ພິທີປະກາດສ້າງຕັ້ງຕາແສງສາມັກຄີໄຊຢູ່ເມືອງເງິນ

ພິທີປະກາດສ້າງຕັ້ງຕາແສງສາມັກຄີໄຊຢູ່ເມືອງເງິນ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 24 ເມສາ 2026 ຢູ່ທີ່ເດີ່ນໂຮງຮຽນ ມັດທະຍົມສົມບູນບ້ານທອງ  ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງ, ປະທານຄະນະກໍາມະການປົກຄອງແຂວງ, ມີທ່ານ ທອງພັນ ສຸກສະຫວັດ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ທ່ານ ອິນເນດ ຂຽວສີຟ້າ ຮອງເລຂາພັກເມືອງ, ປະທານຄະນະກຳມະການປົກຄອງເມືອງ, ມີບັນດາທ່ານການນໍາຂັ້ນແຂວງ, ຂັ້ນເມືອງ, ພະນັກງານ, ທະຫານ, ຕໍາຫຼວດ, ແຂກຖືກເຊີນ, ການຈັດຕັ້ງບ້ານ ຕະລອດຮອດພໍ່ແມ່ປະຊາຊົນ 9 ບ້ານເຂົ້າຮ່ວມ.

ທ່ານ ອິນເນດ ຂຽວສີຟ້າ ປະທານຄະນະກຳມະການປົກຄອງເມືອງ ບົດລາຍງານຄວາມພ້ອມ ການເຮັດທົດລອງ ພິທີປະກາດສ້າງຕັ້ງຕາແສງສາມັກຄີໄຊຢູ່ເມືອງເງິນ: ເຂດທີ່ຈະສ້າງຕັ້ງຕາແສງ ສາມັກຄີໄຊ  ຕັ້ງຢູ່ທາງທິດເໜືອຂອງເມືອງເງິນ ຫ່າງຈາກຫ້ອງວ່າການ  ເມືອງເງິນ 25 ກິໂລແມັດ ເຊິ່ງມີຂອບເຂດຊາຍແດນຄື:ທິດເໜືອ ຕິດກັບແມ່ນ້ຳຂອງ ເມືອງປາກແບງ, ແຂວງອຸດົມໄຊ ມີຄວາມຍາວ 30 ກິໂລແມັດ. ທິດໃຕ້ ຕິດກັບຕາແສງເງິນມີໄຊ ມີຄວາມຍາວ 5 ກິໂລແມັດ. ທາງທິດຕາເວັນອອກ ຕິດກັບຕາແສງສິນໄຊ ແລະ ເມືອງຫົງສາ; ມີຄວາມຍາວ 8 ກິໂລແມັດ.ທາງທິດຕາເວັນຕົກ ຕິດກັບເມືອງຊຽງຮ່ອນ ມີຄວາມຍາວ 55 ກິໂລແມັດ.

ສະພາບພື້ນທີ່​ໂດຍລວມ ເປັນເຂດພູດອຍ ແຕ່ມີປັດໄຈທີ່ເອື້ອອໍານວຍໃນຫຼາຍດ້ານເປັນຕົ້ນ: ທາງດ້ານຄົມມະນາຄົມ, ການສື່ສານສາມາດຕິດຕໍ່ທາງພາຍໃນ ແລະ ຕ່າງປະເທດໄດ້ສະດວກ, ມີໄຟຟ້າ, ນໍ້າລິນທີ່ເປັນເງື່ອນໄຂສະດວກຕໍ່ການດໍາລົງຊີວິດຂອງປະຊາຊົນ,ມີໂຮງຮຽນ,ມີສຸກສາລາ,ມີເຂດທໍາການຜະລິດພືດໃນລະດູຝົນ, ມີດິນປູກຝັງທີ່ອຸດົມສົມບູນ, ມີສາຍນໍ້າຍາງ, ນໍ້າງື່ມ ແລະ ແມ່ນນໍ້າຂອງໄຫຼຜ່ານເໝາະສົມໃນການພັດທະນາເຂດດັ່ງກ່າວ ເປັນພື້ນທີ່ປູກພືດເປັນສິນຄ້າ ອຸດສາຫະກຳ, ການສົ່ງອອກ ແລະ ລ້ຽງສັດ.ມີເສັ້ນທາງຫຼວງແຫ່ງຊາດ 2W ຜ່ານ ​ຍາວ 39,2 ກິ​ໂລ​ແມັດ ເຊິ່ງ​ເປັນ​ເສັ້ນ​ທາງ​ເຊື່ອມ​ຕໍ່​ລະ​ຫວ່າງ​ເມືອງເງິນ ຫາ ເມືອງຊຽງຮ່ອນ ແລະ ເມືອງເງິນ ຫາ ເມືອງປາກແບງ, ແຂວງອຸດົມໄຊ. ມີເນື້ອທີ່ທັງໝົດ  37,093 ເຮັກຕາ; ປະກອບມີ 9 ບ້ານຄື: ບ້ານທອງ, ບ້ານນ້ຳວັນ, ບ້ານນ້ຳທົນ, ບ້ານຫ້ວຍເຜີ້ງ, ບ້ານດອກເກດ, ບ້ານຜາແດງ, ບ້ານໂຮມໄຊ, ບ້ານປາກແຄນ ແລະ ບ້ານຫ້ວຍເງີຍ.ມີ 120 ໜ່ວຍຄຸ້ມຄອງພົນລະເມືອງ, ມີ 1.418 ຄອບ​ຄົວ, ມີພົນລະເມືອງທັງໝົດ 8.294 ຄົນ, ຍິງ 4.062 ຄົນ. ປະ​ກອບ​ມີ 04 ເຜົ່າຄື: ເຜົ່າມົ້ງ 2,635  ຄົນ, ຍິງ 1,264  ຄົນ, ກວມເອົາ 29,58 %, ເຜົ່າກືມມຸ 5,361 ຄົນ, ຍິງ 2,673 ຄົນ,ກວມເອົາ 67,84 %, ເຜົ່າລາວ 238 ຄົນ, ເປັນຍິງ 98 ຄົນ, ກວມເອົາ 1,89 %, ເຜົ່າລື້ 53 ຄົນ, ຍິງ 22 ຄົນ, ກວມເອົາ 0,68 %.ໂຄງປະກອບການຈັດຕັ້ງຂອງຕາແສງ ປະກອບມີ 05 ໜ່ວຍງານ: ຕາມກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນສະບັບປັບປຸງ ເລກທີ 78/ສພຊ, ລົງວັນທີ 20 ມີນາ 2025 ແລະ ຄໍາແນະນໍາ ຂອງຄະນະຈັດຕັ້ງສູນກາງພັກ ກ່ຽວກັບການສ້າງຕັ້ງຕາແສງ ສະບັບເລກທີ  431/ຄຈສພ, ລົງວັນທີ 17 ຕຸລາ 2025.ມີໜ່ວຍງານ ບໍລິຫານ-ປົກຄອງ, ໜ່ວຍງານພັກ-ອົງການຈັດຕັ້ງມະຫາຊົນ; ໜ່ວຍງານ ເສດຖະກິດ-ການເງິນ; ໜ່ວຍງານ ວັດທະນະທໍາ-ສັງຄົມ;ໜ່ວຍງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.ໂຄງປະກອບດ້ານບຸກຄະລະກອນ ມີພະນັກງານທັງໝົດ 8 ທ່ານ:ປະທານຄະນະກໍາມະການປົກຄອງຕາແສງ 01 ທ່ານ;ຮອງປະທານ 02 ທ່ານ;ຄະນະ 05 ທ່ານ ຄວບຕໍ່າແໜ່ງຫົວໜ້າໜ່ວຍງານ;

ທ່ານ ນາງສີຈົມ ບູນມານະທຳ ຮອງເລຂາພັກເມືອງ ຂຶ້ນຜ່ານມະຕິຕົກລົງຂອງຄະນະບໍລິຫານງານພັກເມືອງ ວ່າດ້ວຍການສ້າງຕັ້ງອົງຄະນະພັກຮາກຖານຕາແສງສາມັກຄີໄຊ, ຜ່ານມມະຕິຕົກລົງ ວ່າດ້ວຍການສ້າງຕັ້ງໜ່ວຍພັກຕາແສງ ທີ່ຂື້ນກັບອົງຄະນະພັກຮາກຖານຕາແສງສາມັກຄີໄຊ, ຜ່ານມະຕິຕົກລົງ ວ່າດ້ວຍການບົ່ງຕົວແຕ່ງຕັ້ງຄະນະບໍລິຫານງານພັກຮາກຖານຕາແສງ, ເລຂາ,ຮອງເລຂາ, ຄະນະບໍລິຫານງານພັກຮາກຖານຕາແສງສາມັກຄີໄຊ, ຜ່ານຂໍ້ຕົກລົງຂອງຄະນະກຳມະການປົກຄອງເມືອງ ວ່າດ້ວຍການແຕ່ງຕັ້ງປະທານ ແລະ ຮອງປະທານ ຄະນະກຳມະການປົກຄອງຕາແສງສາມັກຄີໄຊ ຕົກລົງເຫັນດີແຕ່ງຕັ້ງທ່ານ ສຸລິຍາ ວັນະວົງ ກຳມະການພັກເມືອງ ເປັນປະທານຄະນະກຳມະການປົກຄອງຕາແສງ, ທ່ານ ອ່ອນແກ້ວ ດວງເດດ ແລະ ທ່ານ ພັທ ສົມຍົດ ເນດສິລິ ເປັນຮອງປະທານຄະນະກຳມະການປົກຄອງຕາແສງ.

ໃນຕອນທ້າຍພິທີ, ຄະນະປະທານພ້ອມດ້ວຍແຂກທີ່ເຂົ້າຮ່ວມ ໄດ້ຮ່ວມກັນຕັດແຖບຜ້າ, ລັ່ນຄ້ອງ 9 ບາດ ແລະ ເປີດປ້າຍສຳນັກງານຄະນະກໍາມະການປົກຄອງຕາແສງສາມັກຄີໄຊ ເມືອງເງິນ ແຂວງໄຊຍະບູລີ ຢ່າງເປັນທາງການ.

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa