ເມືອງຊຽງຮ່ອນສໍາເລັດກອງປະຊຸມຄົບຄະນະບໍລິຫານງານພັກຄັ້ງທີ 4 ສະໄໝທີVIII

ກອງປະຊຸມຄົບຄະນະບໍລິຫານງານພັກເມືອງຄັ້ງທີ4 ສະໄໝທີVIII ເມືອງຊຽງຮ່ອນ ແຂວງໄຊຍະບູລີ ໄດ້ປິດລົງໃນວັນທີ23 ມັງກອນ2026 ນີ້, ພາຍຫຼັງທີ່ໄດ້ດໍາເນີນມາເປັນເວລາ 2 ວັນຢູ່ທີ່ສະໂມສອນຂອງເມືອງ. ໂດຍການເປັນປະທານຂອງສະຫາຍ ແສງອາທິດ ລາວເບຼຍຢາທໍ່ ກໍາມະການພັກແຂວງ, ເລຂາຄະນະບໍລິຫານພັກເມືອງ, ເປັນກຽດເຂົ້າຮ່ວມຂອງສະຫາຍ ນາງ ຄຳຜິວ ພັນທະວົງ ກໍາມະການປະຈໍາພັກແຂວງ, ປະທານແນວລາວສ້າງຊາດແຂວງໄຊຍະບູລີ, ມີກໍາມະການປະຈໍາພັກເມືອງ, ກໍາມະການພັກເມືອງ, ເລຂາ, ຮອງເລຂາຄະນະພັກຮາກຖານ, ພະນັກງານອາວຸດໂສ ບຳນານ ເລຂາໜ່ວຍພັກສໍານັກງານ-ອົງການ, ກົມກອງ, ອົງການຈັດຕັ້ງ, ລັດວິສາຫະກິດ, ດ່ານສາກົນ, ໂຮງຮຽນ, ໂຮງໝໍແລະເລຂາໜ່ວຍພັກບ້ານໃນທົ່ວເມືອງເຂົ້າຮ່ວມ.

 

ກອງປະຊຸມຄັ້ງນີ້, ໄດ້​ພ້ອມ​ກັນສະຫຼຸບຕີລາຄາການ​​ນຳ​ພາປະຕິບັດວຽກງານຮອບດ້ານ ​ໃນ​ໄລ​ຍະ 1 ປີ​ຜ່ານ​ມາ ​ແລະ ວາງ​ທິດ​ທາງ​ຈຸດ​ສຸມ 1 ​ປີ​ຕໍ່​ໜ້າ ເຊິ່ງໃນໄລຍະ 1 ປີຜ່ານມາ ຄະນະບໍລິຫານງານພັກເມືອງໄດ້ຖືເອົາວຽກງານການເມືອງ-ແນວຄິດເປັນກົກ, ເປັນວຽກງານສໍາຄັນ ທີ່ຕ້ອງເຮັດເປັນປົກກະຕິຢ່າງຕໍ່ເນື່ອງ ແລະສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານໂດຍໄດ້ນຳພາຄົ້ນຄວ້າເຊື່ອມຊຶມແລະສືບຕໍ່ຈັດຕັ້ງຜັນຂະຫຍາຍມະຕິ, ຄຳສັ່ງ, ຄໍາແນະນໍາ,ຂໍ້ກໍານົດຕ່າງໆຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX; ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຂອງເມືອງ ເຂົ້າສູ່ວຽກງານຕົວຈິງ, ​ສະແດງອອກ ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະ​ຫງົບໄດ້​ສຸມ​ໃສ່​ຈັດ​ຕັ້ງ​ປະ​ຕິ​ບັດ​ແນວ​ທາງ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະ​ຫງົບ​ທົ່ວ​ປວງ​ຊົນ​ຮອບ​ດ້ານ,ຄະນະພັກ, ຄະນະນໍາທຸກຂັ້ນໄດ້ເປັນເຈົ້າການນໍາພາ-ຊີ້ນໍາປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຢ່າງກວ້າງຂວາງ ແລະ ທົ່ວເຖິງ, ພ້ອມກັນນັ້ນກໍ່ໄດ້ຈັດຝຶກອົບຮົມການເມືອງ-ການທະຫານໃຫ້ນັກຮຽນ ມ.ປາຍໄດ້ 6 ແຫ່ງ ມີນັກຮຽນ ແລະ ຄູ-ອາຈານເຂົ້າຮ່ວມທັງໝົດ 165 ຄົນ ຍິງ 56 ຄົນ; ໄດ້ຕັ້ງໜ້າແກ້ໄຂປະກົດການຫຍໍ້ທໍ້ ໃນໄລຍະຜ່ານມາມີຄະດີເກີດຂຶ້ນ 19 ກໍລະນີ, ສາມາດກັກຕົວຜູ້ກະທໍາຜິດມາດໍາເນີນຄະດີໄດ້ 197ຄົນ, ຍິງ 14ຄົນ ໃນນັ້ນເສບຢາເສບຕິດ 116 ຄົນ, ຍິງ 06 ຄົນ, ພົ້ນເດັ່ນກວ່າໝູ່ແມ່ນສາມາດທັບມ້າງກຸ່ມແກ້ງຄໍຣເຊັນເຕີ 25 ຄົນ, ຍິງ 07 ຄົນ ແລະ ຄ້າ-ຂາຍຢາເສບຕິດ(ປະເພດຢາບ້າ) 05 ຄົນ(ພ້ອມຂອງກາງ 1,265 ເມັດ), ຂົນສົ່ງຢາເສບຕິດ 1 ຄົນມີຂອງກາງ(18.000 ເມັດ) , ມີ​ອຸບັດຕິເຫດເກີດຂຶ້ນ 19ຄັ້ງ. ຜົນເສຍຫາຍ:ພາຫະນະເປ່ເພຈໍານວນ 36 ຄັນ, ຄົນໄດ້ຮັບບາດເຈັບຈໍານວນ 36 ຄົນ; ຍິງ 04 ຄົນ ແລະ ເສຍຊີວິດ 06 ຄົນ ວຽກ​ງານ​ເສດ​ຖະ​ກິດໄດ້ສຸມ​ໃສ່​ຈັດ​ຕັ້ງ​ປະ​ຕິ​ບັດ​ບັນ​ດາ​ຄາດ​ໝາຍ​ສູ່​ຊົນ​ຢ່າງ​ເປັນ​ລະ​ບົບ​ຕໍ່​ເນື່ອງ ໄດ້ສຸມໃສ່ນໍາພາຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໂດຍຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ເຮັດໃຫ້ເສດຖະກິດຂອງເມືອງສືບຕໍ່ຂະຫຍາຍຕົວຕໍ່ເນື່ອງ ຢູ່ໃນລະດັບດີພໍສົມຄວນ,ໃນປີ 2025 ເມືອງຊຽງຮ່ອນ ໄດ້ຮັບຕົວເລກແຜນລາຍຮັບງົບປະມານ ​ ເບື້ອງຕົ້ນທັງ​ໜົດ4.590 ລ້ານກີບ,ແຜນດັດແກ້ 5.104,78 ລ້ານກີບ  ທຽບ​ໃສ່​ປີ​ຜ່ານ​ມາ​ເພີ່ມຂື້ນ  39,39%, ຈັດ​ຕັ້ງ​ປະ​ຕິ​ບັດເກັບລາຍຮັບໄດ້ທັງໝົດ​ 6.767 ລ້ານກີບ, ເທົ່າກັບ 132,57%  ຂອງແຜນ​ການປີ,  ໃນນັ້ນ:ຮັບຈາກສ່ວຍສາອາກອນ 6.582 ລ້ານກີບ,  ເທົ່າກັບ 131,51% ຂອງແຜນການ​ປີ, ລາຍຮັບ ຊັບສິນແຫ່ງລັດ:  185,44 ລ້ານກີບ ເທົ່າກັບ  185%  ຂອງແຜນການ​​ປີ, ດ້ານແຫຼ່ງທຶນເພື່ອການພັດທະນາ: ສາມາດປະຕິບັດໄດ້ທັງໝົດ 48 ໂຄງການ, ລວມມູນຄ່າທັງໝົດ 232,5ຕື້ກີບ. ວຽກງານວັດທະນະທໍາ-ສັງຄົມ, ປັບປຸງຄຸນນະພາບການຮຽນ-ການສອນໃນທຸກລະດັບ, ຈັດຕັ້ງປະຕິບັດຄາດໝາຍພັດທະນາການສຶກສາບັນລຸໄດ້ 10 ຄາດ​ໝາຍ​ 13 ຕົວຊີ້ວັດແລະ ຍັງບໍ່ບັນທັນລຸ 6 ຄາດໝາຍ 7 ຕົວຊີ້ວັດ; ພິເສດໄດ້ຈັດພິທີມອບຮັບໂຮງຮຽນ ມຕ ຮ່ອງຄູ ແລະ ຫໍພັກໂຮງຮຽນ ມສປາກເປັດ ໂດຍແມ່ນການສົມທົບທຶນຈາກໂຄງການຫ່ວງໄຍໄປເຖິງຄອບຄົວການນຳຂັ້ນສູນກາງ ແລະ ແຂວງໄຊຍະບູລີມູນຄ່າ 4.694.269.927 ກີບ, ພ້ອມທັງມອບອຸປະກອນການຮຽນ – ການສອນ, ເຄື່ອງນຸ່ງຫົ່ມ ແລະ ຄອມພິວເຕີຈໍານວນ 5 ຊຸດ, ການບໍລິການສາທາລະນະສຸກທົ່ວເຖິງ, ການປົກປັກຮັກສາມູນເຊື້ອວັດທະນະທໍາອັນດີງາມ, ການຄຸ້ມຄອງແຮງງານພາຍໃນ ແລະ ຕ່າງປະເທດ ເຂົ້າສູ່ລະບຽບກົດໝາຍ. ວຽກ​ງານ​ອົງການຈັດຕັ້ງມະຫາຊົນ, ຂົງ​ເຂດ​ການ​ເມືອງ, ປະ​ຊາ​ທິ​ປະ​ໄຕປະ​ຊາ​ຊົນແລະຍຸ​ຕິ​ທຳ ​ໄດ້​ເອົາ​ໃຈ​ໃສ່​ສຶກ​ສາ​ອົບ​ຮົມ​ການ​ເມືອງ​-ແນວ​ຄິດ​ໃຫ້​ບັນ​ດາ​ສະ​ຫາຍ​ສະ​ມາ​ຊິກ​ພັກ, ພະ​ນັກງານ, ທະ​ຫານ, ຕຳຫຼວດແລະພໍ່​ແມ່​ປະ​ຊາ​ຊົນ​ ​ຢ່າງ​ເປັນ​ປະຈໍາ, ການປັບ​ປຸງ​ກົງ​ຈັກ​ການ​ຈັດ​ຕັ້ງຂັ້ນ​ເມືອງ ​ໄດ້​ປະ​ຕິ​ບັດຕາມ​ທິດ​ກະ​ທັດ​ຮັດ, ​ສົມ​ເຫດ​ສົມ​ຜົນ​, ການຈັດ​ວາງ​ພະ​ນັກ​ງານ​ໄດ້​ອີງ​ໃສ່​ຄວາມ​ຮູ້, ຄວາມ​ສາ​ມາດ​ຂອງ​ບຸກ​ຄົນ. ກອງປະຊຸມ ຍັງໄດ້ຜ່ານ​ແຜນ​ດຳ​ເນີນ​ງານ​ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ​ພັກ​ເມືອງສະ​ໄໝ​ທີ VIII ປະ​ຈຳ​ປີ 2026, ​ຮັບ​ຟັງ​ການ​ເຜີຍ​ແຜ່ນິ​ຕິ​ກຳ​ປິ່ນ​ອ້ອມ​ອື່ນໆ ແລະ ​ຮັບ​ຟັງ​ການປະກອບຄຳຄິດຄຳເຫັນຈາກຜູ້ແທນກອງປະຊຸມ​ເຊິ່ງສາມາດຍົກ​ໃຫ້​ເຫັນ​ບັນຫາ​ທີ່​ພົ້ນ​ເດັ່ນ​ທີ່​ຄວນ​ເສີມ​ຂະຫຍາຍ ​ແລະ ​ດ້ານ​ຄົງ​ຄ້າງ​ທີ່​ຈະ​ໄດ້​ພ້ອມ​ກັນ​ສືບ​ຕໍ່​ແກ້​ໄຂ, ພ້ອມທັງມີ ມາດຕະການໃນການແກ້ໄຂໃນຕໍ່ໜ້າ. ຕອນທ້າຍກອງປະຊຸມ ຍັງໄດ້ຮັບຟັງການມີຄໍາເຫັນໂອ້ລົມສະຫາຍ ນາງຄໍາຜິວ ພັນທະວົງ ກໍາມະການປະຈໍາພັກແຂວງ, ປະທານແນວລາວສ້າງຊາດແຂວງ ຕື່ມອີກ.

ຂ່າວ: ຄ ອ ມ ເມືອງຊຽງຮ່ອນ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa