

ຕອນເຊົ້າວັນທີ 26 ມັງກອນ 2026 ນີ້ ເມືອງ ໄຊຍະບູລີ ແຂວງ ໄຊຍະບູລີໄດ້ຈັດພິທີປະກາດສ້າງຕັ້ງຕາແສງນາຫຼາ-ທ່າເດື່ອຂື້ນ. ເຊີ່ງເປັນຕາແສງ ທຳອິດ ຂອງເມືອງໄຊຍະບູລີ ແລະ ແຂວງ ໄຊຍະບູລີ, ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ເພັງນິລັນ ຄໍາພັນເພັງ ກໍາມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ, ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງ, ທ່ານ ຄໍາຫຼ້າ ຜິວວັນນາ ຄະນະປະຈໍາພັກແຂວງ ເລຂາພັກເມືອງໄຊຍະບູລີ, ມີເລຂາຄະນະບໍລິຫານງານພັກເມືອງ, ປະທານຄະນະກຳມະການປົກຄອງເມືອງ 11 ເມືອງ, ມີຫົວໜ້າ, ຮອງຫົວໜ້າພະແນກການຂອງແຂວງ, ຂອງເມືອງ, ພ້ອມດ້ວຍພໍ່ແມ່ປະຊາຊົນພາຍໃນ 16 ບ້ານ ເຂົ້າຮ່ວມ.
ໃນພິທີທ່ານ ຈັນເພັງ ອູ່ທອງຄໍາ ຮອງເລຂາພັກເມືອງ ປະທານຄະນະກໍາມະການປົກຄອງເມືອງໄຊຍະບູລີ ໄດ້ຂຶ້ນລາຍງານການກະກຽມສ້າງຕັ້ງຕາແສງນາຫຼາ-ທ່າເດື່ອ ເມືອງໄຊຍະບູລີ ແຂວງໄຊຍະບູລີ ຊຶ່ງທ່ານໄດ້ກ່າວວ່າ: ເຂດສ້າງຕັ້ງຕາແສງນາຫຼາ – ທ່າເດືື່ອ ຕັັ້ງຢູ່ທາງທິດຕາເວັນອອກຂອງເມືອງໄຊຍະບູລີ ຫ່າງອອກຈາກເທດສະບານເມືອງ 13 ກິໂລແມັດ, ທາງທິດເໜືອ ຕິດກັບ ຂອບເຂດຊາຍແດນ ເມືອງຫົງສາ ແລະ ຂອບເຂດເມືອງຈອມເພັດ ແຂວງຫຼວງພະບາງ, ທາງທິດໃຕ້ ຕິດກັບ ຂອບເຂດຕາແສງໄຊມຸງຄຸນ ຂອງເທດສະບານເມືອງໄຊຍະບູລີ, ທາງທິດຕາເວັນອອກ ຕິດກັບສາຍແມ່ນໍ້າຂອງ,ທາງທິດຕາເວັນຕົກ ຕິດກັບ ຂອບເຂດຊາຍແດນຕາແສງນາຕາກ, ສະພາບພື້ນທີ່ ເປັນເຂດພູພຽງ ກວມເອົາ 60% ແລະ ເຂດພູດອຍ ກວມເອົາ 40%; ມີເນື້ອທີ່ທັງໝົດ 57.402.970 ກິໂລຕາແມັດ ປະກອບມີ 16 ບ້ານຄື : ບ້ານນາຫຼາ, ບ້ານຕາລານ ,ບ້ານໂພນແກ້ວ ,ບ້ານປາງຄອມ, ບ້ານທ່າເດືື່ອ, ບ້ານຖໍ້າລອດ, ບ້ານປາກເຮົ້າ, ບ້ານປາກໄຜ່, ບ້ານປາກປາ, ບ້ານຫ້ວຍເຄືືອ,ບ້ານຫ້ວຍຈີດ, ບ້ານໂພນຄໍາ, ບ້ານປາກຄາ, ບ້ານນໍ້າຄາ, ບ້ານຫາດແກ້ວ ແລະ ບ້ານນາແລ້ງຫຼວງ, ມີ 236 ໜ່ວຍຄອບຄົວ, ມີ 2.395 ຄອບຄົວ, ມີພົນລະເມືອງທັງໝົດ 12.672 ຄົນ, ຍິງ 6.160 ຄົນ. ປະກອບມີ 08 ເຜົົ່າ: ເຜົົ່າລາວ ກວມເອົາ 34,76 %, ເຜົົ່າມົ້ງ ກວມເອົາ 4,70 %, ເຜົົ່າກືມມຸ ກວມເອົາ 24,63 %, ເຜົ່າອິວມຽນ ກວມເອົາ 0,02%, ເຜົົ່າໄປຼ່ ກວມເອົາ 0,92%, ເຜົົ່າໄທດໍາ ກວມເອົາ 3,20%, ເຜົົ່າຍວນ ກວມເອົາ 