

ໃນຕອນເຊົ້າວັນທີ 26 ມັງກອນ 2026 ກອງບັນຊາການປ້ອງກັນຄວາມສະຫງົບເມືອງຄອບ ແຂວງໄຊຍະບູລີ ໄດ້ຈັດພິທີປະກາດເລື່ອນຊັ້ນໃຫ້ນາຍ ແລະ ພົນຕໍາຫລວດ ຢູ່ທີ່ຫ້ອງປະຊຸມຂອງກົມກອງດັ່ງກ່າວ.
ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ບຸນຈັນ ເສດຈໍາປາ ຮອງເລຂາພັກເມືອງ ປະທາກວດກາພັກລັດເມືອງ, ມີທ່ານ ພັທ ປີຊາ ປັນຍາແກ້ວ ກໍາມະການປະຈໍາພັກເມືອງ ຫົວໜ້າກອງບັນຊາການ ປກສ ເມືອງ, ມີຄະນະພັກ-ຄະນະບັນຊາ ພ້ອມດ້ວຍນາຍ ແລະ ພົນຕໍາຫລວດເຂົ້າຮ່ວມ.
ໃນພິທີທ່ານ ພັທ ກອງຈັນ ຈວງສີ ຮອງກອງບັນຊາການ ປກສເມືອງ ກໍໄດ້ຂື້ນຜ່ານຂໍ້ຕົກຂອງກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 3696, 3698/ປກສ ລົງວັນທີ 29 ທັນວາ 2025 ວ່າດ້ວຍການເລື່ອນຊັ້ນໃຫ້ນາຍຕໍາຫລວດກອງບັນຊາການ ປກສ ແຂວງໄຊຍະບູລີ ລັດຖະມົນຕີປ້ອງກັນຄວາມສະຫງົບ ຕົກລົງ ເລື່ອນຊັ້ນ ພັນຕີ ຂື້ນເປັນພັນໂທ 1 ສະຫາຍຄື: ສະຫາຍ ພັທ ວິລະສອນ ຈັນທະມາດ ຮອງພະແນກສັນຕິບານ ປກສ ເມືອງຄອບ, ຕົກລົງເລື່ອນຊັ້ນ ຮ້ອຍໂທ ຂື້ນເປັນ ຊັ້ນຮ້ອຍເອກ 2 ສະຫາຍຄື: ສະຫາຍ ດາວຫຼຸ້ງ ຈັນທະວົງ ຫົວໜ້າໜ່ວຍງານສືບສວນ-ສອບສວນພະແນກຕໍາຫລວດ ປກສ ເມືອງຄອບ ແລະ ສະຫາຍ ບຸນຜາຍ ອິນສຸພາ ຮອງໜ່ວຍງານກັກຂັງຊົ່ວຄາວ ພະແນກຕໍາຫລວດ ປກສ ເມືອງ, ພ້ອມດຽວກັນກໍໄດ້ຜ່ານຂໍ້ຕົກລົງຂອງກອງບັນຊາການ ປກສ ແຂວງໄຊຍະບູລີ ສະບັບເລກທີ 159/ປກສ.ຊລ ລົງວັນທີ 13 ມັງກອນ 2026 ວ່າດ້ວຍການເລື່ອນຊັ້ນໃຫ້ນາຍຕໍາຫລວດກອງບັນຊາການ ປກສ ແຂວງໄຊຍະບູລີ ຜ່ານການຄົ້ນຄວ້ານໍາສະເໜີຂອງຫ້ອງການເມືອງ ປກສ ແຂວງໄຊຍະບູລີ ຕົກລົງ ເລື່ອນຊັ້ນສິບເອກ ຂື້ນເປັນຊັ້ນ ວາທີຮ້ອຍຕີ 2 ສະຫາຍຄື: ສະຫາຍ ວຽງໂຂງ ສອນເພັດ ແລະ ສະຫາຍ ສົງການ ໄຊຍະແກ້ວ ພະນັກງານ ປກສ ເມືອງຄອບ, ຂໍ້ຕົກລົງກອງບັນຊາການ ປກສ ເມືອງ ສະບັບເລກທີ 23/ປກສ ມຄ ລົງວັນທີ 13 ມັງກອນ 2026 ວ່າດ້ວຍການຊັບຊ້ອນນາຍ ແລະ ພົນຕໍາຫລວດ ຫົວໜ້າກອງບັນຊາການ ປກສ ເມືອງຕົກລົງຊັບຊ້ອນນາຍ ແລະ ພົນຕໍາຫລວດ 4 ສະຫາຍຄື: ສະຫາຍ ພັຕ ສົມເດີນ ແກ້ວທອງສຸກ ຈາກຫ້ອງການ ປກສ ກຸ່ມບ້ານປາງໄຮ ມາເຮັດໜ້າທີ່ຢູ່ຫ້ອງການ ປກສ ກຸ່ມບ້ານເທດສະບານ, ສະຫາຍ ຮອ ພັດ ໄຊຍະພອນ ຈາກຫ້ອງການ ປກສ ກຸ່ມບ້ານເທດສະບານ ໄປເຮັດໜ້າທີ່ຢູ່ຫ້ອງການ ປກສ ກຸ່ມບ້ານປາງໄຮ, ສະຫາຍ ຮອ ສິງທອງ ວົງເດືອນ ຈາກພະແນກຕໍາຫລວດກອງຈາລະຈອນ ແລະ ມອດໄຟ ມາເຮັດໜ້າທີ່ຢູ່ພະແນກພາລາທິການ ແລະ ສະຫາຍ ຮອ ປັນ ໄຊຍະວົງ ຈາກຫ້ອງການ ປກສ ກຸ່ມບ້ານດອນຕັນ ມາເຮັດນ້າທີ່ຢູ່ຫ້ອງການ ປກສ ກຸ່ມບ້ານເທດສະບານ.
ໃນຕອນທ້າຍທ່ານ ບຸນຈັນ ເສດຈໍາປາ ຮອງເລຂາພັກເມືອງ ກໍໃຫ້ກຽດຂື້ນປະດັບຊັ້ນ ແລະ ໂອ້ລົມຕໍ່ພິທີອີກດ້ວຍ.
———
ພາບ-ຂ່າວ: ພົມມະນີ ອິນສະຫວັນ