

ວັນທີ 1 ກໍລະກົດ 2026 ນີ້ເມືອງໄຊສະຖານ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມຄະນະກໍາການປົກຄອງເມືອງປະຈໍາເດືອນ 6 ເດືອນຕົ້ນປີ 2026 ຂື້ນຢ່າງເປັນທາງການ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ພາຍໃຕ້ການເປັນປະທານຂອງທ່ານ ສົມສະນິດ ວົງສີ ປະທານຄະນະກໍາມະການປົກຄອງເມືອງ ມີຄະນະກໍາມະການປົກຄອງເມືອງ, ຫົວໜ້າຫ້ອງການ, ອົງການ, ກົມກອງ ເຂົ້າຮ່ວມ
ກອງປະຊຸມໃນຄັ້ງນີ້ທ່ານ ສົມສະນິດ ວົງສີ ປະທານຄະນະກໍາມະການປົກຄອງເມືອງ ໄດ້ສະເໜີຈຸດປະສົງພ້ອມທັງໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ ຈາກນັ້ນທ່ານ ເອກ ເກດຕາໄຊ ຮອງປະທານຄະນະກໍາມະການປົກຄອງເມືອງ ໄດ້ຂື້ນຜ່ານຮ່າງບົດລາຍງານການຈັດຕັ້ງປະຕິບັດວຽກງານຄະນະກໍາມະການປົກຄອງເມືອງ ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026 ເຊິ່ງໄດ້ຍົກໃຫ້ເຫັນກ່ຽວກັບການຈັດຕັ້ງປະຕິບັດວຽກງານຈຸດສຸມໃນໄລຍະ 6 ເດືອນຕົ້ນປີຜ່ານມາໃນແຕ່ລະດ້ານເປັນຕົ້ນດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານເສດຖະກິດ, ວັດທະນະທໍາສັງຄົມ, ວຽກງານຄຸ້ມຄອງ-ບໍລິຫານ ແລະຍຸຕິທໍາ ແລະ ວຽກງານພົວພັນຕ່າງປະເທດ ເຊິ່ງຍົກໃຫ້ເຫັນບາງບົດຮຽນທີ່ພົ້ນເດັ່ນ, ດ້ານອ່ອນຂໍ້ຄົງຄ້າງ ແລະ ບັນດາທິດທາງວຽກຈຸດສຸມໃນ 6 ເດືອນທ້າຍປີ 2026. ພ້ອມນີ້ປະທານກອງປະຊຸມຍັງໄດ້ມີຄໍາເຫັນເຈາະຈີ້ມບາງບັນຫາເພີ້ມເຕີມໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ. ຈາກນັ້ນຜູ້ເຂົ້າຮ່ວມກອງປະຊຸມກໍ່ໄດ້ມີການປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາຕໍ່ກັບການຈັດຕັ້ງປະຕິບັດວຽກງານຂອງບັນດາຂະແໜງການ, ຫ້ອງການ, ອົງການ, ກົມກອງ ແລະ ຕີລາຄາຄວາມຮັບຜິດຊອບທາງດ້ານການເມືອງໃນການຈັດຕັ້ງປະຕິບັດວຽກງານຂອງບັນດາ ຄະນະກໍາມະການປົກຄອງເມືຶອງ ທີ່ການຈັດຕັ້ງຂັ້ນເທິງໄດ້ມອບໝາຍ ແລະ ກວດກາຄືນບັນດາໜ້າວຽກ ທີ່ໄດ້ວາງໄວ້ໃນໄລຍະ 6 ເດືອນຜ່ານມາ.ເພື່ອຊອກໃຫ້ເຫັນບັນຫາດ້ານດີ, ດ້ານອ່ອນຂໍ້ຄົງຄ້າງທີ່ຈະໄດ້ພ້ອມກັນສືບຕໍ່ແກ້ໄຂໃນຕໍ່ໜ້າເປັນຕົ້ນແມ່ນການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ຕິດພັນກັບການປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຊບັນຫາຢາເສບຕິດໃນ 6 ເດືອນຜ່ານມາ, ການຈັດຕັ້ງປະຕິບັດວຽກງານການເປີດຫັດແອບບັ້ນປ້ອມໝັ້ນສູ້ຮົບເອກະລາດ, ການຮັກສາຄວາມສະຫງົບຮຽນຮ້ອຍຕາມເສັ້ນຊາຍແດນ ໃນໄລຍະ 6 ເດືອນຜ່ານມາ, ການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດ ແລະ ການຄຸ້ມຄອງລາຍຮັບ-ລາຍຈ່າຍຜ່ານລະບົບທັນສະ ໄໝ, ການສົ່ງເສີມການຜະລິດເປັນສິນຄ້າ, ການຟື້ນຟູປ່າ ແລະ ແຜນການຕ້ານແລ້ງຕ້ານຖ້ວມ ແລະ ການປະຕິບັດວຽກງານອືນໆ.
ຕອນທ້າຍກອງປະຊຸມທ່ານ ສົມສະນິດ ວົງສີ ປະທານຄະນະກໍາມະການປົກຄອງເມືອງ ຍັງໄດ້ມີການສັງລວມບັນຫາທີ່ບັນດາຜູ້ແທນກອງປະຊຸມໄດ້ມີການປະກອບຄໍາຄິດຄໍາເຫັນ ພ້ອມທັງໃຫ້ທິດຊີ້ນໍາບາງດ້ານ ແລະ ກ່າວປິດກອງປະຊຸມລົງຢ່າງເປັນທາງການ.