30,82%, ເຜົົ່າລື້ ກວມເອົາ 0,10%; ອັດຕາຄວາມໜາແໜ້ນ 7,7 ຄົນ ກິໂລຕາແມັດ; ໂຄງປະກອບການຈັດຕັັ້ງ ຂອງຕາແສງນາຫຼາ – ທ່າເດືື່ອປະກອບມີ 05 ໜ່ວຍງານຄື: ໜ່ວຍງານ ບໍລິຫານ-ປົກຄອງ, ໜ່ວຍງານພັກ, ອົງການຈັດຕັັ້ງມະຫາຊົນ, ໜ່ວຍງານ ເສດຖະກິດ-ການເງິນ, ໜ່ວຍງານ ວັດທະນະທໍາ-ສັງຄົມ ແລະ ໜ່ວຍງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຈາກນັ້ນກໍ່ໄດ້ຮັບຟັງການຜ່ານຂໍ້ຕົກລົງຂອງປະທານຄະນະກຳມະການປົກຄອງແຂວງ ວ່າດ້ວຍການຍຸບບ້ານໃຫຍ່ພັດທະນານາຫຼາ, ຜ່ານຂໍ້ຕົກລົງຂອງປະທານຄະນະກຳມະການປົກຄອງແຂວງ ວ່າດ້ວຍການສ້າງຕັ້ງຕາແສງຂອງເມືອງໄຊຍະບູລີ, ຜ່ານຂໍ້ຕົກລົງຂອງປະທານຄະນະກຳມະການປົກຄອງແຂວງ ວ່າດ້ວຍການສ້າງຕັ້ງຄະນະຄຸ້ມຄອງບໍລິຫານຊຸມຊົນ 4 ຊຸມຊົນ, ຜ່ານມະຕິຕົກລົງຂອງຄະນະປະຈຳພັກເມືອງວ່າດ້ວຍການຍຸບຄະນະພັກຮາກຖານນາຫຼາ ແລະ 4 ໜ່ວຍພັກທີ່ຂື້ນກັບຄະນະພັກຮາກຖານ, ຜ່ານມະຕິຕົກລົງຂອງຄະນະປະຈຳພັກເມືອງ ວ່າດ້ວຍການສ້າງຕັ້ງອົງຄະນະພັກຕາແສງນາຫຼາ-ທ່າເດື່ອ, ຜ່ານມະຕິຕົກລົງຂອງຄະນະປະຈຳພັກເມືອງວ່າດ້ວຍການສ້າງຕັ້ງ 4 ໜ່ວຍພັກຂື້ນກັບຄະນະພັກຕາແສງນາຫຼາ-ທ່າເດືອ, ຜ່ານມະຕິຕົກລົງຂອງຄະນະປະຈຳພັກເມືອງວ່າດ້ວຍການບົ່ງຕົວແຕ່ງຕັ້ງກຳມະການຄະນະພັກຕາແສງ, ຄະນະປະຈຳ, ເລຂາ, ຮອງເລຂາ ແລະ ປະທານຮອງປະທານຄະນະພັກຕາແສງ, ຜ່ານມະຕິຕົກລົງວ່າດ້ວຍການບົ່ງຕົວແຕ່ງຕັ້ງເລຂາ, ຮອງເລຂາ, ຄະນະໜ່ວຍພັກຊຸມຊົນທີ່ຂື້ນກັບຄະນະພັກຕາແສງນາຫຼາ-ທ່າເດື່ອ, ຜ່ານຂໍ້ຕົກລົງຂອງປະທານຄະນະກຳມະການປົກຄອງເມືອງວ່າດ້ວຍການບົ່ງຕົວແຕ່ງຕັ້ງປະທານ, ຮອງປະທານ ແລະ ຫົວໜ້າໜ່ວຍງານຂອງຄະນະກຳມະການປົກຄອງຕາແສງນາຫຼາ-ທ່າເດື່ອ ເຊິ່ງປະກອບມີທ່ານ ເພັດມັງກອນ ສີວິໄລ ກໍາມະການພັກເມືອງ ເປັນປະທານຄະນະກໍາມະການປົກຄອງຕາແສງນາຫຼາ-ທ່າເດື່ອ, ທ່ານ ສົມພິດ ສິງສະຖິດ ແລະ ທ່ານ ພັນຕີ ຈິດຕະພອນ ແສງຂັນຫຼ້າ ເປັນຮອງປະທານ; ຈາກນັ້ນໃນພິທີກໍ່ໄດ້ມອບລົດຈັກ, ຄອມພິວເຕີໃຫ້ຕາແສງນາຫຼາ-ທ່າເດື່ອ ແລະ ມອບໂທລະໂຄ່ງໃຫ້ ໂຮງຮຽນ ມສ ນາຫຼາ; ພ້ອມນີ້ບັນດາທ່ານເຂົ້າຮ່ວມພິທີກໍ່ໄດ້ພ້ອມກັນລັ່ນຄອງ 9 ບາດ, ເປີດປ້າຍເພື່ອປະກາດການສ້າງຕັ້ງຕາແສງນາຫຼາ-ທ່າເດື່ອ ເມືອງໄຊຍະບູລີ ແຂວງໄຊຍະບູລີ ຢ່າງເປັນທາງການ.
ຂ່າວ-ພາບ: ສົມພົງ ສີສະຫັວດ.