

ໃນຕອນບ່າຍວັນທີ 10 ມີນາ 2026 ນີ້, ໜ່ວຍພັກຄະນະໂຄສະນາອົບຮົມເມືອງບໍ່ແຕນ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມ ສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2025 ຂຶ້ນ, ຢູ່ທີ່ໜ່ວຍພັກດັ່ງກ່າວ. ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ນາງ ຄຳໝັ້ນ ໄຊຍະລາດ ຄະນະປະຈໍາພັກເມືອງ,ຫົວໜ້າຫ້ອງການຄະນະຈັດຕັ້ງເມືອງມີ ສະຫາຍ ນາງຄຳໂກ້ ຈັນທະວົງ ກໍາມະການພັກເມືອງ, ເລຂາໜ່ວຍພັກ ຄະນະຄະໂຄສະນາອົບຮົມເມືອງ, ມີຄະນະຮັບຜິດຊອບຂັ້ນເມືອງ, ຄະນະໜ່ວຍພັກ ແລະ ສະມາຊິກພັກເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມ ສະຫາຍ ນາງຄຳໂກ້ ຈັນທະວົງ ກຳມະການພັກເມືອງ ເລຂາໜ່ວຍພັກຄະນະໂຄສະນາອົບຮົມເມືອງ ໄດ້ຜ່ານບົດສະຫຼູບ ຕີລາຄາການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ
ອງກາົາ 01 ສະບັບງ01 ສະບັບ້ມີຜົນສັກສິດນໍາໃຊ້ນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.ອງປະຈໍາປີ 2025 ແລະ ທິດທາງແຜນການ ປີ 2026 ເຊິ່ງໄດ້ຍົກໃຫ້ເຫັນຜົນງານດ້ານດີ, ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ໃນການນຳພາ-ຊີ້ນຳໄລຍະ 1 ປີຜ່ານມາ ໜ່ວຍພັກຄະນະໂຄສະນາອົບຮົມເມືອງ ໄດ້ເຄື່ອນໄຫວນຳພາ-ຊີ້ນຳວຽກຮອບດ້ານກວມເອົາ 1 ຫ້ອງການ ເຊິ່ງປະກອບມີ 3 ໜ່ວຍງານມີພະນັກງານລັດຖະກອນ 6 ສະຫາຍຍິງ 2 ສະຫາຍ ແລະມີ 2 ໜ່ວຍອົງການຈັດຕັ້ງມະຫາຊົນຄື:ສະຫະພັນກຳມະບານ ແລະ ສະຫະພັນແມ່ຍິງ. ພາຍໃນໜ່ວຍພັກ ມີສະມາຊິກພັກທັງໝົດ 6 ສະຫາຍ, ຍິງ 2 ສະຫາຍ. ຜ່ານການກວດກາຕີລາຄາແບ່ງປະເພດໜ່ວຍພັກ ໄດ້ປະເພດແຂງ 6 ສະຫາຍ ຍິງ 2ສະຫາຍ, ປະເພດໜ່ວຍງານ ໄດ້ປະເພດແຂງ ທັງ 3 ໜ່ວຍງານ ແລະ ຕີລາຄາປະເພດໜ່ວຍພັກ ຕາມເນື້ອໃນ 5 ດ້ານ ຄື: ດ້ານການເມືອງ ໄດ້ 9,5 ຄະແນນ, ດ້ານແນວຄິດ ໄດ້ 9,5 ຄະແນນ, ດ້ານການຈັດຕັ້ງ ໄດ້ 9,5 ຄະແນນ, ດ້ານປັບປຸງແບບແຜນການນໍາພາ ແລະ ວິທີເຮັດວຽກ ໄດ້ 9,5 ຄະແນນ, ນໍາພາປະຕິບັດໜ້າທີ່ການເມືອງ ໄດ້ 9,5 ຄະແນນ. ໜ່ວຍພັກມີຄະແນນລວມບັນລຸໄດ້ 9,5 ຄະແນນສາມາດຍັງຢືນ ໜ່ວຍພັກ ຄະນະໂຄສະນາອົບຮົມເມືອງ ເປັນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນປະຈຳປີ 2025.
ຂ່າວ-ພາບ: ສາຍຄຳ ບຸນຍາວົງລາຍງານ ຈາກເມືອງບໍ່ແຕນ ແຂວງໄຊຍະບູລີ