ເມືອງເງິນ ຈັດກອງປະຊຸມສະຫຼຸບວຽກງານ ປກຊ-ປກສ ປະຈໍາ 06 ຕົ້ນປີ ແລະ ທິດທາງແຜນການ 06 ເດືອນ ທ້າຍປິີ 2026

ຕອນເຊົ້າຂອງວັນທີ 2 ກໍລະກົດ 2026 ນີ້, ຢູ່ທ່ີຫ້ອງປະຊຸມຫ້ອງວ່າການເມືອງເງິນ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມສະຫຼຸບວຽກງານ ປກຊ-ປກສ ປະຈໍາ 06 ຕົ້ນປີ ແລະ ທິດທາງແຜນການ 06 ເດືອນ ທ້າຍປິີ 2026 ພາຍໃຕ້ການເປັນທານ ຂອງສະຫາຍ ທອງພັນ ສຸກສະຫວັດ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ປະທານຄະນະກໍາມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບເມືອງ ມີ ບັນດາ ແຂກ ມີບັນດາຄະນະພັກ-ຄະນະບັນຊາ ປກຊ-ປກສ, ດ່ານສາກົນນໍ້າເງິນ, ກອງຮ້ອຍທະຫານຊາຍແດນ ແລະ ນາຍບ້ານເທດສະບານເມືອງເຂົ້າຮ່ວມ.

ສະຫາຍ ພັທ ຈັນທອງ ໄຊສົງຄາມ ຮອງປະທານຄະນະກໍາມະການ ປກຊ-ປກສ ເມືອງ ຜູ້      ປະຈໍາການ ຫົວໜ້າການເມືອງ ກອງບັນຊາການທະຫານເມືອງເງິນ ໄດ້ຂຶ້ນຜ່ານ ບົດສະຫຼຸບວຽກງານ ປກຊ-ປກສ ປະຈໍາ 06 ຕົ້ນປີ ແລະ ທິດທາງແຜນການ 06 ເດືອນ ທ້າຍປິີ 2026  ເຊິ່ງໄດ້ໃຫ້ຮູ້ວ່າ: ໄລຍະ 06 ເດືອນຜ່ານມາ. ຄະນະພັກ-ຄະນະບັນຊາ ແມ່ນໄດ້ສຸມໃສ່ກວດກາບັນດາຈຸດຫຼໍ່ແຫຼມ, ຫຼັກໝາຍຊາຍແດນ ຕາມຂອບເຂດຮັບຜິດຊອບ, ເຄື່ອນໄຫວສັ້ນ, ເຄື່ອນໄຫວຍາວ ປະສານສົມທົບກັບຫ້ອງການກົມກອງທີ່ກ່ຽວຂ້ອງ ເພື່ອກຳແໜ້ນສະພາບຮອບດ້ານ ຢູ່ສໍານັກງານອົງການ, ຊີ້ນໍາໆພາ ປກຊ-ປກສ ບ້ານ ປ້ອງກັນເວນຍາມບ້ານ ວັນສໍາຄັນຕ່າງໆຂອງພັກ-ຂອງຊາດ ຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງ ຕິດພັນກັບການປັບປຸງບໍາລຸງສິດໜ້າທີ່ໃຫ້ກໍາລັງ ປກຊ-ປກສ ບ້ານ ຄຸ້ມຄອງພົນລະເມືອງ ກວດກາຄົນເຂົ້າ-ອອກ ພາຍໃນບ້ານຢ່າງເປັນປົກກະຕິ, ເພື່ອແນໃສ່ສ້າງໃຫ້ເມືອງເງິນ ໃຫ້ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ນອກນັ້ນຍັງໄດ້ເອົາໃຈໃສ່ອົບຮົມ-ຫັດແອບ ການທະຫານ, ການເມືອງ, ໃຫ້ອ້າຍນ້ອງກອງຫຼອນ ແລະ ນັກຮຽນມໍ 7 ສົກຮຽນ 2025-2026 ສໍາເລັດ, ພ້ອມທັງວາງທິດທາງແຜນການ 06 ເດືອນ ທ້າຍປິີ 2026.

ກອງປະຊຸມ ຜູ້ເຂົ້າຮ່ວມໄດ້ພ້ອມກັນປະກອບຄໍາຄິດເຫັນ ໃສ່ພາກສະຫຼຸບ ແລະ ແຜນການ ໂດຍໄດ້ຍົກໃຫ້ເຫັນດ້ານຄົງຄ້າງ ແລະ ວິທີແກ້ໄຂ ໃນ 6 ເດືອນທ້າຍປີ ເພື່ອແນໃສ່ເຮັດໃຫ້ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢູ່ເມືອງເງິນ, ມີຄວາມໜັກແໜ້ນເຂັ້ມແຂງ ແລະ ທັນສະໄໜ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa