ປກສ ແຂວງໄຊຍະບູລີ ຈັດພິທີປະກາດການເລື່ອນຊັ້ນ


……………………
ໃນຕອນເຊົ້າວັນທີ 15 ມັງກອນ 2026 ນີ້ ກອງບັນຊາການ ປກສ ແຂວງໄຊຍະບູລີ ໄດ້ຈັດພິທີປະກາດການເລື່ອນຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດທົ່ວກອງບັນຊາການ ປກສ ແຂວງ ຂື້ນຢູ່ທີ່ສະໂມສອນກອງບັນຊາການ ປກສ ແຂວງ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ພັອ ຄໍາສິນ ຜີວວັນນາ ກໍາມະການພັກແຂວງ ຫົວຫນ້າກອງບັນຊາການ ປກສ ແຂວງ, ມີບັນດາສະຫາຍຄະນະພັກ – ຄະນະບັນຊາ ກອງບັນຊາການ, ຫົວໜ້າຫ້ອງ, ຮອງຫ້ອງ, ຫົວໜ້າພະແນກ, ຮອງພະແນກ, ປກສ 11 ເມືອງ ພ້ອມດ້ວຍຜູ່ທີ່ໄດ້ຮັບການເລື່ອນຊັ້ນເຂົ້າຮ່ວມ.
ໃນພິທີ ພັທ ທິບພະຈັນ ລາດມົນຕີ ຫົວໜ້າຫ້ອງການເມືອງ ໄດ້ຂື້ນຜ່ານຂໍ້ຕົກລົງ ຂອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ເລກທີ 3696, 3697 ແລະ ເລກທີ 3698 /ປກສ ລົງວັນທີ 29 ທັນວາ 2025 ວ່າດ້ວຍການ ເລື່ອນຊັ້ນໃຫ້ນາຍຕໍາຫຼວດ ກອງບັນຊາການ ປກສ ແຂວງໄຊຍະບູລີ, ຂໍ້ຕົກລົງຂອງກົມໃຫຍ່ການເມືອງ ປະຊວງປ້ອງກັນຄວາມສະຫງົບ ເລກທີ 6407 ແລະ ເລກທີ 6408 / ກມປສ ລົງວັນທີ 25 ທັນວາ 2025 ວ່າດ້ວຍການເລື່ອນຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດ ກອງບັນຊາການ ປກສ ແຂວງໄຊຍະບູລີ ແລະ ຂໍ້ຕົກລົງຂອງກອງບັນຊາການ ປກສ ແຂວງໄຊຍະບູລີ ເລກທີ 159 / ປກສ.ຊລ ລົງວັນທີ 13 ມັງກອນ 2026 ວ່າດ້ວຍການເລື່ອນຊັ້ນໃຫ້ພົນຕໍາຫຼວດ ໃນກໍາລັງປ້ອງກັນຄວາມສະຫງົບ ແຂວງໄຊຍະບູລີ ເຊິ່ງມີຜູ້ໄດ້ຮັບເລື່ອນຊັ້ນ ທັງໝົດ 120 ສະຫາຍ, ໃນນີ້ ເລື່ອນຊັ້ນ ພັຕ ຂື້ນ ພັທ 6 ສະຫາຍ, ຍິງ 1 ສະຫາຍ, ຮອ ຂື້ນ ພັຕ 15 ສະຫາຍ, ຮທ ຂື້ນ ຮອ 28 ສະຫາຍ, ຍິງ 6 ສະຫາຍ, ຮຕ ຂື້ນ ຮທ 22 ສະຫາຍ, ຍິງ 6 ສະຫາຍ, ວາທີຮ້ອຍຕີ ຂື້ນ ຮຕ 6 ສະຫາຍ, ຍິງ 1 ສະຫາຍ, ສອ ຂື້ນ ວາທີຮ້ອຍຕີ 14 ສະຫາຍ, ຍິງ 2 ສະຫາຍ ແລະ ຊັ້ນ ສທ ຂື້ນ ສອ 29 ສະຫາຍ, ຍິງ 4 ສະຫາຍ.
ໃນພິທີ ພັອ ຄໍາສິນ ຜີວວັນນາ ຫົວໜ້າກອງບັນຊາການ ປກສ ແຂວງ ແລະ ພັອ ວົງເພັດ ແກ້ວມະນີ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ກໍ່ໄດ້ພັດປ່ຽນກັນຂື້ນປະດັບຊັ້ນຢ່າງສົມກຽດໃຫ້ຜູ້ທີ່ໄດ້ຮັບການເລື່ອນຊັ້ນ.

………………..
ປກສ ແຂວງໄຊຍະບູລີ
#News.XBL

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa