ສສຊ ແລະ ສສຂ ແຂວງໄຊຍະບູລີ ລົງພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ10ຂອງສະພາແຫ່ງຊາດຊຸດທີIX ແລະສະພາປະຊາຊົນແຂວງໄຊຍະບູລີຊຸດທີIVຢູ່ເມືອງພຽງ

ວັນທີ 26 ມັງກອນ2026 ນີ້, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 7 ແລະ ສະມາຊິກສະພາປະຊາຊົນແຂວງປະຈຳເຂດເລືອກຕັ້ງເມືອງພຽງ ເຊີ່ງນໍາໂດຍທ່ານ ພົທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີພ້ອມດ້ວຍຄະນະໄດ້ລົງພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ IX ແລະສະພາປະຊາຊົນແຂວງໄຊຍະບູລີຊຸດທີIV ແລະ ຄອບລາຜູ້ມີສິດເລືອກຕັ້ງ ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ, ໂດຍມີທ່ານ ນ ດາວັນ ພະວົງຈິດ ຮອງເລຂາພັກເມືອງ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ, ອົງການ, ກົມກອງ, ທະຫານ, ຕໍາຫຼວດ, ນາຍບ້ານເທດສະບານພ້ອມດ້ວຍພະນັກງານຫຼັກແຫຼ່ງຂອງເມືອງເຂົ້າຮ່ວມ.

ການລົງມາໃນຄັ້ງນີ້ ທ່ານ ນ ດາວັນ ພະວົງຈິດ ຮອງເລຂາພັກເມືອງໄດ້ກ່າວຕ້ອນຮັບ ແລະ ລາຍງານການນໍາພາ-ຊີ້ນໍາວຽກງານຮອບດ້ານຂອງອົງການປົກຄອງເມືອງໂດຍຫຍໍ້ໃນໄລຍະ 1 ປີຜ່ານ ມາ ເຊິ່ງເມືອງພຽງປະ​ກອບ​ມີ 51 ບ້ານ, ມີ 11.896 ຄອບ​ຄົວ, ພົນ​ລະ​ເມືອງ​ທັງ​ໝົດ 66.771 ຄົນ, ຍິງ 32.511ຄົນ ແລະ ມີ 8 ເຜົ່າ​ທີ່​ອາ​ໄສ​ຢູ່​ຮ່ວມ​ກັນ ໃນໄລຍະ 1 ປີຜ່ານມາເມືອງພຽງສາມາດຮັກສາໄດ້ສະຖຽນລະພາບທາງດ້ານການເມືອງສັງຄົມມີຄວາມສະຫງົບປອດໄພໂດຍພື້ນຖານ ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງເກີບ 7 ສ່ວນຮ້ອຍຕໍ່ປີ, ລວມຍອດຜະລິດຕະພັນພາຍໃນປີ 2025 ບັນລຸ 1,800 ກວ່າຕື້ກີບ, ສະເລ່ຍໃສ່ຫົວຄົນໜື່ງໄດ້ 28 ລ້ານກວ່າກີບຕໍ່ຄົນນຕໍ່ປີດ້ານວັດທະນະທຳສັງຄົມກໍ່ມີຫຼາຍດ້ານບັນລຸຕາມຄາດໝາຍ ຈາກນັ້ນ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 7 ກໍ່ໄດ້ຜັດປ່ຽນກັນສະເໜີເນື້ອໃນຂອງບັນດາມະຕິກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີIX ແລະ ສະພາປະຊາຊົນແຂວງໄຊຍະບູລີຊຸດທີIV ທີ່ໄດ້ພິຈາລະນາ ແລະ ຮັບຮອງບັນຫາສໍາຄັນຕ່າງໆເປັນຕົ້ນແມ່ນ ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງ ຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ (2021-2025) ແລະ ປະຈໍາປີ 2025, ສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2024, ການດັດແກ້ງົບປະມານແຫ່ງລັດ ປະຈໍາປີ 2025 ແລະ ທິດທາງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປະຈໍາປີ 2026, ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງ ຜົນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂ ບັນຫາຢາເສບຕິດ ຂອງລັດຖະບານ ໄລຍະແຕ່ປີ 2021-2025 ແລະ ທິດທາງໃນຕໍ່ໜ້າ, ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງ ຜົນການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໃນໄລຍະ 5 ປີ (2021-2025) ແລະ ທິດທາງແຜນການໃນຕໍ່ໜ້າ, ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງ ຜົນການຈັດຕັ້ງປະຕິບັດແຜນ ການ ເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025 ແລະ ທິດທາງ ແຜນການເຄື່ອນໄຫວວຽກງານ ປະຈໍາປີ 2026 ຂອງອົງການກວດສອບແຫ່ງລັດ, ມະຕິສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025 ແລະ ແຜນການເຄື່ອນໄຫວວຽກງານ 5 ປີ 2026-2030); ປະຈໍາປີ 2026 ຂອງສານປະຊາຊົນສູງສຸດ, ມະຕິສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນການ ເຄື່ອນໄຫວວຽກງານ 5 ປີ (2021-2025). ປະຈໍາປີ 2025 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ວຽກງານຈຸດສຸມຮອດກອງປະຊຸມປະຖົມມະລຶກ ຂອງສະພາແຫ່ງຊາດ ຊຸດທີ X, ແຜນການເຄື່ອນໄຫວວຽກງານ 5 ປີ (2026-2030), ປະຈໍາປີ 2026 ຂອງສະພາແຫ່ງຊາດ ຊຸດທີ X, ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງ ຜົນການຈັດຕັ້ງປະຕິບັດ ແຜນການ ເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025 ແລະ ທິດທາງແຜນການ ເຄື່ອນໄຫວວຽກງານ ປະຈໍາປີ 2026 ຂອງອົງການກວດກາແຫ່ງລັດ ແລະ ມະຕິກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍການຮັບຮອງ ເອົາບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025 ຂອງສະພາປະຊາຊົນແຂວງ ຊຸດທີ IVແລະວຽກງານຈຸດສຸມຮອດຄັ້ງປະຖົມມະລຶກ ຂອງສະພາປະຊາຊົນແຂວງ ຊຸດທີ V ແລະ ໂອກາດນີ້ສະມາຊິກສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນແຂວງໄຊຍະບູລີຊຸດທີIVໄດ້ ຂຶ້ນກ່າວຄອບລາຜູ້ມີສິດເລືອກຕັ້ງພ້ອມທັງສະແດງຄວາມຂອບໃຈຕໍ່ຜູ້ມີສິດເລືອກຕັ້ງ, ອົງການປົກຄອງທຸກຂັ້ນພາຍໃນເມືອງທີ່ໄດ້ເອົາໃຈໃສ່ດູແລ, ໃຫ້ຄວາມຮ່ວມມືໃຫ້ການສະໜັບສະໜູນດ້ວຍດີຕະຫຼອດໄລຍະ 5 ປີທີ່ຜ່ານມາ.

ຂ່າວໂດຍ: ວົງສະຫວັນ ສຸທິໂວຫານ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa