໃຫ້ແກ່ສະມາຊິກພັກ, ການຈັດຕັ້ງຂອງບ້ານ ແລະ ປະຊາຊົນບັນດາເຜົ່າໃຫ້ ເຂົ້າໃຈ; ເຊື່ອມຊຶມກໍາແຫນ້ນແນວທາງ, ລະບຽບກົດຫມາຍ ຂອງຂັ້ນເທີງວາງອອກ ມີ ຄວາມເປັນເອກະພາບ ເເລະ ຕື່ນຕົວເປັນເຈົ້າການປະຕິບັດໃຫ້ເປັນຮູບປະທໍາຫຼາຍຂຶ້ນ ກວ່າເກົ່າ 2) ຕັ້ງຫນ້າປັບປຸງແບບແຜນວິທີເຮັດວຽກ ໃຫ້ໄປຕາມພາລະບົດບາດ- ສິດ ແລະ ຫນ້າທີ່ ຂອງອົງການປົກຄອງບ້ານ, ຂອງນາຍບ້ານ, ຮອງນາຍບ້ານ ທີ່ໄດ້ກໍານົດໄວ້ ບົນ ພື້ນຖານການເຄົາລົບ ແລະ ປະຕິບັດຫຼັກການລວມສູນປະຊາທິປະໄຕ, ເຮັດວຽກເປັນ ຫມູ່ຄະນະ ແບ່ງຄວາມຮັບຜິດຊອບໃຫ້ບຸກຄົນຈະແຈ້ງ ແລະມີການຕິດຕາມກວດກາ ເປັນປົກກະຕິ 3) ສືບຕໍ່ສຸກຍູ້ ພັດທະນາເສດຖະກິດ, ແກ້ໄຂຊີວິດການເປັນຢູ່ ຕາມທ່າແຮງ ເຊັ່ນ: ສົ່ງເສີມການປູກພືດ, ລ້ຽງສັດເປັນສິນຄ້າ, ການຄ້າ, ການບໍລິການ ແລະ ອື່ນໆ ເພື່ອສູ້ ຊົນໃຫ້ມີລາຍຮັບເພີ້ມຂື້ນ ບັນລຸຕາມມາດຕະຖານພົ້ນທຸກ ແລະ ມາດຕະຖານການ ພັດທະນາ ທີ່ກໍານົດໄວ້. ສືບຕໍ່ ກວດກາປັບປຸງມາດຖານ ນາມມະຍົດຄອບຄົວ, ບ້ານ ແບບຢ່າງຕ່າງໆ ທີ່ຮັບຮອງໄປແລ້ວໃຫ້ມີຄວາມຍືນຍົງ 4) ຕ້ອງເພີ່ມທະວີຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ນໍາພາຈັດລະບຽບ ສັງຄົມພາຍໃນບ້ານ, ປກສ, ກອງຫຼອນ ຕ້ອງເປັນໃຈກາງປະສານງານກັບອົງການແນວ , ອົງການຈັດຕັ້ງມະຫາຊົນ ຊ່ວຍໃນການຈັດຕັ້ງຄຸ້ມຄອງພົນລະເມືອງ, ການແກ້ໄຂ ບັນຫາປະກົດການຫຍໍ້ທໍ້ຕ່າງໆ ທີ່ກວດກາພົບເຫັນຄັ້ງນີ້ ໃຫ້ລຸດລົງເທື່ອລະກ້າວ 5) ສືບຕໍ່ເສີມຂະຫຍາຍມູນເຊື້ອຄວາມສາມັກຄີ ປອງດອງພາຍໃນບ້ານ; ໃຫ້ແຫນ້ນຍິ່ງຂື້ນ, ພ້ອມກັນເປັນເຈົ້າການເຕົ້າໂຮມຄວາມສາມັກຄີຂອງປະຊາຊົນບັນດາເຜົ່າເພື່ອເປັນກໍາ ລັງເເຮງສັງລວມ ໃນການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຂອງຫນ່ວຍພັກ, ແຜນ ພັດທະນາຂອງບ້ານວາງອອກ ໃຫ້ປະກົດຜົນເປັນຈີງ.

 

ຂ່າວ-ພາບ: ຄອນສະຫວັນ ໄຊຍະວົງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa