ເມືອງແກ່ນທ້າວ ຈັດພິທີເຊັນສັນຍາສໍາປະທານທີ່ດິນຂອບເຂດຜາມໄຊເຮືອຊ່ວງນ້ຳເຫືອງ ເພື່ອພັດທະນາເປັນແຫຼ່ງທ່ອງທ່ຽວ.

ເມື່ອບໍ່ດົນມານີ້, ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີເຊັນສັນຍາສໍາປະທານໂຄງການພັດທະນາທີ່ດິນຂອບເຂດຜາມໄຊຊ່ວງເຮືອນ້ຳເຫືອງ (ດ່ານປະເພນີສີພູມ) ບ້ານທ້າວແກ່ນ. ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ສົມສີ ຊາວພິລາ ຮອງປະທານຄະນະກໍາມະການປົກຄອງເມືອງແກ່ນທ້າວ, ມີບັນດາຫົວໜ້າ, ຮອງຫົວໜ້າຫ້ອງການ, ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ ແລະ ຜູ້ຮັບສໍາປະທານເຂົ້າຮ່ວມຢ່າງພ້ອມພຽງ.

ສັນຍາສະບັບດັ່ງກ່າວ ໄດ້ລົງນາມຮ່ວມກັນໃນວັນທີ 22 ພຶດສະພາ 2026 ລະຫວ່າງ ອົງການປົກຄອງເມືອງແກ່ນທ້າວ (ຝ່າຍ ກ), ຕາງໜ້າໂດຍ ຫ້ອງການການເງິນເມືອງ ແລະ ທ່ານ ນາງ ວິພາ ກອງຊັບ, ວິສາຫະກິດສ່ວນບຸກຄົນ ຢູ່ບ້ານຈອມເພັດ ເມືອງແກ່ນທ້າວ (ຝ່າຍ ຂ) ໃນນາມຜູ້ສໍາປະທານ.

ໂຄງການນີ້ເປັນການລົງທຶນຂອງເອກະຊົນພາຍໃນ 100% ໂດຍມີທຶນຈົດທະບຽນທັງໝົດ 2.000.000.000 ກີບ (ສອງພັນລ້ານກີບ). ຂອບເຂດເນື້ອທີ່ສໍາປະທານມີທັງໝົດ 12.053 ຕາແມັດ (1,20 ເຮັກຕາ) ຕັ້ງຢູ່ແຄມນ້ຳເຫືອງ ເຂດຊາຍແດນລະຫວ່າງ ສປປ ລາວ ແລະ ຣາຊະອາານາຈັກໄທ.

ແຜນການພັດທະນາໃນໄລຍະທີ 1 ກໍ່ສ້າງອາຄານຜາມໄຊຊ່ວງເຮືອ: ຂະໜາດ 300 ຕາແມັດ, ມູນຄ່າ 1.575.978.650 ກີບ ແລະ ໄລະຍະ ທີ 2 ກໍ່ສ້າງອາຄານຫ້ອງນ້ຳຖາວອນ: ຂະໜາດ 29,52 ຕາແມັດ, ມູນຄ່າ 326.012.980 ກີບ. ລວມມູນຄ່າການກໍ່ສ້າງທັງໝົດ: 1.906.958.817 ກີບ (ໜຶ່ງພັນເກົ້າຮ້ອຍຫົກລ້ານເກົ້າຮ້ອຍຫ້າສິບແປດພັນແປດຮ້ອຍສິບເຈັດກີບ), ເຊິ່ງຕ້ອງໃຫ້ສໍາເລັດກ່ອນວັນທີ 1 ທັນວາ 2027 ຕາມມາດຕະຖານເຕັກນິກຂອງຫ້ອງການ ໂຍທາທິການ ແລະ ຂົນສົ່ງເມືອງ. ອາຍຸສັນຍາ: ກໍານົດ 30 ປີ (ເລີ່ມແຕ່ວັນທີ 1 ກໍລະກົດ 2026 ເຖິງ 1 ກໍລະກົດ 2056) ແລະ ສາມາດຕໍ່ສັນຍາໄດ້ ໂດຍຝ່າຍ ຂ ຈະໄດ້ຮັບບຸລິມະສິດ ແລະ ນະໂຍບາຍຍົກເວັ້ນອາກອນກຳໄລເປັນເວລາ 30 ປີ ຕາມກົດໝາຍສົ່ງເສີມການລົງທຶນ. ອັດຕາຄ່າສໍາປະທານ: ກໍານົດ 240 ໂດລາສະຫະລັດຕໍ່ປີ (200 ໂດລາສະຫະລັດ/ເຮັກຕາ/ປີ) ແລະ ຈະເພີ່ມຂຶ້ນ 5% ໃນທຸກໆ 5 ປີ. ພ້ອມນີ້, ຜູ້ສໍາປະທານຕ້ອງວາງເງິນຄໍ້າປະກັນການປະຕິບັດສັນຍາ ຈຳນວນ 15.000.000 ກີບ ໄວ້ຢູ່ຄັງເງິນແຫ່ງຊາດປະຈຳເມືອງພາຍໃນ 30 ວັນ ແລະ ພັນທະອື່ນໆ: ໂຄງການຈະປະກອບສ່ວນທຶນພັດທະນາພື້ນຖານໂຄງລ່າງໃຫ້ເມືອງ ຈຳນວນ 12.000.000 ກີບ/ປີ (ປີທີ່ມີການແຂ່ງຂັນເຮືອຊ່ວງ) ແລະ ທຶນບໍລິຫານຕິດຕາມໃຫ້ຫ້ອງການການເງິນເມືອງ 1.000.000 ກີບ/ປີ.

ຈຸດປະສົງຫຼັກຂອງໂຄງການ:  ເພື່ອພັດທະນາເນື້ອທີ່ດັ່ງກ່າວໃຫ້ກາຍເປັນແຫຼ່ງທ່ອງທ່ຽວທີ່ຍືນຍົງ ແລະ ຕິດພັນກັບການບໍລິການຈັດງານແຂ່ງຂັນຊ່ວງເຮືອປະຈຳປີ ບົນພື້ນຖານການເຕີບໂຕແບບສີຂຽວ, ຮັກສາສິ່ງແວດລ້ອມ-ສັງຄົມ ແລະ ຖືກຕ້ອງຕາມລະບຽບກົດໝາຍຂອງ ສປປ ລາວ ຢ່າງເຂັ້ມງວດ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa