ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງໜ່ວຍພັກໂຮງຮຽນ ປະຖົມ ນາໃໝ່ ປະຈຳປີ 2025 ແລະ ທິດທາງແຜນການ ປະຈຳປີ 2026

ກອງປະຊຸມສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ຂອງໜ່ວຍພັກໂຮງຮຽນ ປະຖົມ ນາໃໝ່ ໄດ້ໄຂຂື້ນຢ່າງເປັນທາງການໃນວັນທີ 30 ມັງ​ກອນ 2026 ຢູ່​ທີ່ສະຖານທີ່ປະຊຸມ ຂອງໂຮງຮຽນ ໂດຍພາຍໃຕ້ການ​ເປັນ​ປະທານ​ຂອງສະຫາຍ ບຸນເພັງ ຈູມມະລີ ເລ​ຂາ​ໜ່ວຍ​ພັກໂຮງຮຽນ, ມີບັນດາສະຫາຍ ຄະນະຮັບຜິດຊອບທີມງານຂອງເມືອງ, ຄະນະໜ່ວຍພັກ, ສະມາຊິກພັກ, ພະນັກງານ(ຄູ-ອາຈານ-ແພດໝໍ) ເຂົ້າຮ່ວມຢ່າງພ້ອມພຽງ.

ກອງ​ປະຊຸມ​​ຄັ້ງນີ້ ສະ​ມາ​ຊິກ​ພັກ ແລະ ພະນັກງານ ໄດ້ຄົ້ນຄວ້າຮັບຮອງ ​ເນື້ອ​ໃນ​ກອງ​ປະ​ຊຸມຄື: ໄດ້ຮັບຟັງ ແລະ ຮັບຮອງເອົາບົດສະຫຼຸບ ຜົນຂອງການກວດກາ ປະເມີນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງໜ່ວຍພັກໂຮງຮຽນ ປະຈຳປີ 2025 ແລະ ທິດ​ທາງ​ແຜນ​ການ ປະຈຳປີ 2026 ຜ່ານ​ການກວດ​ກາ​ຕີ​ລາ​ຄາ​​ເຫັນ​ວ່າ​ປະ​ເພດສະ​ມາ​ຊິກ​ພັກ​ ໄດ້​ປະ​ເພດ​ແຂງ 10 ສະ​ຫາຍ, ຍິງ 6 ສະ​ຫາຍ; ປະ​ເພດ​ໜ່ວຍ​ພັກ: ໄດ້​ໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ,ກອງປະຊຸມໄດ້ຈັດພິທີມອບ-ຮັບໃບຢັ້ງຢືນ ​ໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຊຸກຍູ້ຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ຂອງພະນັກງານລັດຖະກອນ ແລະ ຂອງກົມກອງ.

ກອງປະຊຸມໄດ້ເປັນກຽດຕ້ອນຮັບ ແລະ ຮັບຟັງການໂອ້ລົມຈາກສະຫາຍ ນາງ ແສງ​ເພັດ ແກ້ວ​ປະ​ເສີດ ກຳ​ມະ​ການ​ພັກ​ເມືອງ ຫົວ​ໜ້າ​ຫ້ອງ​ການ​ສາ​ທາ​ລະ​ນະ​ສຸກ​ເມືອງ ຄະ​ນະ​ຊີ້​ນຳ​ເຂດ​ພັດ​ທະ​ນາ​ເຂດ​ບົວ​ບານ​ເມືອງວາ ຊື່ງສະຫາຍກໍໄດ້ເນັ້ນ ໜັກເຖິງຫຼາຍບັນຫາ ໂດຍສະເພາະແມ່ນການກໍ່ສ້າງປັບປຸງ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກ  ແໜ້ນໃນແຕ່ລະດ້ານເປັນຕົ້ນ: ຕ້ອງເພີ່ມທະວີການສືກສາອົບຮົມຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ຄວາມຮູ້-ຄວາມສາມາດ ແລະ ໜ້າທີ່ຄວາມຮັບຜິດຊອບຂອງສະຫາຍສະມາຊິກພັກ ນອກຈາກນີ້ ຕ້ອງໄດ້ຕິດຕາມ-ກວດກາສະມາຊິກພັກ, ພະນັກງານ ເປັນປົກກະຕິ, ສິ່ງສໍາຄັນຕ້ອງສຸມໃສ່ການ ປ້ອງກັນເວນຍາມ ຢູ່ຂອບເຂດຄວາມຮັບຜິດຊອບຂອງຕົນ  ເພື່ອສະກັດກັ້ນ ບັນຫາທີ່ກໍ່ໃຫ້ເກີດຄວາມບໍ່ສະຫງົບ ເປັນຕົ້ນບັນຫາຢາເສບຕິດ, ​ຂີ້ລັກງັດແງະ ແລະ ເຫດການຕ່າງໆ ທີ່ອາດຈະເກີດຂື້ນພາຍໃນກົມກອງ ພ້ອມທັງຊອກຫາວິທີທາງແກ້ໄຂຢ່າງທັນການ.

 

ຂ່າວ : ຄອນສະຫວັນ ໄຊຍະວົງ (ຄອມ ເມືອງປາກລາຍ)

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa